ໃນທ້າຍອາທິດຜ່ານມາ, ພົຈວ ສົມໄຊ ຈັນທະວົງ ຫົວໜ້າກອງບັນຊາການ ປກສ ແຂວງຫຼວງນໍ້າທາ ພ້ອມຄະນະ ລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ກອງບັນຊາການ ປກສ ເມືອງລອງ, ເພື່ອຊຸກຍູ້ຄະນະພັກ-ຄະນະບັນ ຊາ ປກສ ເມືອງລອງ ເຮັດໜ້າທີ່ໃຫ້ມີຜົນສຳເລັດ,​ໂດຍການຕ້ອນຮັບຂອງ ພັທ ຄໍາທອນ ເພັດທອງສີ ຫົວໜ້າກອງບັນຊາການ ປກສ ເມືອງລອງ, ມີຄະນະກອງບັນຊາການ, ພະແນກ, ໜ່ວຍງານ ເຂົ້າຮ່ວມ.

ພັທ ຄໍາທອນ ເພັດທອງສີ ໄດ້ລາຍງານສະພາບການຈັດຕັ້ງປະຕິບັດວຽກງານ-ວິຊາສະເພາະໃນໄລຍະຜ່ານມາວ່າ: ໄດ້ເອົາໃຈໃສ່ນໍາພາສຶກສາອົບຮົມການເມືອງ-ແນວຄິດ ໃຫ້ສະມາຊິກພັກ, ພະນັກງານ-ນັກຮົບ ເປັນປົກກະຕິ ເຮັດໃຫ້ກໍາລັງຢູ່ແຕ່ລະພະແນກ, ແຕ່ລະກຸ່ມບ້ານມີແນວຄິດຫຼັກໝັ້ນ, ອຸ່ນອ່ຽນທຸ່ນທ່ຽນຕໍ່ໜ້າທີ່ວຽກງານທີ່ພັກ-ລັດ ຂັ້ນເທິງມອບໝາຍໃຫ້.

ໃນໄລຍະ 3 ເດືອນຜ່ານມາ, ທົ່ວເມືອງມີຄະດີເກີດຂຶ້ນ 15 ເລື່ອງ, ກັກຜູ້ຖືກຫາ 11 ຄົນ, ໄດ້ລົງທໍາລາຍສວນຝິ່ນທີ່ປະຊາຊົນລັກປູກ ປະຈໍາປີ 2021 -2022 ຢູ່ 4 ກຸ່ມ, ມີເນື້ອທີ່ທັງໝົດ 86,3 ເຮັກຕາ, ມີອຸປະຕິເຫດເກີດ ຂຶ້ນ 10 ເລື່ອງ; ພາຫະນະເປ່ເພ ທັງໝົດ 18 ຄັນ, ໃຊ້ການບໍ່ໄດ້ 1 ຄັນ, ມີຄົນໄດ້ຮັບບາດເຈັບ 13 ຄົນ, ເຈັບສາຫັດ 2 ຄົນ, ລວມມູນ ຄ່າເສຍຫາຍປະມານ 53.000. 000 ກວ່າກີບ. ນອກນີ້, ຍັງໄດ້ ນໍາພາປັບປຸງກໍ່ສ້າງພື້ນຖານໂຄງ ລ່າງ ເປັນຕົ້ນແມ່ນສູນບໍາບັດຜູ້ຕິດຢາເສບຕິດ, ຫ້ອງການ ປກສ ກຸ່ມ ບ້ານ, ເຊິ່ງໄດ້ລະດົມໃຫ້ຄອບຄົວ, ພະນັກງານ, ນັກຮຽນຜູ້ທີ່ມີເງື່ອນໄຂມີພື້ນທີ່ທໍາການຜະລິດປູກ ຝັງ-ລ້ຽງສັດເພື່ອໃຫ້ກຸ້ມຕົນເອງເພິ່ງພາຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງເທື່ອລະກ້າວ.

ພົຈວ ສົມໄຊ ຈັນທະວົງ ໄດ້ຊີ້ນຳຄະນະພັກ-ຄະນະບັນຊາ ເຕົ້າໂຮມພະນັກງານຫຼັກແຫຼ່ງໃຫ້ ເປັນປືກແຜ່ນແໜ້ນໜາ ແລະ ພ້ອມກັນເຮັດໜ້າທີ່ສຳເລັດຢ່າງ ມີປະສິດທິພາບສູງ, ສືບຕໍ່ສຶກສາ ອົບຮົມການເມືອງນຳພາ-ແນວຄິດ ເປັນກົກ ເພື່ອເຮັດໃຫ້ມີແນວຄິດອຸ່ນອ່ຽນທຸ່ນທ່ຽງ ແລະ ຫ້າວຫັນຕໍ່ໜ້າທີ່ວຽກງານລົງໃກ້ຊິດຕິດແທດກັບບັນດາຮາກຖານ, ປກສ ກຸ່ມບ້ານໃຫ້ເປັນປະຈຳ ເພື່ອກຳໃຫ້ໄດ້ບັນດາປະກົດການຫຍໍ້ທໍ້ທີ່ອາດຈະເກີດຂຶ້ນ, ທີ່ສຳຄັນແມ່ນຕ້ອງເຮັດໜ້າທີ່ການເມືອງທີ່ພັກ-ລັດ ກໍຄືຂັ້ນເທິງມອບໝາຍໃຫ້ມີຜົນສຳເລັດ.