ໃນຕອນເຊົ້າວັນທີ 12 ພຶດສະພາ 2022, ຫ້ອງວ່າການ ສຳນັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບ “ການຍົກສູງຄຸນນະພາບວຽກງານເສນາທິການ ໃນໄລຍະໃໝ່” ຮ່ວມກັບບັນດາກະຊວງ, ອົງການທຽບເທົ່າ ແລະ ບັນດາແຂວງ ໃນທົ່ວປະເທດ ຜ່ານລະບົບກອງປະຊຸມທາງໄກ, ໂດຍການເປັນປະທານຂອງ ທ່ານ ອາລຸນໄຊ ສູນນະລາດ ລັດຖະມົນຕີ, ຫົວໜ້າຫ້ອງວ່າການ ສຳນັກງານນາຍົກລັດຖະມົນຕີ, ມີບັນດາທ່ານຮອງລັດຖະມົນຕີ, ຮອງຫົວໜ້າອົງການທຽບເທົ່າກະຊວງ, ຮອງເຈົ້າແຂວງ, ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ຫົວໜ້າຫ້ອງການກະຊວງ-ອົງການ, ຫົວໜ້າຫ້ອງວ່າການແຂວງ-ນະຄອນຫຼວງວຽງຈັນ ແລະ ຄະນະກົມ ພາຍໃນ ຫສນຍ ເຂົ້າຮ່ວມຢ່າງພ້ອມພຽງ.

ຈຸດປະສົງຂອງກອງປະຊຸມ ແມ່ນເພື່ອປັບປຸງຄຸນນະພາບການເປັນເສນາທິການ ໃນໄລຍະໃໝ່ ແລະ ປັບປຸງຮອບດ້ານວຽກງານເສນາທິການຮັບໃຊ້ຂັ້ນເທິງ ກໍຄື ການບໍລິການຮັບໃຊ້ປະຊາຊົນ ເວົ້າລວມ, ເວົ້າສະເພາະ ເພື່ອປຶກສາຫາລື ແລະ ທົບທວນການຈັດຕັ້ງປະຕິບັດວຽກງານສຳຄັນຈຳນວນໜຶ່ງ ເປັນຕົ້ນແມ່ນ ການຈັດຕັ້ງປະຕິບັດລະບຽບ ແລະ ກົນໄກການເຮັດວຽກຂອງລັດຖະບານ ຊຸດທີ IX ຕາມຂໍ້ຕົກລົງສະບັບເລກທີ 41/ນຍ, ລົງວັນທີ 30 ເມສາ 2021 ຕິດພັນກັບພາລະບົດບາດການເປັນເສນາທິການ, ການປະສານງານຂອງບັນດາຂະແໜງການຂັ້ນສູນກາງ ແລະ ທ້ອງຖິ່ນ.

????????????????????????????????????

ຜ່ານຮ່າງບົດສະຫຼຸບວຽກງານພົ້ນເດັ່ນ ປະຈຳອາທິດ, ເດືອນ, 3 ເດືອນ ແລະ ປະຈຳປີຂອງທ້ອງຖິ່ນ ຕໍ່ລັດຖະບານ ແລະ ແຜນວຽກຈຸດສຸມໃນຕໍ່ໜ້າ; ຊຸກຍູ້ຂະແໜງການ ແລະ ທ້ອງຖິ່ນ ໃນການປະຕິບັດວຽກງານເລັ່ງດ່ວນຈຳນວນໜຶ່ງ ເຊັ່ນ: ການເປີດປະເທດ, ການຈັດຕັ້ງປະຕິບັດ 2​ ວາລະແຫ່ງຊາດ ຕິດພັນກັບແກ້ໄຂບັນຫານໍ້າມັນເຊື້ອໄຟ, ເງິນຕາ, ການຂົນສົ່ງຢູ່ດ່ານຊາຍແດນ. ນອກຈາກນັ້ນ, ຍັງເປັນການຕິດຕາມ ແລະ ຊຸກຍູ້ການຈັດຕັ້ງປະຕິບັດບັນດານິຕິກຳຂອງລັດຖະບານ ເປັນຕົ້ນ ດຳລັດສະບັບເລກທີ 599/ນຍ, ລົງວັນທີ 29 ກັນຍາ 2021 ວ່າດ້ວຍລົດຂອງລັດ ກໍຄື ມາດຕະການປະຢັດມັດທະຍັດ ແລະ ແຈ້ງການທິດຊີ້ນຳຕ່າງໆຂອງລັດຖະບານ, ພ້ອມທັງ​ແລກປ່ຽນຂໍ້ມູນກ່ຽວກັບສະພາບຄວາມເປັນຈິງຂອງບັນດາຂະແໜງການສູນກາງ ແລະ ທ້ອງຖິ່ນ.

