ໃນປັດຈຸບັນ, ວຽກງານເຜີຍແຜ່ວາລະແຫ່ງຊາດວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ ໄລຍະປີ 2021-2023 ພວມໄດ້ຮັບການຈັດຕັ້ງປະຕິບັດຢ່າງກວ້າງຂວາງ ນັບທັງສູນກາງ ແລະ ທ້ອງຖິ່ນ ໂດຍຄະນະພັກ-ຄະນະນຳຂອງແຕ່ລະພາກສ່ວນ ໂດຍສະເພາະໃນຂົງເຂດກຳລັງປ້ອງກັນຄວາມສະຫງົບທີ່ເປັນພາກສ່ວນຫຼັກ ໃນການຈັດຕັ້ງຜັນຂະຫຍາຍວາລະດັ່ງກ່າວ ໄດ້ມີການເຄື່ອນໄຫວລົງຊຸກຍູ້ ລວມທັງມີການໃຫ້ທິດຊີ້ນຳອັນເປັນຫຼັກການທີ່ສຳຄັນ ແລະ ຖືກຕ້ອງໃນການຈັດຕັ້ງປະຕິບັດວາລະແຫ່ງຊາດດັ່ງກ່າວ ແນໃສ່ສ້າງໃຫ້ສັງຄົມມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍ-ຄວາມປອດໄພ, ສ້າງເງື່ອນໄຂໃນການສ້າງສາພັດທະນາເສດຖະກິດ, ວັດທະນະທຳ-ສັງຄົມ, ກ້າວໄປສູ່ສັງຄົມລາວປອດຢາເສບຕິດໃຫ້ໄດ້ໃນທີ່ສຸດ.

ໜຶ່ງໃນນັ້ນກໍແມ່ນ ຄະນະພັກ-ຄະນະບັນຊາ ກອງບັນຊາການ ປກສ ແຂວງຄຳມ່ວນ, ເຊິ່ງເມື່ອບໍ່ດົນມານີ້ ພັອ ບຸນປະດິດ ວົງພູທອນ ຮອງຫົວໜ້າກອງບັນຊາການ ປກສ ແຂວງຄຳມ່ວນ ທີ່ໄດ້ເອົາໃຈໃສ່ລົງເຄື່ອນໄຫວຊຸກຍູ້ ແລະ ຊີ້ນຳການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ ໃຫ້ ກອງບັນຊາການ ປກສ ເມືອງເຊບັ້ງໄຟ ຄຽງຄູ່ກັບການເຜີຍແຜ່ເອກະສານຄຳແນະນຳຂອງທ່ານເຈົ້າແຂວງຄຳມ່ວນ ສະບັບເລກທີ 03/ຈຂ, ລົງວັນທີ 19 ເມສາ 2022 ວ່າດ້ວຍ ການຈັດຕັ້ງປະຕິບັດທິດທາງແຜນການຜັນຂະຫຍາຍວາລະແຫ່ງຊາດວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ ຢູ່ແຂວງຄຳມ່ວນ (2021-2023).

