ພາຍຫຼັງ ເຈົ້າໜ້າທີ່ວິຊາສະເພາະ ລົງແກ້ໄຂກຸ່ມແກ້ງໄວລຸ້ນທີ່ດັດແປງສະພາບເຕັກນິກລົດ, ຂັບຂີ່ລົດກວນເມືອງ ຢູ່ຕາມເສັ້ນທາງເທດສະບານແຂວງຫຼວງນໍ້າທາ, ມາໃນວັນທີ 4 ພຶດສະພາ 2022 ພະແນກຕຳຫຼວດຈະລາຈອນ ປກສ ແຂວງ ໄດ້ເຊີນເອົາພໍ່ແມ່ຜູ້ປົກຄອງ ແລະ ກຸ່ມແກ້ງດັ່ງກ່າວມາສຶກສາອົບຮົມກ່າວເຕືອນ ພ້ອມທັງໃຫ້ນໍາເອົາລົດໄປແປງຄືນສະພາບເດີມ.

ພັຕ ອີນຫົງ ຂຽນທະວົງ ຮອງຫົວໜ້າພະແນກຕຳຫຼວດຈະລາຈອນ ໄດ້ອະທິບາຍກ່ຽວກັບກົດລະບຽບ, ຂໍ້ຫ້າມຕ່າງໆຂອງການສັນຈອນຕາມທ້ອງຖະໜົນຕໍ່ກຸ່ມໄວລຸ້ນທີ່ຖືກສຶກສາອົບຮົມ ຈຳນວນ 12 ຄົນ, ອາຍຸລະຫວ່າງ 15-20 ປີ ໃຫ້ໄດ້ຮັບຮູ້ ແລະ ເຂົ້າໃຈເລິກເຊິ່ງ.

ທັ່ງນີ້, ພາຫະນະທີ່ຢຶດມາມີທັງໝົດ 12 ຄັນ ສ່ວນຫຼາຍແມ່ນລົດທີ່ຖືກດັດແປງ, ປ່ຽນຖ່າຍລະບົບທໍ່ຄວັນ (ເຮັດໃຫ້ສຽງດັງເກີນຂອບເຂດ), ລະບົບແກ, ລະບົບລໍ້, ລະບົບຮ່າງລົດ, ລະບົບໄຟ ແລະອື່ນໆ ທີ່ບໍ່ຖືກຕ້ອງ ແລະ ບໍ່ຮັບປະກັນ ເຊິ່ງມີຄວາມສ່ຽງຕໍ່ການເກີດອຸບັດຕິເຫດ; ສຳລັບໃນການສຶກສາອົບຮົມ ແມ່ນໄດ້ສ້າງບົດບັນທຶກຢັ້ງຢືນຕໍ່ເຈົ້າໜ້າທີ່ ແລະ ນຳເອົາອາໄລ່ທີ່ຖືກຕ້ອງຕາມສະພາບເຕັກນິກຂອງໂຮງງານ ມາປ່ຽນໃສ່ລົດແລ້ວ ຈຶ່ງອະນຸຍາດນຳອອກໄປຊົມໃຊ້.

ໂອກາດດຽວກັນ, ພັທ ສິງຄຳ ອຸດົມພອນ ຮອງຫົວໜ້າຫ້ອງຕຳຫຼວດ ປກສ ແຂວງຫຼວງນໍ້າທາ ໄດ້ຮຽກຮ້ອງໃຫ້ຜູ້ທີ່ຖືກສຶກສາອົບຮົມໃນຄັ້ງນີ້ ຈົ່ງປ່ຽນແປງພຶດຕິກຳທີບໍ່ເໜາະສົມ ໃນໄລຍະຜ່ານມາ ໃນການໃຊ້ລົດ-ໃຊ້ຖະໜົນ ແມ່ນຕ້ອງໃຫ້ກຽດເຊິ່ງກັນແລະກັນ, ເວລາຂັບຂີ່ລົດ ຕ້ອງມີສະຕິປະຕິບັດກົດລະບຽບຈະລາຈອນຢ່າງເຂັ້ມງວດ; ພ້ອມທັັງຮຽກຮ້ອງໃຫ້ພໍ່-ແມ່ຜູ້ປົກຄອງ ຊ່ວຍເຈົ້າໜ້າທີ່ສຶກສາອົບຮົມລູກຫຼານຂອງຕົນບໍ່ໃຫ້ສືບຕໍ່ເຄື່ອນໄຫວກະທຳຜິດຕື່ມອີກ, ຖ້າຫາກເຈົ້າໜ້າທີ່ພົບເຫັນພຶດຕິກໍາເກົ່າ ເຈົ້າໜ້າທີ່ຈະໃຊ້ມາດຕະການເດັດຂາດຕໍ່ຜູ້ລະເມີດ ໂດຍບໍ່ມີຂໍ້ຍົກເວັ້ນ.