ທ່ານ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄໍາໄຊ, ປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງ ພ້ອມດ້ວຍຄະນະ ໄດ້ລົງຢ້ຽມຢາມພົບປະໂອ້ ລົມ ແລະ ຊີ້ນໍາວຽກງານຢູ່ກອງບັນຊາ ການ ປກສ ເມືອງບໍລິຄັນ, ໃນວັນທີ 6 ພຶດສະພາ 2022, ໃຫ້ກຽດຕ້ອນຮັບໂດຍ ພັອ ກົງຈັນ ໄຊປັນຍາ ຫົວ ໜ້າກອງບັນຊາການ ປກສ ແຂວງ, ພັທ ແກ້ວສຸວັນ ວັນນະແຝງ ຫົວໜ້າກອງບັນຊາການ ປກສ ເມືອງບໍລິຄັນ , ທ່ານ ວັນເລີນ ປຸ້ຍໄມນີ ເຈົ້າ ເມືອງບໍລິຄັນ, ມີຫົວໜ້າຫ້ອງການ ປກຊ-ປກສ ແຂວງ, ຄະນະພັກ-ຄະນະກອງ ບັນຊາການ, ພະນັກງານ-ນັກຮົບ ປກສ ເມືອງບໍລິຄັນ ເຂົ້າຮ່ວມ.

ພັທ ແກ້ວສຸວັນ ວັນນະແຝງ ໄດ້ ລາຍງານສະພາບໂດຍຫຍໍ້ການຈັດຕັ້ງປະຕິບັດວຽກງານວິຊາສະເພາະໄລຍະ 1 ປີ ຜ່ານມາ, ຕິດພັນກັບການແກ້ໄຂບັນຫາ 4 ເຖື່ອນ, 9 ຫົວຂໍ້ສໍາມະນາວິທະຍາ ສາດຂອງແຂວງ ແລະ ສຸມໃສ່ຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດ ວ່າດ້ວຍການ ແກ້ໄຂບັນຫາຢາເສບຕິດ, ຜັນຂະຫຍາຍ ມະຕິ 025/ກມສພ, ໂດຍໄດ້ແຕ່ງຕັ້ງ ພະນັກງານ-ນັກຮົບ ລົງກໍ່ສ້າງຮາກຖານຢູ່ ບັນດາບ້ານທີ່ເປັນຈຸດຫຼ່ໍແຫຼມຂອງເມືອງ, ສາມາດສ້າງບ້ານປ້ອງກັນຄວາມສະຫງົບດີ ສໍາເລັດ 31 ບ້ານ, ພວມຈັດຕັ້ງປະຕິ ບັດ 13 ບ້ານ, ລົງເກັບສະຖິຕິພົນລະ ເມືອງລາວ ທີ່ໄປເຮັດວຽກຢູ່ຕ່າງປະເທດກັບຄືນມາລາວໃນໄລຍະການແພ່ລະ ບາດຂອງພະຍາດໂຄວິດ-19 ໄດ້ 38 ຄົນ ຍິງ 29 ຄົນ, ຄົນຕ່າງປະເທດທີ່ມາດໍາ ເນີນທຸລະກິດຢູ່ເມືອງບໍລິຄັນ ມີ 216 ຄົນ ຍິງ 34 ຄົນ, ລວມມີ 3 ສັນຊາດ, ໄດ້ ລົງໂຄສະນາເຜີຍແຜ່ມະຕິ ເລກທີ 446, ມະຕິ 035 ແລະ ມະຕິ 02 ວ່າດ້ວຍ ການຈັດຕັ້ງຜ ັນຂະຫຍາຍວາລະແຫ່ງຊາດ ຢູ່ 5 ໂຮງຮຽນ, ມີຜູ້ເຂົ້າຮ່ວມ 4.157 ຄົນ ຍິງ 1.770 ຄົນ.