ເຊິ່ງການລົງມາໃຫ້ທິດຊີ້ນຳໃນຄັ້ງນີ້, ພັອ ບຸນປະດິດ ວົງພູທອນ ຮອງຫົວໜ້າກອງບັນຊາການ ປກສ ແຂວງ ໄດ້ເນັ້ນໃຫ້ ຄະນະກອງບັນຊາການ ປກສ ເມືອງເຊບັ້ງໄຟ ເອົາໃຈໃສ່ສືບຕໍ່ຂຶ້ນບັນຊີເປົ້າໝາຍໃຫ້ມັນຈະແຈ້ງ, ຊັດເຈນຂຶ້ນຕື່ມ, ເພື່ອຮັບປະກັນໃນການຈັດຕັ້ງປະຕິບັດວຽກງານຕົວຈິ່ງໃຫ້ຖືກຈຸດ, ຖືກທິດ ແລະ ຖືກເປົ້າໝາຍ. ນອກນັ້ນ, ຕ້ອງສ້າງຄວາມເປັນເຈົ້າການທີ່ເຂັ້ມແຂງໃຫ້ແກ່ທ້ອງຖິ່ນຮາກຖານ, ບ້ານ, ອົງການປົກຄອງ ແລະ ຂະແໜງການທຸກຂັ້ນ ໃຫ້ປະຕິບັດຕາມລະບຽບ, ກົດໝາຍຢ່າງເຂັ້ມງວດ, ເປັນເຈົ້າການປະກອບສ່ວນຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ ຢ່າງມີຈຸດສຸມ ແລະ ເຂັ້ມງວດ, ແນໃສ່ຮັບປະກັນໃຫ້ບັນດາບ້ານພາຍໃນເມືອງເຊບັ້ງໄຟ ເປັນບ້ານປອດຢາເສບຕິດ ແລະ ເມືອງ ທີ່ມີຄວາມສະຫງົບດີ.

ໂອກາດດຽວກັນ, ພັທ ບຸນທົງ ໄຊປັນຍາ ຮັກສາການຫົວໜ້າກອງບັນຊາການ ປກສ ເມືອງເຊບັ້ງໄຟ ໄດ້ໃຫ້ຮູ້ກ່ຽວກັບຜົນງານການຈັດຕັ້ງປະຕິບັດ ວາລະແຫ່ງຊາດວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ ໃນໄລຍະຜ່ານມາ ວ່າ:

ພາຍຫຼັງ ຄະນະປະຈຳພັກແຂວງ ໄດ້ອອກຄຳສັ່ງແນະນຳ ແລະ ກອງບັນຊາການ ປກສ ແຂວງ ໄດ້ອອກຂໍ້ຕົກລົງສ້າງແຜນຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ (2021-2023), ຄະນະກອງບັນຊາການ ປກສ ເມືອງ ກໍໄດ້ນຳເອົາເນື້ອໃນດັ່ງກ່າວ ໄປຜັນຂະຫຍາຍເປັນແຜນການຈັດຈັດຕັ້ງປະຕິບັດອອກຂໍ້ຕົກລົງຂອງ ກອງບັນຊາການ ປກສ ເມືອງ, ໄດ້ແຕ່ງຕັ້ງຄະນະຊີ້ນຳລວມ ແລະ ອະນຸຮັບຜິດຊອບຈັດຕັ້ງປະຕິບັດຕົວຈິງ ປະສານສົມທົບກັບ ຄະນະປະຈຳພັກເມືອງ, ຄະນະບໍລິຫານງານພັກເມືອງ ອອກມະຕິຕົກລົງວ່າດ້ວຍ ການແຕ່ງຕັ້ງຄະນະຊີ້ນຳ ແລະ ຄະນະພັກເມືອງ ໃນການເຊື່ອມຊຶມວາລະແຫ່ງຊາດວ່າດ້ວຍ ການແກ້ໄຂຄວາມຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ການແກ້ໄຂບັນຫາຢາເສບຕິດ ຢູ່ເມືອງເຊບັ້ງໄຟ, ໄດ້ລົງເຜີຍແຜ່ເອກະສານວາລະແຫ່ງຊາດ ແລະ ບັນດານິຕິກຳແຜນການເຄື່ອນໄຫວວາລະແຫ່ງຊາດ ໃຫ້ພະນັກງານ-ນັກຮົບທົ່ວກຳລັງປ້ອງກັນຄວາມສະຫງົບ-ກຳລັງປ້ອງກັນຊາດ ແລະ ບັນດາສຳນັກງານ-ອົງການອ້ອມຂ້າງ ຕະຫຼອດຮອດໂຮງຮຽນ ມ ຕົ້ນ-ມ ປາຍ, ພໍ່-ແມ່ປະຊາຊົນ, ຊາວໜຸ່ມ-ແມ່ຍິງ, ຜູ້ມີອາຍຸ 15 ປີຂຶ້ນໄປ ລວມທັງໝົດ 6.385 ຄົນ ຍິງ 2685 ຄົນ.

