ໃນຕອນທ່ຽງຂອງວັນທີ 12 ພຶດສະພາ 2022 ທີ່ ນະຄອນຫຼວງ ວໍຊິງຕັນ ດີຊີ ສະຫະລັດ ອາເມລິກາ, ພະນະທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ-ສະຫະລັດ ສະໄໝພິເສດ ເພື່ອສະເຫຼີມສະຫຼອງການພົວພັນ ອາຊຽນ-ອາເມລິກາ ຄົບຮອບ 45 ນັບແຕ່ສອງຝ່າຍໄດ້ສ້າງຕັ້ງສາຍພົວພັນຄູ່ເຈລະຈານຳກັນ ໃນປີ 1977.

ກອງປະຊຸມຄັ້ງນີ້ ຈະໄດ້ດຳເນີນໄປເປັນເວລາ 2 ວັນ ນັບແຕ່ວັນທີ 12 ຫາ 13 ພຶດສະພາ 2022. ໂດຍໃນກອງປະຊຸມມື້ທຳອິດ, ທ່ານນາຍົກລັດຖະມົນຕີ ພັນຄຳ ວິພາວັນ ພ້ອມຜູ້ນຳບັນດາປະເທດສະມາຊິກອາຊຽນອື່ນໆ ໄດ້ພົບປະກັບປະທານສະພາຕໍ່າ ແລະ ບັນດາຜູ້ແທນສະມາຊິກສະພາ ອາເມລິກາ ແລະ ໄດ້ພົບປະກັບພາກທຸລະກິດຂອງອາເມລິກາ.

ໃນການພົບປະກັບຜູ້ແທນສະມາຊິກສະພາ, ບັນດາຜູ້ນຳອາຊຽນ ໄດ້ສະແດງຄວາມຊົມເຊີຍບັນດາຜູ້ແທນສະມາຊິກສະພາ ອາເມລິກາ ທີ່ໄດ້ຊຸກຍູ້ການພົວພັນຮ່ວມມື ອາຊຽນ-ອາເມລິກາ ຕະຫຼອດໄລຍະ 45 ປີຜ່ານມາ ພ້ອມທັງສະເໜີໃຫ້ສືບຕໍ່ການສະໜັບສະໜູນດັ່ງກ່າວ. ທ່ານນາຍົກລັດຖະມົນຕີ ພັນຄຳ ວິພາວັນ ໄດ້ຕີລາຄາບົດບາດອັນສຳຄັນຂອງສະມາຊິກສະພາ ອາເມລິກາ ໃນການຊຸກຍູ້ ແລະ ຮັບຮອງເອົາການຊ່ວຍເຫຼືອໃຫ້ແກ່ ສປປ ລາວ ໃນຫຼາຍໆດ້ານ ລວມທັງດ້ານສາທາລະນະສຸກ, ການເກັບກູ້ລະເບີດທີ່ບໍ່ທັນແຕກ ແລະອື່ນໆ.

ສຳລັບການພົບປະກັບພາກທຸລະກິດ, ບັນດາຜູ້ນຳ ແລະ ຜູ້ຕາງໜ້າຈາກປະເທດສະມາຊິກອາຊຽນ ກໍໄດ້ປຶກສາຫາລືກ່ຽວກັບ ຄວາມສຳຄັນຂອງພາກທຸລະກິດ ອາເມລິກາ ທີ່ມີບົດບາດໃນການສົ່ງເສີມການຄ້າ, ການລົງທຶນ ແລະ ການພັດທະນາເສດຖະກິດຂອງອາຊຽນ ແລະ ໄດ້ແລກປ່ຽນຄວາມຄິດເຫັນກ່ຽວກັບ ກາລະໂອກາດໃນການດຳເນີນທຸລະກິດຢູ່ອາຊຽນໃຫ້ຫຼາຍຂຶ້ນ; ເຊິ່ງປັດຈຸບັນ ອາເມລິກາ ເປັນຄູ່ຄ້າໃຫຍ່ອັນດັບສອງຂອງອາຊຽນ (ໃນປີ 2020 ການຄ້າສອງຝ່າຍລະຫວ່າງ ອາຊຽນ ແລະ ອາເມລິກາ ບັນລຸໄດ້ 308,3 ຕື້ໂດລາສະຫະລັດ) ແລະ ເປັນຜູ້ລົງທຶນໃຫຍ່ອັນດັບໜຶ່ງຢູ່ໃນອາຊຽນ (ລວມມູນຄ່າທັງໝົດສະເລ່ຍສູງເຖິງ 34,7 ຕື້ໂດລາສະຫະລັດ ໃນປີ 2020).

