ກອງບັນຊາການ ປກສ ນະຄອນປາກເຊ ແຂວງຈໍາປາສັກ ໄດ້ຈັດຊຸດຝຶກອົບຮົມວຽກງານວິຊາສະເພາະໃຫ້ກໍາລັງ ປກສ ບ້ານກາງ  ປກສ ກຸ່ມ 5 ໃນທ້າຍອາ ທິດທີ່ຜ່ານມາ, ເຂົ້າຮ່ວມໂດຍ ພັທ ຄຳສິງ ພົນສະຫວັດ ຮອງຫົວໜ້າກອງບັນຊາການ ປກສ ນະຄອນປາກເຊ, ມີ ພັທ ຄຳໃບ ຄັນສີລາ ຄະນະກອງກໍ່ສ້າງຮາກຖານຮອງ ຫ້ອງການເມືອງ ກອງບັນຊາການ ປກສ ແຂວງຈຳປາສັກ, ມີຫົວໜ້າ ປກສ ບໍລິການປະຊາຊົນກຸ່ມ 5, ນາຍບ້ານ, ພະນັກ ງານກໍ່ສ້າງ ຮາກຖານຕະຫຼອດຮອດອົງການການປົກຄອງບ້ານ ເຂົ້າຮ່ວມ.

ຊຸດຝຶກອົບຮົມຄັ້ງນີ້, ເພື່ອແນ ໃສ່ເຮັດໃຫ້ກຳລັງ ປກສ ບ້ານຮັບຮູ້ ແລະ ເຂົ້າໃຈໃນການເຄື່ອນໄຫວ ເຮັດໜ້າທີ່ຕາມພາລະບົດບາດ, ສິດ, ໜ້າທີ່ຂອງຕົນໃຫ້ຖືກຕ້ອງ ສອດຄ່ອງຕາມຫຼັກການວິຊາສະເພາະຕົວຈິງ, ຮັບປະກັນໃຫ້ມີຜົນສຳເລັດຕາມຄາດໝາຍທີ່ວາງໄວ້.

ການຝືກອົບຮົມ ໄດ້ເຜີຍແຜ່ເອກະສານສິດ ແລະ ໜ້າທີ່ຂອງ ປກສ ບ້ານ ເລກທີ 514 ເລກທີ 4164, ເອກະສານກ່ຽວກັບປຶ້ມ ສຳມະໂນຄົວ, ປຶ້ມບັນທຶກ 5 ຕາ ຕະລາງ, ຂໍ້ຕົກລົງເລກທີ 645, ເລກທີ 655 ແລະ ຄຳແນະນຳສະ ບັບເລກທີ 1268/ປກສ, ຂໍ້ຕົກ ລົງ ເລກທີ 702/ປກສ, ຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງ ປກສ ບ້ານ ແລະ ຂໍ້ຕົກລົງ ວ່າດ້ວຍການມອບໃບຍ້ອງຍໍໃຫ້ບັນດາບ້ານທີ່ໄດ້ຮັບຮອງເປັນບ້ານປ້ອງກັນຄວາມສະ ຫງົບດີ 3 ປີຊ້ອນ, ເອກະສານວາ ລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ, ເອກະສານປ້ອງກັນສະຖານທີ່ເກີດເຫດ, ເອກະສານວ່າດ້ວຍການແຕ່ງດອງ ລະຫວ່າງ ຄົນລາວກັບຄົນຕ່າງປະເທດ ແລະ ການພັກເຊົາຂອງຄົນຕ່າງປະເທດ.