ການເຄື່ອນໄຫວວຽກງານວິຊາສະເພາະ ຢູ່ເມືອງເຊບັ້ງໄຟ ໃນໄລຍະຜ່ານມາ ສາມາດມ້າງຄະດີຢາເສບຕິດໄດ້ 15 ເລື່ອງ, ກັກຕົວຜູ້ຖືກຫາໄດ້ 38 ຄົນ, ຢາບ້າ 1.008 ເມັດ, ໂທລະສັບ 4 ເຄື່ອງ, ປືນດັດແປງຍິງລູກ AK, ສະຫຼຸບສຳນວນຄະດີສົ່ງ ປກສ ແຂວງ ດຳເນີນຄະດີ 3 ເລື່ອງ, ຜູ້ຖືກຫາ 6 ຄົນ, ໂທລະສັບ 4 ໜ່ວຍ, ເຄື່ອງຂອງກາງຢາບ້າ 683 ເມັດ, ສຶກສາອົບຮົມຜູ້ຖືກເຄາະຮ້າຍເສບຢາເສບຕິດ ໄດ້ 2 ຄັ້ງ ມີຜູ້ເຂົ້າຮ່ວມສຶກສາອົບຮົມຈຳນວນ 38 ຄົນ, ຄະດີຢາເສບຕິດຍັງດຳເນີນ 8 ເລື່ອງ ຜູ້ຖືກຫາ 11 ຄົນ, ເຄື່ອງຂອງກາງຢາບ້າ 325 ເມັດ, ເກັບກຳ ແລະ ຂຶ້ນສະຖິຕິເປົ້າໝາຍເສບ 347 ຄົນ ຍິງ 5 ຄົນ, ເປົ້າໝາຍຈຳໜ່າຍຄ້າຂາຍຍ່ອຍ 138 ຄົນ, ເປົ້າໝາຍຄ້າຂາຍລາຍກາງ 13 ຄົນ ຍິງ 3 ຄົນ ແລະ ເປົ້າໝາຍຄ້າຂາຍລາຍໃຫຍ່ 4 ຄົນ.

ໂດຍລວມແລ້ວ, ໄລຍະຜ່ານມາ ກອງບັນຊາການ ປກສ ເມືອງເຊບັ້ງໄຟ ແມ່ນໄດ້ມີຄວາມເອົາໃຈໃສ່ໃນການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ ຢ່າງເຂັ້ມງວດແລ້ວກໍຕາມ, ແຕ່ກໍຍັງມີບັນຫາຢາເສບຕິດເກີດຂຶ້ນ ເນື່ອງຈາກວ່າຍັງມີຄົນບໍ່ດີຈຳນວນໜຶ່ງ ມີການເຄື່ອນໄຫວພົວພັນກັບຢາເສບຕິດ, ມີການເຄື່ອນໄຫວເສບ ແລະ ເຄື່ອນໄຫວຄ້າຂາຍ, ເຊິ່ງເປັນບັນຫາປະກົດການຫຍໍ້ທໍ້ທີ່ ປກສ ເມືອງເຊບັ້ງໄຟ ຈະສຸມໃສ່ສະກັດກັ້ນ-ແກ້ໄຂຢ່າງເຂັ້ມງວດ ໂດຍການນຳເອົາທິດຊີ້ນຳຂອງຂັ້ນເທິງໄປຈັດຕັ້ງຜັນຂະຫຍາຍເຂົ້າສູ່ວຽກງານຕົວຈິງ ເພື່ອເຮັດໃຫ້ບັນຫາຢາເສບຕິດຫຼຸດລົງເທື່ອລະກ້າວ.