ຫ້ອງຕຳຫຼວດ ປກສ ແຂວງອຸດົມໄຊ ໄດ້ຈັດກອງປະຊຸມສະຫຼຸບວຽກງານປະຈຳໄຕມາດ I ແລະ ວາງທິດທາງແຜນການວຽກງານຈຸດສູມ ປະຈໍາໄຕມາດ II ປີ 2022, ໃນອາທິດຜ່ານມາ, ເປັນປະທານ ໂດຍ ພັທ ສອນວິໄລ ຕຸລາທອງ ຮອງຫົວໜ້າກອງບັນຊາການ ຜູ້ຊີ້ນຳວຽກງານຫ້ອງຕຳຫຼວດ ປກສ ແຂວງ, ເຂົ້າຮ່ວມມີ ພັອ ສີວອນ ໄຊຍະວົງ ຫົວໜ້າກອງບັນຊາການ ປກສ ແຂວງ, ມີຄະນະພັກ-ຄະນະ ຫ້ອງ, ຫົວໜ້າພະແນກ, ຮອງພະແນກ ແລະ ກອງບັນຊາການ ປກສ ເມືອງ ຕະຫຼອດຮອດພະນັກງານຫຼັກແຫຼ່ງພາຍຫ້ອງເຂົ້າຮ່ວມ.

ໃນກອງປະຊຸມ, ພັທ ອຸ່ນເຮືອນ ສີລິພອນ ຮອງຫົວໜ້າຫ້ອງຕຳຫຼວດ ໄດ້ຜ່ານບົດສະຫຼຸບວຽກງານຕຳຫຼວດ ປະຈຳໄຕມາດ I ແລະ ວາງທິດທາງແຜນ ການວຽກງານຈຸດສຸມປະຈໍາໄຕມາດ II ປີ 2022. ຕະຫຼອດໄລຍະຜ່ານມາ, ຄະນະພັກ, ຄະນະບັນຊາ ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ນາຍ ແລະ ພົນຕຳຫຼວດໃຫ້ມີຄວາມອຸ່ນອຽນທຸ່ນທ່ຽງ, ເຊື່ອໝັ້ນຕໍ່ການນຳພາຂອງພັກ-ລັດ, ມີຄວາມຈູບຈ້າວຫ້າວຫັນໃນການຈັດຕັ້ງປະຕິບັດໜ້າທີ່ວິຊາສະເພາະມີຜົນສຳເລັດສະແດງອອກ, ໃນໄຕມາດ I ມີຄະດີເກີດຂຶ້ນທັງໝົດ 78 ເລື່ອງ ມີຜູ້ຖືກຫາ 102 ຄົນ ຍິງ 9 ຄົນ. ໃນນັ້ນ, ມີຄະດີອາຍາ 22 ເລື່ອງ, ຜູ້ຖືກຫາ 36 ຄົນ, ຄະດີຢາເສບຕິດ 43 ເລື່ອງ ຜູ້ຖືກຫາ 53 ຄົນ ຍິງ 6 ຄົນ, ຄະ ດີສິ່ງແວດລ້ອມ 8 ເລື່ອງ, ຜູ້ຖືກຫາ 8 ຄົນ ຍິງ 1 ຄົນ, ຄະດີເສດຖະກິດ 5 ເລື່ອງ, ຜູ້ຖືກຫາ 5 ຄົນ ຍິງ 2 ຄົນ, ສົ່ງອົງການ ໄອຍະການ 16 ເລື່ອງ, ຜູ້ຖືກຫາ 29 ຄົນ ຍິງ 1 ຄົນ, ຍຶດຂອງກາງປະເພດຢາບ້າ 494.866 ເມັດ, ນໍ້າໜັກ 52,85 ກິ ໂລກຼາມ, ເຮໂຣອິນ ນໍ້າໜັກ 76,3 ກຼາມ, ຝິ່ນນໍ້າໜັກ 76,3 ກຼາມ, ຢຶດພາຫະນະ ແລະ ເຄື່ອງຂອງກາງມີ: ລົດໃຫຍ່ 7 ຄັນ, ລົດຈັກ 11 ຄັນ, ໂທລະສັບ 36 ເຄື່ອງ, ປືນ 6 ກະບອກພ້ອມລູກ 35 ລູກ, ເງິນກີບ 80.437.000 ກີບ, ເງິນບາດ 116.000 ບາດ, ເຄື່ອງຂອງກາງເກັບກູ້ໄດ້: ລົດຈັກ 7 ຄັນ, ສາຍທອງ 447 ກິໂລກຼາມ, ມອບ ຄືນເຈົ້າຂອງເດີມມີ ລົດຈັກ 5 ຄັນ, ອັກຄີ ໄພເກີດຂຶ້ນທັງໝົດ 4 ຄັ້ງ ລວມມູນຄ່າ ເສຍຫາຍ 685.500.000 ກີບ, ທົ່ວແຂວງມີອຸບັດຕິເຫດເກີດຂຶ້ນທັງໝົດ 128 ຄັ້ງ, ຜົນເສຍຫາຍ 884.500.000 ກີບ, ພາຫະນະເປ່ເພ 174 ຄັນ, ຄົນໄດ້ ຮັບບາດເຈັບ 213 ຄົນ ຍິງ 71 ຄົນ, ເສຍ ຊິວິດ 17 ຄົນ ຍິງ 1 ຄົນ, ລົງເຄື່ອນໄຫວ ລາດຕະເວນ ແລະ ກວດກາຕາມຈຸດທາງ ລົດໄຟ 106 ຄັ້ງ. ລົງສົມທົບກັບພາກສ່ວນທີ່ກ່ຽວຂ້ອງທໍາລາຍສວນຝິ່ນທັງໝົດ 160 ຕອນ, ເນື້ອທີ່ທັງໝົດ 79.951 ເຮັກຕາ.

