ໂຮງຮຽນວັດທະນາທໍາຫຼັກ 67 ໄດ້ຈັດພິທີບໍລິຈາກເລືອດໃຫ້ອົງການກາແດງລາວ ເຂົ້າຮ່ວມໂດຍ ພັທ ຫຼຽນວິໄຊ ລັດຕະນະວົງ ຮອງອໍານວຍການໂຮງຮຽນວັດທະນາທໍາ ຫຼັກ 67, ພັທ ບຸນແກ້ວ ບຸນມາວົງຄໍາ ຕາງໜ້າຜູ້ປະສານງານກົມເສນາຮັກ ກະຊວງປ້ອງກັນຄວາມສະຫງົບ, ທ່ານ ນາງ ສຸລັດດາ ຈັນດາລາ ຮອງພະແນກປຸກລະດົມຮັບບໍລິຈາກເລືອດ ຫົວໜ້າທີມງານຈາກສະຖາບັນເລືອດແຫ່ງຊາດ, ມີວິຊາການແພດ-ໝໍ ຈາກສະຖາບັນເລືອດແຫ່ງຊາດ, ກົມເສນາຮັກ, ຄູ-ອາຈານ ພ້ອມດ້ວຍນັກຮຽນເຂົ້າຮ່ວມ.

ຈຸດປະສົງ, ກໍເພື່ອເປັນການສ້າງຂະບວນການຕ້ອນຮັບວັນສໍາຄັນຕ່າງໆຂອງພັກ-ຂອງຊາດ ໂດຍສະເພາະ ແມ່ນເພື່ອຂໍ່ານັບຮັບຕ້ອນວັນເດັກສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ທີ່ຈະມາເຖິງນີ້, ເພື່ອເປັນການຊ່ວຍເຫຼືອເພື່ອນມະນຸດດ້ວຍກັນ ໂດຍສະເພາະຊ່ວຍເຫຼືອຄົນເຈັບທີ່ຕ້ອງການເລືອດຢູ່ໂຮງໝໍແຫ່ງຕ່າງໆ ເພື່ອກອບກູ້ເອົາຊີວິດຜູ້ທີ່ກໍາລັງເຈັບປ່ວຍ, ຂາດເລືອດຈາກເຫດການຕ່າງໆ ເຊັ່ນ: ອຸບັດຕິເຫດ ຫຼື ພະຍາດຂາດເລືອດ ເພື່ອໃຫ້ເຂົາເຈົ້າໄດ້ກັບຄືນມາດໍາລົງຊີວິດຮ່ວມກັນໃນສັງຄົມຢ່າງເປັນປົກກະຕິ.

ການບໍລິຈາກເລືອດໃນຄັ້ງນີ້, ມີນ້ອງນັກຮຽນລົງສະໝັກບໍລິຈາກເລືອດທັງໝົດ 57 ຄົນ, ກວດຜ່ານແມ່ນ 51 ຄົນ ແລະ ບໍລິຈາກເລືອດໄດ້ທັງໝົດ 51 ຖົງ.