ຄະນະບໍລິຫານງານຊາວໜຸ່ມ ກະຊວງ ປກສ ໄດ້ເຄື່ອນໄຫວລົງຊຸກຍູ້ການປະຕິບັດວຽກງານ 4 ບຸກ ຂອງຄະນະຊາວໜຸ່ມຮາກຖານ ກົມຕໍາຫຼວດຄຸມ ຂັງ-ດັດສ້າງ ໃນວັນທີ 6 ພຶດສະພາ 2022, ໂດຍມີ ພັອ ບຸນຈັນ ອິນພົມມາ ຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ເລຂາຄະນະບໍລິ ຫານງານຊາວໜຸ່ມກະຊວງ ປກສ, ພັອ ໄຊຍະວົງ ແກ້ວສຸລິວົງ ຮອງຫົວໜ້າກົມຕໍາຫຼວດຄຸມຂັງ-ດັດສ້າງ ທັງເປັນຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນ, ມີຄະນະບໍລິຫານງານຊາວໜຸ່ມກະຊວງ, ຄະນະຊາວໜຸ່ມ 16 ກົມກອງອ້ອມ ຂ້າງກະຊວງເຂົ້າຮ່ວມ.

ພັອ ບຸນຈັນ ອິນພົມມາ ໄດ້ມີຄຳເຫັນຕໍ່ກອງປະຊຸມວ່າ: ຈຸດປະສົງລະດັບຄາດໝາຍຂອງການລົງຊຸກຍູ້ວຽກງານ 4 ບຸກຄັ້ງນີ້ ກໍເພື່ອປຸກລະດົມກໍາລັງແຮງສັງລວມຂອງຊາວໜຸ່ມຈັດຕັ້ງຜັນຂະຫຍາຍຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ, ວຽກງານ 3 ສ້າງ ຂອງພັກໃນໄລຍະໃໝ່ດ້ວຍຂະ ບວນການ 4 ບຸກຂອງຊາວໜຸ່ມ, ແນໃສ່ເສີມຂະຫຍາຍດ້ານຕັ້ງໜ້າ ແລະ ແກ້ໄຂຂໍ້ຄົງຄ້າງ ເພື່ອຍົກສູງຄຸນນະພາບຂອງອົງການຈັດຕັ້ງຊາວໜຸ່ມແຕ່ລະຂັ້ນໃຫ້ໜັກແໜ້ນທາງດ້ານອຸດົມການ, ແນວຄິດ ແລະ ເຂັ້ມແຂງທາງດ້ານການຈັດຕັ້ງມີແບບແຜນທີ່ມີວິທະຍາສາດກາຍ ເປັນໃຈກາງເຕົ້າໂຮມກໍາລັງແຮງສັງລວມ ແລະ ຄວາມສາມັກຄີຂອງຊາວໜຸ່ມ, ຝຶກຝົນຫຼ່ໍຫຼອມຊາວໜຸ່ມໃນກໍາລັງ ປກສ ໃຫ້ມີຄຸນທາດການເມືອງ, ມີຄຸນສົມບັດສິນທໍາ ປະຕິ ວັດ, ມີຄວາມຮູ້ ແລະ ຄວາມສາມາດສົມຄູ່ກັບລະດັບການພັດທະນາ ແລະ ໜ້າທີ່ ທີ່ໄດ້ຮັບມອບໝາຍກາຍເປັນກໍາລັງແຮງປະຈັນບານ ແລະ ກາຍເປັນຜູ້ສືບທອດທີ່ມີຄຸນນະພາບຂອງການປະຕິວັດ.

ຈາກນັ້ນ, ພັທ ນາງ ສີມມະລີ ພົມອຸໄທ ເລຂາຄະນະຊາວໜຸ່ມຮາກຖານກົມຕໍາຫຼວດຄຸມຂັງ-ດັດສ້າງ ໄດ້ລາຍງານການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກໃນໄລຍະຜ່ານມາໃຫ້ຮູ້ວ່າ: ຄະນະຊາວໜຸ່ມຮາກຖານ, ຄະນະໜ່ວຍ ແລະ ຕະຫຼອດຮອດສະມາຊິກຊາວໜຸ່ມທຸກສະຫາຍພາຍໃນກົມຕຳຫຼວດຄຸມ ຂັງ-ດັດສ້າງ ມີແນວຄິດການເມືອງໜັກແໜ້ນອຸ່ນອຽນທຸ່ນທ່ຽງໃນການປະຕິບັດໜ້າທີ່ວິຊາສະເພາະ, ມີຄວາມຮັບຜິດຊອບສູງບຸກບືນຫ້າວຫັນປະຕິ ບັດໜ້າທີ່ການເມືອງຂອງຕົນຮັບຜິດຊອບ, ຊາວໜຸ່ມໄດ້ເອົາໃຈໃສ່ເຮັດໜ້າທີ່ວຽກງານວິຊາສະເພາະຢ່າງຕັ້ງໜ້າ ໂດຍສະເພາະວຽກງານປ້ອງກັນເວນ ຍາມບັນດາຄ້າຍຄຸມຂັງ, ຄ້າຍດັດສ້າງຕະຫຼອດ 24 ຊົ່ວໂມງ ໃຫ້ມີຄວາມສະຫງົບປອດໄພ.

ຕະຫຼອດໄລຍະທີ່ຜ່ານມາ, ເຫັນວ່າສະມາຊິກຊາວໜຸ່ມກົມຕໍາຫຼວດຄຸມຂັງ-ດັດສ້າງ ໄດ້ເພີ່ມທະວີຄວາມເອົາໃຈໃສ່ໃນການຝຶກຝົນຕົນເອງໃນທຸກຂົງ ເຂດວຽກງານ, ເຊິ່ງມັນສະແດງອອກສະມາຊິກຊາວໜຸ່ມມີມະຫາຊົນກ້າວໜ້າໄດ້ຮຽນສະໜັບສະໜູນ 28 ສະຫາຍ ຍິງ 6 ສະຫາຍ, ຮຽນລະບຽບພັກ 41 ສະຫາຍ ຍິງ 6 ສະຫາຍ, ເຂົ້າພັກສໍາຮອງ 64 ສະຫາຍ ຍິງ 27 ສະຫາຍ, ເຂົ້າພັກສົມບູນ 16 ສະຫາຍ.

ຄາດໝາຍ ສູ້ຊົນໃນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ໃນຕໍ່ໜ້າ, ສືບຕໍ່ເອົາໃຈໃສ່ສຶກສາອົບຮົມການເມືອງ-ນໍາພາແນວຄິດໃຫ້ສະມາຊິກຊາວ ໜຸ່ມໃນກໍາລັງ ຕໍາຫຼວດຄຸມຂັງ-ດັດສ້າງ ມີຄຸນທາດການເມືອງເຂັ້ມແຂງໜັກແໜ້ນມີຄວາມຈົງຮັກພັກດີຕໍ່ພັກ-ລັດ, ການຈັດຕັ້ງຂັ້ນເທິງ, ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ວຽກງານ; ສືບຕໍ່ໃນການນໍາພາຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ຕິດພັນກັບ 16 ຂໍ້ແຂ່ງ ຂອງຄະນະຊາວໜຸ່ມກະຊວງ ປກສ ວາງອອກ.