ໃນວັນທີ 6 ພຶດສະພາ 2022, ພະແນກໂຄສະນາ ຫ້ອງການກວດກາ ແລະ ຄວບຄຸມຢາເສບຕິດ ກົມໃຫຍ່ຕໍາຫຼວດ ກະຊວງ ປກສ ໄດ້ຈັດພິທີໂຄສະນາ-ສຶກສາອົບຮົມຈັດຕັ້ງຜັນຂະຫຍາຍ ວາລະແຫ່ງຊາດວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ ດ້ວຍຫານສ້າງຄວາມຮັບຮູ້ທົ່ວສັງຄົມ ຢູ່ສະຖາບັນພັດທະນາສີມືແຮງງານ ລາວ-ເກົາຫຼີ, ເຊິ່ງນໍາພາໂດຍ ພັທ ສົມບັດ ລັດຈະເລີນ ຮອງຫົວໜ້າພະແນກໂຄສະນາ, ມີ ອາຈານ ບົວພາ ສິດທະພອນ ຮອງຫົວໜ້າພະແນກສົ່ງເສີມການພັດທະນາສີມືແຮງງານ ສະຖາບັນພັດທະນາສີມືແຮງງານ ພ້ອມດ້ວຍວິຊາການ, ຄູ-ອາຈານ ແລະ ນັກສຶກສາ ເຂົ້າຮ່ວມ.

ພັຕ ສຸວັນເຄນ ສີບຸນເຮືອງ ຮອງຫົວໜ້າພະແນກໂຄສະນາ ຫ້ອງການກວດກາ ແລະ ຄວບຄຸມຢາເສບຕິດ ກົມໃຫຍ່ຕໍາຫຼວດ ກະຊວງ ປກສ ກ່າວວ່າ:

ການລົງໂຄສະນາ-ສຶກສາອົບຮົມກ່ຽວກັບ ຜົນຮ້າຍຢາເສບຕິດໃນຄັ້ງນີ້ ກໍເພື່ອເປັນການຈັດຕັ້ງຜັນຂະຫຍາຍ ວາລະແຫ່ງຊາດວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ ໃຫ້ລົງເລິກທົ່ວສັງຄົມ ທັງຍັງເປັນການກະຕຸກຊຸກຍູ້ ແລະ ສ້າງຄວາມຮັບຮູ້ໃຫ້ນັກສຶກສາ ເຊິ່ງເປັນໄວທີ່ກໍາລັງຄຶກຄະນອງ, ຢາກຮູ້ເຫັນ-ຢາກລອງ ຕິດພັນກັບ ການສະກັດກັ້ນ ແລະ ຕ້ານບໍ່ໃຫ້ບຸກຄົນດັ່ງກ່າວນີ້ ເຂົ້າໄປພົວພັນຢ່າງເດັດຂາດ ເນື່ອງຈາກວ່າຢາເສບຕິດເປັນສານເຄມີກະຕຸ້ນຊະນິດໜຶ່ງທີ່ກົດໝາຍເກືອດຫ້າມ, ຫ້າມຜະລິດ ຫຼື ຈໍາໜ່າຍຢ່າງເດັດຂາດ, ຖ້າຫາກບຸກຄົນໃດຫາກໄປພົວພັນ, ມົ້ວສຸມ, ຄ້າ-ຂາຍ ກໍຈະໄດ້ຮັບໂທດຕາມລະບຽບກົດໝາຍທີ່ວາງອອກ.

ນອກນີ້, ຢາເສບຕິດຍັງເປັນສາເຫດຕົ້ນຕໍຂອງ ການເກີດປະກົດການຫຍໍ້ທໍ້ຕ່າງໆ ເປັນຕົ້ນແມ່ນ ການປຸ້ນຈີ້-ຊິງຊັບ, ຂ້າເຈົ້າເອົາຂອງ, ອາລະວາດຕີກັນ ແລະ ລັກຊັບ ເປັນຕົ້ນ; ເຊິ່ງເຫດການດັ່ງກ່າວ ໄດ້ສ້າງຄວາມເສຍຫາຍທາງດ້ານຊັບສິນ ແລະ ຮ້າຍແຮງກວ່ານັ້ນ ອາດນໍາໄປສູ່ການເສຍຊີວິດ ທັງຍັງພາໃຫ້ສັງຄົມບໍ່ມີຄວາມສະຫງົບ-ປອດໄພ ແລະ ບໍ່ເປັນລະບຽບຮຽບຮ້ອຍນໍາອີກ.

ນອກນັ້ນ, ພັຕ ສຸວັນເຄນ ສີບຸນເຮືອງ ຍັງໄດ້ແນະນໍາກ່ຽວກັບປະເພດຂອງຢາເສບຕິດ ແລະ ຜົນຮ້າຍຂອງມັນ ພ້ອມທັງນໍາສະເໜີກ່ຽວກັບບາງມາດຕາຂອງກົດໝາຍ, ນິຕິກໍາທີ່ກ່ຽວຂ້ອງກັບຢາເສບຕິດ ພ້ອມທັງສາຍຮູບພາບ, ພາບວີດີໂອ-ລະຄອນສັ້ນໃຫ້ບັນດາຄູ-ອາຈານ-ນັກສຶກສາໄດ້ຮັບຊົມ ເພື່ອໃຫ້ຮັບຮູ້ເຖິງໄພອັນຕະລາຍທີ່ເກີດຂຶ້ນໃນສັງຄົມປັດຈຸບັນ.