ໂຮງຮຽນ ປກສ ຊັ້ນສູງເລກ III ແຂວງສະຫວັນນະເຂດ ໄດ້ປິດຊຸດຝຶກອົບຮົມວຽກງານວິຊາສະເພາະຕຳຫຼວດໄລຍະສັ້ນ ຮຸ່ນທີ I ໃນທ້າຍອາທິດຜ່ານມາ, ເຂົ້າຮ່ວມ ໂດຍ ພັອ ຄຳແກ້ວ ມາໂນລາ ຫົວໜ້າກົມຕຳຫຼວດສືບຂ່າວອາຍາ ກົມໃຫຍ່ຕໍາຫຼວດ ກະຊວງ ປກສ ແລະ ພັອ ບຸນເລີດ ຄະທຸມພົມ ຮອງຫົວໜ້າກອງບັນຊາການ ປກສ ແຂວງສະຫວັນນະເຂດ, ມີຫົວໜ້າໂຮງຮຽນ ປກສ ຊັ້ນສູງເລກ III, ຄູ-ອາຈານ, ນັກສຳມະນາກອນເຂົ້້າຮ່ວມ.

ພັທ ພຸດທິສັກ ສິລິ ຮອງຫົວໜ້າໂຮງຮຽນ ປກສ ຊັ້ນສູງເລກ III ກ່າວວ່າ: ຜ່ານການຈັດຕັ້ງປະຕິບັດຊຸດຝືກອົບຮົມວຽກງານວິຊາສະເພາະຕຳຫຼວດໄລ ຍະສັ້ນ ຊຸດທີ I ໃຊ້ເວລາທັງໝົດ 5 ວັນເຕັມ, ມີນັກສຳມະນາກອນມາຈາກ 8 ແຂວງ ຄື: ກອງບັນຊາການ ປກສ ແຂວງໄຊສົມບູນ, ກອງບັນຊາການ ປກສ ແຂວງບໍລິຄຳໄຊ, ກອງບັນຊາການ ປກສ ແຂວງຄຳມ່ວນ, ກອງບັນຊາການ ປກສ ແຂວງສະຫວັນນະເຂດ, ກອງບັນຊາການ ປກສ ສາລະວັນ, ກອງຊາການ ປກສ ແຂວງ ຈຳປາສັກ, ກອງບັນຊາການ ປກສ ແຂວງເຊກອງ ແລະ ກອງບັນຊາການ ປກສ ແຂວງອັດຕະປື, ມີນັກສໍາມະນາກອນທັງໝົດ 36 ສະ ຫາຍ ຍິງ 1 ສະຫາຍ.

ຜ່ານການຝຶກອົບຮົມສາມາດຢັ້ງຢືນວ່າ: ນັກສຳມະນາກອນມີຄວາມເອົາໃຈໃສ່ຕໍ່ການຮຽນເປັນຢ່າງດີ, ຮັບຮູ້ທາງດ້ານທິດສະດີ ແລະ ພຶດຕິກຳຕົວຈິງ ສາມາດນຳເອົາໄປໝູນໃຊ້ຢູ່ໃນບັນດາກົມກອງວິຊາສະເພາະ ກໍຄືຢູ່ແຕ່ລະທ້ອງຖິ່ນ; ຈາກນັ້ນ, ກໍໄດ້ມອບໃບຢັ້ງຢືນໃຫ້ນັກສຳມະນາກອນທີ່ຈົບການຝຶກອົບຮົມວຽກງານວິຊາສະເພາະຕຳຫຼວດໃນຄັ້ງນີ້ ຕາງໜ້າມອບໂດຍ ພັທ ມິ່ງແກ້ວ ວົງຄໍາພາ ຫົວໜ້າອຳນວຍການໂຮງ ຽນຊັ້ນສູງເລກ III.