ໃນວັນທີ 10 ພຶດສະພາ 2022, ທີ່ກະຊວງ ປກສ, ທ່ານ ວິໄລວົງ ບຸດດາຄໍາ ເຈົ້າແຂວງຈໍາປາສັກ ພ້ອມຄະນະ ເຂົ້າພົບປະ ພົທ ກົງທອງ ພົງວິຈິດ ຮອງລັດຖະມົນຕີກະຊວງ ປກສ ເພື່ອປຶກສາຫາລື ແລກປ່ຽນວຽກງານກ່ຽວກັບວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດຢູ່ພາຍໃນແຂວງຈໍາປາສັກ.

ທ່ານ ວິໄລວົງ ບຸດດາຄຳ ລາຍງານວ່າ: ແຂວງຈໍາປາສັກ ໄດ້ຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດໃຫ້ 18 ຂະ ແໜງການພາຍໃນແຂວງ ເພື່ອນໍາໄປຜັນຂະຫຍາຍເປັນແຜນງານ-ໂຄງການ; ເຊິ່ງແມ່ນກໍາລັງ ປກສ ແຂວງ ເປັນເສນາທິການ ພ້ອມທັງໄດ້ຝຶກອົບຮົມໃຫ້ຮັບຮູ້, ເຂົ້າໃຈຕໍ່ລະບຽບກົດໝາຍລົງໄປຈັດຕັ້ງປະຕິ ບັດຢູ່ຂັ້ນຮາກຖານ ໂດຍໄດ້ລົງເຄື່ອນໄຫວໂຄສະນາເຜີຍແຜ່ແຜນວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ, ຜົນຮ້າຍ ແລະ ໄພອັນຕະລາຍ ແລະ ເອກະສານອື່ນໆຕາມພື້ນທີ່ຈຸດທີ່ມີຄວາມສ່ຽງ, ຕາມກຸ່ມບ້ານ, ບ້ານລຽບຕາມຊາຍແດນ ແລະ ໂຮງຮຽນ; ເຊິ່ງມີຜູ້ຮັບຟັງເປັນຈໍານວນຫຼວງຫຼາຍ. ພ້ອມກັນນັ້ນ,ກໍຍັງ ໂຄສະນາຜ່ານສື່ສິງພິມ, ສື່ໂທລະພາບ ແລະ ສື່ອອນລາຍຂອງແຂວງ.

ໃນ 6 ເດືອນ (10/2021 ຫາ 3/2022 ), ປກສ ແຂວງຈຳປາສັກ ແລະບັນດາ ປກສ ເມືອງ ໄດ້ສຸມໃສ່ແກ້ໄຂບັນຫາຢາເສບຕິດ ເກັບກໍາຂຶ້ນສະຖິຕິເປົ້າໝາຍຢາເສບຕິດ ມີທັງໝົດ 8.300 ກວ່າຄົນ ຍິງ 292 ຄົນ; ໃນນັ້ນ, ເປົ້າໝາຍຄ້າຂາຍຢາເສບຕິດລາຍໃຫຍ່ 170 ຄົນ ຍິງ 21 ຄົນ, ເປົ້າໝາຍລາຍຍ່ອຍ 1.300 ກວ່າຄົນ ຍິງ 89 ຄົນ ແລະ ເປົ້າໝາຍຢາເສບຕິດ 6.800 ກວ່າຄົນ ຍິງ 182 ຄົນ, ເຈົ້າໜ້າທີ່ສາ ມາດມ້າງເປົ້າໝາຍຢາເສບຕິດທົ່ວແຂວງ ໄດ້ທັງໝົດ 1.121 ຄົນ ຍິງ 56 ຄົນ, ໃນ ນັ້ນ ເປົ້າໝາຍລາຍໃຫຍ່ 51 ຄົນ ຍິງ 3 ຄົນ, ເປົ້າໝາຍລາຍຍ່ອຍ 320 ຄົນ ຍິງ 12 ຄົນ, ເປົ້າໝາຍຢາເສບຕິດ 750 ຄົນ ຍິງ 41 ຄົນ, ຢຶດຂອງກາງ ຢາບ້າ 443. 469 ເມັດ, ໂຄເຄນ 640 ກິໂລກຼາມ, ຢາໄອສ໌ 13,91 ກິໂລກຼາມ, ຢາອີ 52 ເມັດ, ລົດໃຫຍ່ ແລະ ອາວຸດເສິກອີກຈໍາ ນວນໜຶ່ງ.

ໃນກອງປະຊຸມ, ເຈົ້າແຂວງຈໍາປາສັກ ຍັງໄດ້ຍົກບັນຫາການຍົກຍ້າຍຂອງປະຊາຊົນຈາກຕ່າງແຂວງຈໍານວນໜຶ່ງມາຕັ້ງຖິ່ນຖານຢູ່ເມືອງປາກຊ່ອງ, ບັນຫາຮ້ານອິນເຕິເນັດຄາເຟ ແລະອື່ນໆ ທີ່ຍັງສ້າງຄວາມບໍ່ເປັນລະບຽບຮຽບຮ້ອຍ ແລະ ບໍ່ຖືກຕາມລະບຽບຫຼັກການ.

ພົທ ກົງທອງ ພົງວິຈິດ ກໍໄດ້ໃຫ້ທິດ ຊີ້ນຳເຈົ້າແຂວງຈໍາປາສັກ ໂດຍໃຫ້ຕັ້ງຈຸດອັດປ່ອງຂ້າມລອຍ ເພື່ອບໍ່ໃຫ້ຂະບວນລັກລອບຄ້າຂາຍຢາເສບຕິດ ສວຍໂອກາດຖືເອົາແຂວງຈຳປາສັກ ເປັນທາງ ຜ່ານ, ໃຫ້ແກ້ໄຂຢ່າງເດັດຂາດ ແລະ ເຂັ້ມງວດ ຕໍ່ການດໍາເນີນຄະດີ. ພ້ອມນັ້ນ, ໃຫ້ເກັບກຳການເໜັງຕີງຂອງພົນລະເມືອງໃຫ້ລະອຽດຊັດເຈນ. ຄຽງຄູ່ກັບການແກ້ໄຂປະກົດການຫຍໍ້ທໍ້ອື່ນໆພາຍໃນແຂວງ ໂດຍສະເພາະແມ່ນບັນຫາຢາເສບຕິດໃຫ້ຫຼຸດລົງຢ່າງຈະແຈ້ງ.