ໃນໂອກາດນີ້, ຜູ້ຕາງໜ້າບັນດາກະຊວງ, ອົງການ, ແຂວງ ແລະ ນະຄອນຫຼວງວຽງຈັນ ໄດ້ຜັດປ່ຽນກັນລາຍງານ ແລະ ແລກປ່ຽນຄຳຄິດເຫັນຕໍ່ການຈັດຕັ້ງປະຕິບັດວຽກງານ ທີ່ຕິດພັນກັບຂະແໜງການ ແລະ ທ້ອງຖິ່ນຂອງຕົນ ໂດຍສະເພາະ ບັນດາຫົວຂໍ້ທີ່ທ່ານປະທານກອງປະຊຸມໄດ້ເຈາະຈີ້ມ, ລວມທັງສະພາບພົ້ນເດັ່ນຕ່າງໆ. ນອກຈາກນີ້, ກອງປະຊຸມຍັງໄດ້ລະດົມຄວາມຄິດເຫັນຈາກຜູ້ເຂົ້າຮ່ວມ ເພື່ອນຳໄປຄົ້ນຄວ້າແກ້ໄຂຂໍ້ຄົງຄ້າງ ແລະ ບັນຫາຫຍຸ້ງຍາກຕ່າງໆທີ່ກຳລັງປະເຊີນ ໃນປະຈຸບັນ.

ໃນຕອນທ້າຍ, ທ່ານປະທານກອງປະຊຸມ ໄດ້ມີຄຳເຫັນສະຫຼຸບສັງລວມຜົນຂອງກອງປະຊຸມຄັ້ງນີ້ ພ້ອມທັງມີຄຳເຫັນເນັ້ນໜັກໃຫ້ບັນດາຫ້ອງການກະຊວງ-ອົງການທຽບເທົ່າ ແລະ ຫ້ອງວ່າການແຂວງ-ນະຄອນຫຼວງວຽງຈັນ ເອົາໃຈໃສ່ວຽກງານການເປັນເສນາທິການຕື່ມບາງດ້ານ ເປັນຕົ້ນ ຕ້ອງກຳນົດວິໄສທັດວຽກງານຫ້ອງວ່າການ ຫຼື ຫ້ອງການຂອງຕົນຢ່າງຊັດເຈນ ເພື່ອຮັບປະກັນໃຫ້ສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການ ໃນການບໍລິຫານວຽກງານແຕ່ລະຂັ້ນ ແລະ ແຕ່ລະໄລຍະ; ມີຄວາມກ້າຫານໃນການໃຫ້ທັດສະນະຕ່າງໆ ແກ່ຂັ້ນເທິງ ບົນພື້ນຖານຂໍ້ມູນຖືກຕ້ອງ, ແທດຕົວຈິງ, ສອດຄ່ອງກັບລະບຽບກົດໝາຍ, ມີວິທະຍາສາດ ແລະ ມີຫຼາຍທາງເລືອກ; ຫ້ອງວ່າການ, ຫ້ອງການ ຕ້ອງກຳສະພາບການຮອບດ້ານໃຫ້ໄດ້ ທັງວຽກງານສາຍຕັ້ງ ແລະ ສາຍຂວາງ, ພ້ອມກັນນັ້ນ ພະນັກງານທີ່ເຮັດໜ້າທີ່ເສນາທິການ ກໍຕ້ອງຄິດໄວ, ຫູໄວ, ຕາໄວ, ເຮັດວຽກໄວ ແລະ ຄາດຄະເນລ່ວງໜ້າໄດ້ດີ.

ນອກຈາກນັ້ນ, ການປະສານງານ ກໍໃຫ້ມີຄວາມຄ່ອງຕົວ ທັງໂດຍກົງ ແລະ ຮູບແບບທາງການ ເພື່ອໃຫ້ໄດ້ຂໍ້ມູນທີ່ຫຼາກຫຼາຍ, ຖືກຕ້ອງ ແລະ ຊັດເຈນ ແນໃສ່ເຮັດໃຫ້ການເປັນເສນາທິການໃຫ້ແກ່ການນຳທຸກຂັ້ນ ໂດຍສະເພາະ ການປະສານງານມີຄວາມຄ່ອງຕົວ, ການບໍລິຫານ ແລະ ຈັດຕັ້ງປະຕິບັດວຽກງານ ທັງແບບປົກກະຕິ ແລະ ເລັ່ງດ່ວນ ມີຄວາມສະດວກ, ວ່ອງໄວ, ທັນສະໄໝ-ທັນການ, ໂປ່ງໃສ, ຮັກສາໄດ້ຄວາມລັບ, ມີປະສິທິພາບ ແລະ ປະສິດທິຜົນສູງຂຶ້ນ.