ສູນຝຶກອົບຮົມວິຊາສະເພາະ ກອງບັນຊາການປ້ອງກັນທີ່ຕັ້ງ ກະຊວງ ປກສ ໄດ້ຈັດພິທີເປີດຊຸດຮຽນກໍ່ສ້າງວິຊາສະເພາະປ້ອງກັນທີ່ຕັ້ງ ຮຸ່ນທີ X ສົກຮຽນປີ 2022-2023 ໃນວັນທີ 12 ພຶດສະພາ 2022 ທີ່ກອງບັນຊາການປ້ອງກັນທີ່ຕັ້ງ, ໂດຍມີ ພົຈວ ໄຊສີ ແກ້ວສະຫງ່າ ຫົວໜ້າກອງບັນຊາການປ້ອງກັນທີ່ຕັ້ງ, ມີຄະນະພັກ, ຄະນະບັນຊາ 4 ຫ້ອງ, 3 ກອງພັນ, 1 ກອງຮ້ອຍເອກະລາດ ພ້ອມດ້ວຍພະນັກງານຄູ-ອາຈານ ແລະ ນັກຮຽນ ເຂົ້າຮ່ວມ.

ພັທ ສົມສະໄໝ ລືຫາຈັກ ຫົວໜ້າສູນຝຶກອົບຮົບວິຊາສະເພາະປ້ອງກັນທີ່ຕັ້ງ ໄດ້ຜ່ານແຜນການເປີດຊຸດຮຽນໃຫ້ຮູ້ວ່າ: ຊຸດຮຽນດັ່ງກ່າວຈັດຂຶ້ນເພື່ອຜັນຂະຫຍາຍແຜນຍຸດທະສາດການປັບປຸງ-ກໍ່ສ້າງກຳລັງປ້ອງກັນຄວາມສະຫງົບ ໃຫ້ມີຄວາມເຂັ້ມແຂງຮອບດ້ານ ຮັບປະກັນທາງດ້ານປະລິມານ ແລະ ຄຸນນະພາບ ໂດຍສະເພາະເປັນການສຶກສາອົບຮົມ ແລະ ຍົກລະດັບຄວາມຮູ້, ຄວາມສາມາດທາງດ້ານທິດສະດີ ແລະ ຫຼັກການພື້້ນຖານຂອງວຽກງານວິຊາສະເພາະປ້ອງກັນທີ່ຕັ້ງໃຫ້ແກ່ນັກຮຽນໃນຊຸດນີ້.

ຊຸດຮຽນກໍ່ສ້າງວິຊາສະເພາະປ້ອງກັນທີ່ຕັ້ງ ຮຸ່ນທີ X ກຳນົດ ເວລາຮຽນ 1 ປີ ມີນັກຮຽນທັງໝົດ 149 ສະຫາຍ ຍິງ 12 ສະຫາຍ, ປະກອບມີ 3 ໝວດວິຊາຮຽນ ຄື: ໝວດວິຊາຄວາມຮູ້ທົ່ວໄປ, ໝວດວິຊາພື້ນຖານວິຊາສະເພາະ, ໝວດວິຊາສະເພາະຂະແໜງການ; ຫຼັງສິ້ນສຸດໂຄງການຫຼັ້ກສູດນັກຮຽນ ແຕ່ລະສະຫາຍຈະໄດ້ໃຊ້ເວລາທວນ ແລະ ສອບເສັງເອົາຄະແນນ ຈົບຊັ້ນ 3 ພາກວິຊາ ຄື: ການເມືອງ, ກົດໝາຍ, ວິຊາສະເພາະປ້ອງກັນທີ່ຕັ້ງ.

ໂອກາດນີ້, ພົຈວ ໄຊສີ ແກ້ວສະຫງ່າ ໄດ້ໃຫ້ທິດຊີ້ນຳຕໍ່ຄູ-ອາຈານ ຈົ່ງເອົາໃຈໃສ່ໃນການຄົ້ນຄວ້າບົດຮຽນໃນການສິດສອນວິຊາສະເພາະ ປກສ ປ້ອງ ກັນທີ່ຕັ້ງໃຫ້ແທດເໝາະກັບສະພາບປັດຈຸບັນ; ສຳລັບນັກຮຽນ ຈົ່ງເປັນເຈົ້າການຄົ້ນຄວ້າຮໍ່າຮຽນ, ປະຕິບັດລະບຽບວິໄນການເຂົ້າ-ອອກ, ລະບຽບການ ນຸ່ງຖືຢ່າງເຂັ້ມງວດ ເພື່ອຝຶກຝົນຫຼ່ໍຫຼອມຕົນເອງໃຫ້ກາຍເປັນພະນັກງານຮຸ່ນສືບທອດທີ່ມີຄວາມໜັກແໜ້ນ ເຂັ້ມແຂງທາງດ້ານແນວຄິດ, ມີຮູ້ຄວາມສາມາດດ້ານວຽກງານວິຊາສະເພາະໃນລະດັບທີ່ແນ່ນອນ.