ໃນຄັ້ງວັນທີ 5 ພຶດສະພາ 2022 ທີ່ຜ່ານມາ, ເຈົ້າໜ້າທີ່ພະແນກຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງຈໍາປາສັກ ສາມາດຈັບເປົ້າໝາຍຄ້າຂາຍຢາເສບຕິດໄດ້ 4 ຄົນ ພ້ອມຂອງກາງຢາເສບຕິດ ປະເພດຢາບ້າ 12.000 ກວ່າເມັດ.

ເຈົ້າໜ້າທີ່ ໃຫ້ຮູ້ວ່າ: ໃນຄັ້ງວັນທີ 5 ພຶດສະພາ 2022, ເຈົ້າວິຊາສະເພາະ ໄດ້ຮັບການລາຍງານຈາກພົນລະເມືອງດີ ວ່າມີກຸ່ມຄົນບໍ່ດີເຄື່ອນໄຫວຄ້າຂາຍຢາເສບຕິດ ຢູ່ເຂດບ້ານພູເຂົາທອງ ເມືອງປາກຊ່ອງ ແຂວງຈຳປາສັກ. ຈາກນັ້ນ, ເຈົ້າໜ້າທີວິຊາສະເພາະ ຈຶ່ງໄດ້ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ລົງກວດກາສະຖານທີ່ດັ່ງກ່າວ ແລະ ເຫັນວ່າມີມູນຄວາມຈິງ.

ສະນັ້ນ, ຈຶ່ງໄດ້ເຄື່ອນໄຫວລົງມ້າງຄະດີດັ່ງກ່າວ ຈົນສາມາດກັກຕົວເປົ້າໝາຍໄດ້ 4 ຄົນ ຍິງ 1 ຄົນ ຄື:

  • ທ້າວ ຫຼ້າ ອາຍຸ 30 ປີ ອາຊີບຊາວນາ ຢູ່ບ້ານພູເຂົາທອງ ເມືອງປາກຊ່ອງ ແຂວງຈຳປາສັກ
  • ທ້າວ ພອນ ອາຍຸ 21 ປີ ອາຊີບກຳມະກອນ ຢູ່ບ້ານວັດຫຼວງ ເມືອງປາກຊ່ອງ ແຂວງຈຳປາສັກ
  • ທ້າວ ສົມກູ່ ອາຍຸ 15 ປີ ອາຊີບຊາວນາຢູ່ບ້ານວັດຫຼວງ ເມືອງປາກຊ່ອງ ແຂວງຈຳປາສັກ
  • ນາງ ປໍ ອາຍຸ 23 ປີ ອາຊີບເຮັດສວນ ຢູ່ບ້ານວັດຫຼວງ ເມືອງປາກຊ່ອງ ແຂວງຈຳປາສັກ

ພ້ອມນີ້, ຍັງພົບເຄື່ອງຂອງກາງຢາບ້າ 12.090 ເມັດ, ລົດກະບະແດຮັນ ທະບຽນ ຈຂ 1495 ຈຳປາສັກ, ເງິນກີບ 23.000.000 ກີບ ແລະ ເຄື່ອງຂອງກາງອື່ນໆອີກຈຳນວນໜຶ່ງ.

ນອກນັ້ນ, ໃນຄັ້ງວັນທີ 21 ເມສາ 2022, ເຈົ້າໜ້າທີ່ ປກສ ແຂວງຈໍາປາສັກ ຍັງສືບຮູ້ອີກວ່າ: ມີກຸ່ມຄົນບໍ່ດີຈຳນວນໜຶ່ງເຄື່ອນໄຫວຄ້າຂາຍຢາເສບຕິດ ຢູ່ເຂດບ້ານໜອງອີໂອຍ ເມືອງປາກຊ່ອງ ແຂວງຈຳປາສັກ, ທາງເຈົ້າໜ້າທີ່ຈຶ່ງລົງແກ້ໄຂ ແລະ ສາມາດກັກຕົວຜູ້ຄ້າຂາຍຢາເສບຕິດໄດ້ 2 ຄົນ ພ້ອມເຄື່ອງຂອງກາງຢາເສບຕິດ ປະເພດຢາບ້າ 16.000 ເມັດ, ລົດຈັກ 1 ຄັນ ແລະ ໂທລະສັບ 1 ໜ່ວຍ.

ໂດຍໃນນີ້ມີ ທ້າວ ເຫຼືອງ ອາຍຸ 30 ປີ ແລະ ທ້າວ ໂຄະ ອາຍຸ 25 ປີ ທັງສອງມີອາຊີບເຮັດສວນ ຢູ່ບ້ານທົ່ງກາຫຼົງ ເມືອງປາກຊ່ອງ ແຂວງຈຳປາສັກ.