ແຂວງວຽງຈັນ ກໍເປັນອີກແຂວງໜຶ່ງທີ່ມີທ່າອ່ຽງໃນການເກີດອຸບັດຕິເຫດຕາມທ້ອງຖະໜົນ ເປັນຈໍານວນຫຼວງຫຼາຍ, ເຊິ່ງມີສາເຫດມາຈາກຜູ້ຂັບຂີ່ຈໍານວນໜຶ່ງ ຍັງລະເມີດກົດລະບຽບຈະລາຈອນຄືບັນຫາຫຼັກ, ຕໍ່ມາກໍແມ່ນສະພາບດິນຟ້າອາກາດ, ຖະໜົນບໍ່ເອື້ອອໍານວຍຄວາມສະດວກ ແລະ ເກີດຈາກ ສະພາບເຕັກນິກລົດບໍ່ຮັບປະກັນ.

ເພື່ອເຮັດໃຫ້ບັນຫາອຸບັດຕິເຫດຕາມທ້ອງຖະໜົນຫຼຸດໜ້ອຍລົງ ກອງບັນຊາການ ປກສ ແຂວງວຽງຈັນ ກໍຄື ພະແນກຕໍາຫຼວດຈະລາຈອນ ໄດ້ສຸມໃສ່ວຽກງານວິຊາສະເພາະຢ່າງຕັ້ງໜ້າ ເຮັດໜ້າທີ່ອໍານວຍຄວາມສະດວກໃຫ້ຜູ້ໃຊ້ລົດ-ໃຊ້ຖະໜົນປະຈໍາຈຸດ, ປະຈໍາປ້ອມຕິດຕາມສະພາບການສັນຈອນ ພ້ອມທັງສຶກສາອົບຮົມຜູ້ທີ່ລະເມີດກົດລະບຽບຈະລາຈອນ; ພ້ອມກັນນີ້, ກໍຍັງຖືເອົາຄວາມສໍາຄັນຂອງວຽກງານໂຄສະນາ ເພື່ອເຜີຍແຜ່ໃຫ້ຜູ້ຂັບຂີ່ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງຕໍ່ກົດລະບຽບການສັນຈອນທີ່ວາງອອກ.

ເຊິ່ງໃນວັນທີ 5 ພຶດສະພາ 2022 ຜ່ານມານີ້, ກອງໂຄສະນາກົດລະບຽບຈະລາຈອນ ປກສ ແຂວງວຽງຈັນ ໄດ້ລົງເຜີຍແຜ່ກົດລະບຽບຈະລາຈອນຢູ່ທີ່ໂຮງຮຽນ ມສ ອານຸສິນ ເມືອງທຸລະຄົມ ແຂວງວຽງຈັນ, ນຳທີມງານລົງເຜີຍແຜ່ກົດລະບຽບຈະລາຈອນໂດຍ ທ່ານ ພັດວັນ ພັນທະສິນ ຫົວໜ້າພະແນກໂຄສະນາຂັບຂີ່ລົດຈັກປອດໄພ, ບໍລິສັດ ນິວຈິບເຊັງ ຈຳກັດ, ໃຫ້ກຽດຕ້ອນຮັບໂດຍ ທ່ານ ວັນນະເລີດ ວົງສີປະສົມ ຜູ້ອຳນວຍການໂຮງຮຽນ ມສ ອານຸສິນ, ມີຄູ-ອາຈານ ພ້ອມດ້ວຍນັກຮຽນເຂົ້າຮ່ວມ 95 ຄົນ ຍິງ 56 ຄົນ.

+ ພັຕ ທອງວັນ ປັນຍາດີ ຮອງຫົວໜ້າກອງໂຄສະນາ ພະແນກຕຳຫຼວດຈະລາຈອນ ປກສ ແຂວງວຽງຈັນ ກ່າວວ່າ:

ເອກະສານທີ່ນໍາມາເຜີຍແຜ່ໃນຄັ້ງນີ້ ປະກອບມີ:

  • ເອກະສານກ່ຽວກັບ ກົດລະບຽບຈະລາຈອນ
  • ເອກະສານຄຸ້ມຄອງຄວາມເປັນລະບຽບຮຽບຮ້ອຍ ແລະ ການບັງຄັບໃຊ້ກົດໝາຍ, ດຳລັດ 188/ນຍ ວ່າດ້ວຍ ການປັບໄໝ ແລະ ມາດຕະການຕ່າງໆຕໍ່ຜູ້ລະເມີດລະບຽບກົດໝາຍກ່ຽວກັບ ການຈະລາຈອນທາງບົກ, ການຂົນສົ່ງທາງບົກ ແລະ ການປົກປັກຮັກສາທາງຫຼວງ
  • ເອກະສານປ້າຍສັນຍານເຕືອນການສັນຈອນ ແລະ ສາລະບານເດີນລົດ
  • ສະຖິຕິການເກີດອຸບັດຕິເຫດໃນທົ່ວປະເທດ ແລະ ໃນແຂວງວຽງຈັນ ພ້ອມທັງຍົກໃຫ້ເຫັນສະພາບການເກີດອຸບັດຕິເຫດ ທີ່ກ້ອງວົງຈອນປິດຈັບໄດ້ຕາມຈຸດຕ່າງໆ

ການລົງໂຄສະນາເຜີຍແຜ່ກົດລະບຽບຈະລາຈອນຄັ້ງນີ້ ກໍເພື່ອຫຼຸດຜ່ອນອຸບັດຕິເຫດຕາມທ້ອງຖະໜົນຫຼວງ ໃຫ້ນັບມື້ນັບຫຼຸດໜ້ອຍຖອຍລົງ ແລະ ວຽກງານໂຄສະນາກົດລະບຽບຈະລາຈອນ ກໍແມ່ນວຽກໜຶ່ງທີ່ສຳຄັັນ ເພື່ອຄຸ້ມຄອງຮັກສາຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມປອດໄພໃນການສັນຈອນຕາມທາງຫຼວງ.

ການເຜີຍແຜ່ໂຄສະນາຄັ້ງນີ້ ເປັນການຊ່ວຍໃຫ້ຜູ້ຂັບຂີ່ຍານພາຫານະ ເດີນທາງຖືກຕ້ອງ ແລະ ເປັນບ່ອນອີງໃນການກວດກາຂອງເຈົ້້າໜ້າທີ່ຕາມເສັ້ນທາງຫຼວງ, ເປັນບ່ອນອີງໃນການຕັດສິນຄະດີຕາມສະພາບຕົວຈິງຂອງອຸບັດຕິເຫດທີ່ເກີດຂຶ້ນ ໃນ ສປປ ລາວ ແລະ ເປັນການປູກຈິດສຳນຶກໃຫ້ຜູ້ຂັບຂີ່ໄດ້ຮູ້ຈັກພື້ນຖານກົດລະບຽບຈະລາຈອນ, ເຂົ້າໃຈບັນດາເນື້ອໃນເອກະສານ, ຮູ້ໄດ້ທິດທາງ, ເຕັກນິກ, ວິທີການຂັບຂີ່ທີ່ຖືກຕ້ອງໃຫ້ແກ່ຜູ້ຂັບຂີ່, ການຂັບຂີ່ຍານພາຫານະຈຶ່ງຈະປອດໄພ.