ໃນທ່າມກາງສະພາບເສດຖະກິດຂອງພາກພື້ນ ແລະ ຂອງໂລກທີ່ມີທ່າອ່ຽງຖົດຖອຍ ອັນເນື່ອງມາຈາກການແພ່ລະ​ບາດຂອງພະຍາດໂຄວິດ-19, ບັນດາຜູ້ນຳອາຊຽນ ເຫັນວ່າ ການມີສ່ວນຮ່ວມຂອງພາກທຸລະກິດ ອາເມລິກາ ໃນການຟື້ນຟູເສດຖະກິດ ແລະ ສ້າງຄວາມເຂັ້ມແຂງໃຫ້ຕ່ອງໂສ້ການຜະລິດ ໂດຍຜ່ານການຮ່ວມມືໃນດ້ານການເຊື່ອມຈອດ, ການພັດທະນາຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ, ການຫັນເປັນດິຈິຕອນ, ການສົ່ງເສີມນະວັດຕະກຳ ແລະ ເຕັກໂນໂລຊີ, ການພັດທະນາຕົວເມືອງອັດສະລິຍະ ແລະອື່ນໆ ແມ່ນມີຄວາມສຳຄັນເປັນຢ່າງຍິ່ງ.

ສປປ ລາວ ໄດ້ສະແດງຄວາມຊົມເຊີຍຕໍ່ບັນດາໂຄງການຊ່ວຍເຫຼືອຂອງອາເມລິກາ ເພື່ອສົ່ງເສີມການຂະຫຍາຍຕົວແບບກວມລວມຢູ່ໃນອາຊຽນ ໂດຍຜ່ານນະວັດຕະກຳ, ການຄ້າ ແລະ ການຄ້າທາງເອເລັກໂຕຣນິກ ຫຼື ອິກໄນທ໌ (IGNITE) ແລະ ໂຄງການອື່ນໆ ທີ່ໄດ້ປະກອບສ່ວນສົ່ງເສີມການອໍານວຍຄວາມສະດວກທາງດ້ານການຄ້າ, ການຈັດຕັ້ງປະຕິບັດລະບົບປະຕູດຽວອາຊຽນ, ເສດຖະກິດດິຈິຕອນ ແລະ ການສ້າງຂີດຄວາມສາມາດໃນການນໍາໃຊ້ເຕັກໂນໂລຊີ, ວິທະຍາສາດ ແລະ ນະວັດຕະກໍາ ເຂົ້າໃນການສົ່ງເສີມການຂະຫຍາຍຕົວດ້ານເສດຖະກິດຢູ່ໃນພາກພື້ນ.

ໃນຕອນແລງຂອງວັນດຽວກັນ, ບັນດາຜູ້ນຳອາຊຽນ ກໍໄດ້ເຂົ້າຮ່ວມງານລ້ຽງຕ້ອນຮັບ ທີ່ຈັດໂດຍ ປະທານາທິບໍດີ ໂຈ ໄບເດັນ ແຫ່ງ ສະຫະລັດ ອາເມລິກາ ຢູ່ທີ່ທຳນຽບຂາວ, ເຊິ່ງບັນດາຜູ້ນຳອາຊຽນ ແລະ ອາເມລິກາ ກໍໄດ້ມີໂອກາດພົບປະສັງສັນ ແລະ ແລກປ່ຽນຄວາມຄິດເຫັນກ່ຽວກັບ ການຮ່ວມມືອາຊຽນ-ອາເມລິກາ ໃນໄລຍະຜ່ານມາ ແລະ ທິດທາງການພົວພັນໃນອະນາຄົດ.