ຈາກນັ້ນ, ກໍໄດ້ຜັດປ່ຽນກັນປະກອບຄຳຄິດຄຳເຫັນໃສ່ເນື້ອໃນບົດສະຫຼຸບ ແລະ ທິດທາງແຜນການວຽກງານຈຸດສຸມປະຈຳ ໄຕມາດ II, ເຊິ່ງຈະສຸມໃສແກ້ໄຂບັນຫາປະກົດການຍໍ້ທໍ້, ກ່ຽວກັບການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ, ການຄ້າຂາຍເຖື່ອນ, ການຄ້າມະນຸດ, ສະກັດກັ້ນ ແລະ ຕ້ານອັກຄີໄພ, ບັນຫາ ອຸປະຕິເຫດຕາມທ້ອງຖະໜົນ ແລະ ສຸມໃສ່ກວດກາລາດຕະເວນ ເພື່ອເຮັດໃຫ້ສັງຄົມມີຄວາມສະຫງົບ-ປອດໄພ ໂດຍພື້ນຖານ.

ໂອກາດດຽວກັນນີ້, ຫ້ອງຕຳຫຼວດ ປກສ ແຂວງອຸດົມໄຊ ກໍໄດ້ຫວນຄືນມູນເຊື້ອການກຳເນີດເຕີບໃຫຍ່ຂະຫຍາຍຕົວ ແລະ ຜົນງານໄຊຊະນະຂອງກຳລັງປ້ອງກັນຄວາມສະຫງົບ ແຂວງອຸດົມໄຊ ຄົບຮອບ 60 ປີ, ຜ່ານຂໍ້ຕົກລົງວ່າດ້ວຍຂໍ້ຫ້າມນາຍ ແລະ ພົນຕໍາຫຼວດ ແລະ ນິຕິກໍາຕ່າງໆອີກຈໍານວນໜຶ່ງ.

ໃນກອງປະຊຸມ, ພັອ ສີວອນ ໄຊຍະວົງ ໄດ້ເນັ້ນໃຫ້ຄະນະພັກ-ຄະນະບັນຊາແຕ່ລະຂັ້ນສືບຕໍ່ສຶກສາອົບຮົມການເມືອງ-ແນວຄິດ, ເປັນເຈົ້າການໃນການປະຕິບັດໜ້າທີ່ວິຊາສະເພາະທີ່ໄດ້ຮັບມອບໝາຍ, ກໍາແໜ້ນກົນອຸບາຍ-ເລ່ລ່ຽມຂອງສັດຕູ-ກຸ່ມຄົນບໍ່ດີ, ເຄື່ອນໄຫວປະຕິບັດໜ້າທີ່ໃຫ້ມີຄວາມຖືກ ຕ້ອງໂປ່ງໃສ, ຄຸ້ມຄອງປົກປັກຮັກສາພາຫະນະ, ວັດຖຸ, ອຸປະກອນ-ເຕັກນິກຮັບໃຊ້ວຽກງານວິຊາສະເພາະໃຫ້ມີຄວາມຮັບປະກັນ 100%.