ໃນນີ້, ໄດ້ກໍານົດບ້ານຫຼ່ໍແຫຼມ ແລະ ບໍລິສັດທີ່ມີການພົວພັນຄ້າ-ຂາຍຢາເສບຕິດ ສາມາດຈັ້ດຕັ້ງປະຕິບັດ ໄດ້ສໍາເລັດ 44 ບ້ານ ແລະ 5 ບໍລິສັດ, ມີເປົ້າໝາຍພົວພັນຢາເສບຕິດ 1.932 ຄົນ ຍິງ 48 ຄົນ, ເປົ້າໝາຍຄ້າຂາຍຢາ ເສບຕິດ 250 ຄົນ ຍິງ 20 ຄົນ, ເປົ້າ ໝາຍເສບ 1.682 ຄົນ ຍິງ 28 ຄົນ. ຄຽງ ຄູ່ກັບການຈັດຕັ້ງປະຕິບັດວຽກງານວິຊາສະເພາະຕ້ານ, ສະກັດກັ້ນ ແລະ ແກ້ໄຂບັນດາປະກົດການຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນໃນສັງຄົມ. 1 ປີຜ່ານມາ ມີຄະດີເກີດຂຶ້ນ ທັງໝົດ 114 ເລື່ອງ, ກັກຜູ້ຖືກຫາໄດ້ 154 ຄົນ ຍິງ 9 ຄົນ, ທຽບໃສ່ປີຜ່ານມາ ເພີ່ມຂຶ້ນ 23 ເລື່ອງ, ຄະດີອາຍາ 50 ເລື່ອງ, ກັກຜູ້ຖືກຫາ 85 ຄົນ ຍິງ 6 ຄົນ, ຄະດີຢາເສບຕິດ 55 ເລື່ອງ, ກັກຜູ້ຖືກຫາ 64 ຄົນ ຍິງ 3 ຄົນ. ສາມາດຢຶດຂອງກາງ ປະເພດຢາບ້າ 37.182 ເມັດ, ລົດຈັກ 9 ຄັນ, ຈັກສະຕິ່ນ 26 ເຄື່ອງ, ໝໍ້ຊ໋ອດ 20 ເຄື່ອງ, ປືນແກ໋ບ 58 ກະບອກ, ຄອມ ພິວເຕີ 8 ເຄື່ອງ, ໂທລະສັບ 3 ໜ່ວຍ, ເງິນຂັນ 12 ຂັນ, ຄໍາ 4 ບາດ, ເງິນບີ້ 9 ກີບ, ມີຄະດີອຸປະຕິເຫດເກີດຂຶ້ນ 42 ເລື່ອງ, ພາຫະນະເປ່ເພ 71 ຄັນ, ຄົນໄດ້ ຮັບບາດເຈັບ 119 ຄົນ, ເສຍຊີວິດ 4 ຄົນ. ນອກນັ້ນ ຍັງໄດ້ເອົາໃຈໃສ່ປັບປຸງພື້ນ ຖານໂຄງລ່າງ, ຫ້ອງການ, ສະຖານທີ່ເຮັດ ວຽກໃຫ້ມີຄວາມພຽງພໍ ສາມາດຕອບ ສະໜອງໄດ້ກັບວຽກງານວິຊາສະເພາະ.

ໃນກອງປະຊຸມ, ທ່ານ ກອງແກ້ວ ໄຊ ສົງຄາມ ໄດ້ມີຄຳເຫັນໂອ້ລົມ ແລະ ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສໍາເລັດທີ່ກຳລັງ ປກສ ເມືອງບໍລິຄັນ ສາມາດຍາດມາໄດ້ໃນໄລຍະຜ່ານມາ ແລະ ໄດ້ເນັ້ນໜັກຫຼາຍບັນຫາທີ່ຈະຕ້ອງປັບປຸງແກ້ໄຂຕໍ່ໜ້າ ເຊັ່ນ: ສືບຕໍ່ປົກປັກຮັກສາ ແລະ ເສີມຂະຫຍາຍ 3 ທາດແທ້, 7 ມູນ ເຊື້ອຂອງກໍາລັງປ້ອງກັນຄວາມສະຫງົບ, ຈັດຕັ້ງປະຕິບັດວຽກງານວິຊາສະເພາະໃຫ້ສໍາເລັດຕາມ 4 ແຜນງານໃຫຍ່ ແລະ 41 ໂຄງ ການທີ່ກະຊວງປ້ອງກັນ ປກສ ວາງອອກ, ສືບຕໍ່ຈັດຕັ້ງປະຕິບັດ 9 ຫົວ ຂໍ້ສໍາມະນາວິທະຍາສາດ, ແກ້ໄຂບັນຫາ 4 ເຖື່ອນ ທີ່ແຂວງບໍລິຄໍາໄຊ ວາງອອກ ສຸມໃສ່ຕ້ານສະກັດກັ້ນ ແລະ ແກ້ໄຂສະ ພາບປະກົດການຍໍ້ທໍ້ຕ່າງໆ ໃນສັງຄົມ ໃຫ້ນັບມື້ນັບຫຼຸດໜ້ອຍຖອຍລົງ ແລະ ເພີ່ມທະວີຈັດຕັ້ງຜັນຂະຫຍາຍວາລະ ແຫ່ງຊາດ ວ່າດ້ວຍການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດພາຍໃນເມືອງ ບໍລິຄັນ ໃຫ້ໝົດໄປ.