ລົດບັນທຸກຫົວລາກ ບັນທຸກມັນຕົ້ນມາແຕ່ເມືອງປາກລາຍ ແຂວງໄຊຍະບູລີ ດ້ວຍຄວາມໄວສູງມຸ່ງໜ້າໄປຕາມເສັ້ນທາງເລກທີ 4A ພໍຮອດເຂດບ້ານປົ່ງດົງ ເມືອງນານ ແຂວງຫຼວງພະບາງ ເປັນເສັ້ນທາງໂຄ້ງ ແລະ ລົງຄ້ອຍ, ລົດໄດ້ເສຍຫຼັກພິກປີ້ນ ໃນເວລາ 10:45 ໂມງ ຂອງວັນທີ 2 ພຶດສະພາ 2022 ສົ່ງຜົນເຮັດໃຫ້ຜູ້ນັ່ງມານໍາເສຍຊີວິດ, ສ່ວນຜູ້ຂັບຂີ່ໄດ້ຮັບບາດເຈັບ.

ເຈົ້າໜ້າທີ່ຕໍາຫຼວດຈະລາຈອນ ແຂວງຫຼວງພະບາງ ລາຍງານວ່າ:

ອຸບັດຕິເຫດເກີດຂຶ້ນເວລາ 10:45 ໂມງ ຂອງວັນທີ 2 ພຶດສະພາ 2022 ຢູ່ເສັ້ນທາງເລກທີ 4A ເຂດບ້ານປົ່ງດົງ ເມືອງນານ ແຂວງຫຼວງພະບາງ ເຫດເກີດຂຶ້ນໃນຂະນະທີ່ລົດບັນທຸກຫົວລາກ ໝາຍເລກທະບຽນ ບກ/ອຊ 2748, ໝາຍເລກຫາງລາກ ບກ/ອຊ 2749, ເປັນລົດຂອງ ທ້າວ ຄຳອາດ ຂັບ ຂີ່ໂດຍ ທ້າວ ມາ ອາຍຸ 22 ປີ ອາຊີບຂັບລົດ ປັດຈຸບັນຢູ່ບ້ານສາມກາງ ເມືອງແບງ ແຂວງອຸດົມໄຊ ໂດຍມີ ນາງ ທີວີ ອາຍຸ 18 ປີ ຜູ້ເປັນເມຍນັ່ງມານໍາ, ລົດຄັນດັ່ງກ່າວບັນທຸກແປ້ງມັນຕົ້ນ ຈຳນວນ 48 ໂຕນ ຂັບຂີ່ລົດອອກຈາກເມືອງປາກລາຍ ແຂວງໄຊຍະບູລີ ມຸ່ງໜ້າມາທາງເມືອງນານ ແຂວງຫຼວງພະບາງ ເພື່ອຈະໄປສົ່ງສິນຄ້າຢູ່ຊາຍແດນສາກົນບໍ່ເຕນ ແຂວງຫຼວງນໍ້າທາ.

ພໍຂັບຂີ່ລົດມາຮອດເຂດບ້ານປົ່ງດົງ ເມືອງນານ ເຊິ່ງເປັນເຂດທາງໂຄ້ງຊ້າຍລົງຄ້ອຍ ລົດເກີດຜິດພາດທາງດ້ານເຕັກນິກ (ເບກບໍ່ຕິດ) ລົດມີຄວາມໄວ ຜູ້ກ່ຽວພະຍາຍາມບັງຄັບລົດລົງໄປຈົນຮອດໂຄ້ງທີສີ່ ເຊິ່ງເປັນໂຄ້ງຂວາ ລົດຈຶ່ງປີ້ນລົງໄປແຄມທາງກໍ້າຊ້າຍ, ຮອຍຢາງລົດຖູໜ້າທາງຫາຈຸດລົດຢຸດແທກໄດ້ 109,40 ແມັດ ເຮັດໃຫ້ ນາງ ທີວີ ເສຍຊີວິດຄາທີ່, ສ່ວນ ທ້າວ ມາ (ຜູ້ຂັບຂີ່) ໄດ້ຮັບບາດເຈັບເລັກໜ້ອຍ.

ຜ່ານການກວດກາຊັນນະສູດວັດແທກສະຖານທີ່ເກີດເຫດ ແລະ ເກັບກໍາຂໍ້ມູນ ເຫັນວ່າ: ທ້າວ ມາ ຜູ້ຂັບຂີ່ລົດບັນທຸກຫົວລາກ ໝາຍເລກທະບຽນ ບກ/ອຊ 2748, ໝາຍເລກຫາງລາກ ບກ/ອຊ 2749 ລະເມີດກົດລະບຽບການສັນຈອນພາໃຫ້ເກີດອຸບັດຕິເຫດໃນຄັ້ງນີ້ຄື ແລ່ນລົດໄວເກີນທີ່ຈະຄວບຄຸມລົດໄດ້ ແລະ ສະພາບເຕັກນິກລົດບໍ່ຮັບປະກັນ.