ກອງບັນຊາການ ປກສ ແຂວງອັດຕະປື ໄດ້ຈັດກອງປະຊຸມເປີດກວ້າງ ຄັ້ງທີ I ສະໄໝທີ VIII ໃນວັນທີ 5 ພຶດສະພາຜ່ານມານີ້, ເປັນປະທານໂດຍ ພັອ ສີເວີນ ແກ້ວສີວົງສາ ກຳມະການພັກແຂວງ ເລຂາຄະນະພັກ ຫົວໜ້າກອງບັນຊາການ ປກສ ແຂວງ, ມີສະຫາຍຮອງເລຂາ, ຄະນະພັກກອງບັນຊາການ, ຄະນະພັກຮາກຖານ, ຄະນະໜ່ວຍພັກເອກະລາດ, ຄະ ນະພັກຮາກຖານ ເຂົ້າຮ່ວມ.

ພັທ ສັກສິດ ສີພັນດວງ ຄະນະພັກກອງບັນຊາການ ເລຂາໜ່ວຍພັກຫ້ອງການເມືອງ ໄດ້ຜ່ານຮ່າງບົດສະຫຼຸບຕີລາຄາ  ການນຳພາ-ຊີ້ນຳຮອບດ້ານຕໍ່ກອງປະຊຸມເປີດກວ້າງຄັ້ງນີ້ ຂອງຄະນະບໍລິຫານງານພັກກອງບັນຊາການ ປກສ ແຂວງ ແລະ ວາງທິດທາງແຜນການວ່າ: ຄະນະພັກກອງບັນຊາການ ປກສ ແຂວງ ໄດ້ຖືເອົາວຽກງານສຶກສາອົບຮົມການເມືອງ-ນຳພາແນວຄິດໃຫ້ສະມາຊິກພັກ, ນາຍ ແລະ ພົນຕຳຫຼວດເປັນໜ້າທີ່ສຳຄັນພື້ນຖານ ເປັນວຽກບູລິມະສິດໜຶ່ງທີ່ສຳຄັນຕິດພັນກັບການເຜີຍແຜ່, ເຊື່ອມຊຶມບັນດາເອກະສານ, ນິຕິກຳ, ມະຕິ, ຄຳສັ່ງຕ່າງໆ ເພື່ອເຮັດໃຫ້ພະນັກ ງານສະມາຊິກພັກທຸກສະຫາຍ ກຳແໜ້ນແນວທາງຂອງພັກ ແລະ ຢຶດໝັ້ນລັດທິມາກ-ເລນິນ ແລະ ມູນເຊື້ອຂອງພັກ, ຂອງຊາດ. ໃນໄລຍະຜ່ານມາ, ຄະນະພັກກອງບັນຊາການໄດ້ເອົາໃຈໃສ່ຕໍ່ວຽກງານຂະຫຍາຍພັກ. ໃນນັ້ນ, ໄດ້ອະນຸມັດໃຫ້ມະຫາຊົນທີ່ມີຄວາມກ້າວໜ້າເຂົ້າຮຽນສະໜັບສະໜູນຈຳນວນ 29 ສະຫາຍ ຍິງ 7 ສະຫາຍ, ຮຽນກົດລະບຽບພັກ 60 ສະຫາຍ ຍິງ 11 ສະຫາຍ, ຮັບເຂົ້າພັກສຳຮອງ 55 ສະຫາຍ ຍິງ 9 ສະຫາຍ, ເລື່ອນສຳຮອງຂຶ້ນເປັນສົມບູນ ຈຳນວນ 30 ສະຫາຍ ຍິງ 5 ສະຫາຍ.

ຄຽງຄູ່ກັນນັ້ນ, ຍັງໄດ້ຊີ້ນໍາວຽກງານແກ້ໄຂປະກົດການຫຍໍ້ທໍ້ທີ່ເກີດຂື້ນໃນສັງຄົມ ໂດຍປະຕິບັດຕາມດຳລັດຂອງນາຍົກລັດຖະມົນຕີ ສະບັບເລກທີ 27/ນຍ, ຄຳສັ່ງ ເລກທີ 22/ຄລສພ, ຄຳສັ່ງເລກທີ 1470/ປກສ ກ່ຽວກັບການແກ້ ໄຂອາຊະຍາກຳຕ່າງໆ ທີ່ສ້າງຄວາມ ບໍ່ສະຫງົບຢູ່ໃນສັງຄົມ ເຮັດໃຫ້ມີຫາງສຽງຕຳນິວິຈານຕໍ່ກຳລັງປ້ອງ ກັນຄວາມສະຫງົບ ໃນທາງດ້ານ ລົບຫຼຸດລົງ ແລະ ສັງຄົມມີຄວາມ ສະຫງົບ ປອດໄພໂດຍພື້ນຖານ ເຊິ່ງມັນສະແດງອອກໃນ 3 ເດືອນ ຜ່ານມາ ມີຄະດີອາຍາເກີດຂຶ້ນທັງ ໝົດ 62 ເລື່ອງ, ກັກຕົວຜູ້ຕ້ອງຫາ ໄດ້ 105 ຄົນ, ຄະດີພວມດຳເນີນ 13 ເລື່ອງ, ໂຈະການດຳເນີນ 2 ເລື່ອງ, ຊັດມ້ຽນ 3 ເລື່ອງ, ສະ ຫຼຸບສົ່ງໄອ ຍະການ 3 ເລື່ອງ, ແກ້ໄຂສຳເລັດ 3 ເລື່ອງ, ສຳລັບຄະດີອຸບັດຕິເຫດເກີດຂຶ້ນ 73 ຄັ້ງ, ມີພາຫານະເປ່ເພ 121 ຄັນ, ມີຄົນໄດ້ຮັບບາດເຈັບ 61 ຄົນ ຍິງ 14 ຄົນ, ມີຄົນເສຍຊີວິດ 12    ຄົນ, ມີຄະດີອັກຄີໄພເກີດຂຶ້ນ 10 ຄັ້ງ, ມີມູນຄ່າເສຍຫາຍ 200 ລ້ານກວ່າກີບ.