ໃນວັນທີ 9 ພຶດສະພາ 2022, ພະແນກຕໍາຫຼວດຈະລາຈອນ ຫ້ອງຕໍາຫຼວດ ປກສ ແຂວງຜົ້ງສາລີ ໄດ້ລົງໂຄສະນາກົດລະບຽບຈະລາຈອນປູກຈິດສໍານຶກຄວາມປອດໄພທາງຫຼວງໃຫ້ນັກຮຽນ ແລະ ຄູອາຈານ ໂຮງຮຽນ ມສ ບ້ານໃໝ່ ເມືອງບຸນເໜືອ ແຂວງຜົ້ງສາລີ, ນໍາທີມໂດຍ ພັທ ຄໍາຕຸ່ນ ສຸວັນ ຮອງຫົວໜ້າຫ້ອງຕໍາຫຼວດ ຜູ້ຊີ້ນໍາວຽກງານຈະລາຈອນ, ມີ ທ່ານ ສົມຈິດທອງ ຈຸມມະລີ ອໍານວຍການໂຮງຮຽນ ມສ ບ້ານໃໝ່ ປະທານສະມາຄົມພໍ່-ແມ່ນັກຮຽນ, ຄູ-ອາຈານ ຕະຫຼອດຮອດນ້ອງນັກຮຽນ ເຂົ້າຮ່ວມຈໍານວນ 1.450 ຄົນ.

ການລົງໂຄສະນາເຜີຍແຜ່ລະບຽບການສັນຈອນໃນຄັ້ງນີ້ ແມ່ນເພື່ອເຮັດໃຫ້ນ້ອງນັກຮຽນໄດ້ຮັບຮູ້ ແລະ ເຂົ້າໃຈເຖິງລະບຽບການສັນຈອນ ເປັນຕົ້ນແມ່ນ:

  • ການຈະລາຈອນທາງບົກ
  • ການສັນຈອນຕາມທ້ອງຖະໜົນຫຼວງ
  • ຄວາມໝາຍ-ຄວາມສໍາຄັນຂອງບັນດາປ້າຍຫ້າມຕ່າງໆ

ຜ່ານການຈັດຕັ້ງປະຕິບັດຕົວຈິງ ໃນໄລຍະຜ່ານມາ ແມ່ນເຫັນໄດ້ຫຼາຍບັນຫາປະກົດຂຶ້ນ ຕິດພັນກັບ ການຂັບຂີ່, ການສັນຈອນ ເຊັ່ນ: ຜູ້ຂັບຂີ່ສ່ວນຫຼາຍບໍ່ໃສ່ໝວກກັນກະທົບ, ບໍ່ໃສ່ສາຍຮັດນິລະໄພ, ດື່ມສິ່ງມືນເມົາໃນເວລາຂັບຂີ່, ການດັດແປງສະພາບເຕັກນິກລົດ, ຂັບຂີ່ເປັນພຶງເປັນແພ ແລະ ບັນຫາອື່ນໆທີ່ເປັນສາເຫດພາໃຫ້ເກີດອຸບັດຕິເຫດ ແລະ ເຮັດໃຫ້ສັງຄົມບໍ່ມີຄວາມສະຫງົບ.

ການລົງໂຄສະນາເຜີຍແຜ່ໃນຄັ້ງນີ້ ທີມງານ ປກສ ແຂວງ ໄດ້ນໍາເອົາບັນດານິຕິກໍາ, ປະມວນອາຍາ, ດໍາລັດ 568 ແລະ ດໍາລັດ 615, ເຊິ່ງໃນແຕ່ລະມາດຕານັ້ນ ແມ່ນໄດ້ອະທິບາຍຍົກໃຫ້ເຫັນຄວາມຮັບຜິດຊອບ ແລະ ຄວາມເປັນອັນຕະລາຍຂອງການລະເມີດກົດຈະລາຈອນ ໂດຍການສາຍພາບ LCD ໃຫ້ໄດ້ຮັບຊົມ ທັງຍົກໃຫ້ເຫັນສາເຫດ ແລະ ຜົນກະທົບຈາກການເກີດອຸບັດຕິເຫດ ໃນໄລຍະຜ່ານມາ; ເຊິ່ງທັງນີ້ກໍເພື່ອແນໃສ່ເຮັດໃຫ້ຄູ-ອາຈານ ຮັບຮູ້ ແລະ ເຂົ້າໃຈ, ມີສະຕິເຄົາລົບກົດໝາຍຈະລາຈອນ ໃຫ້ມີຄວາມຮັບຜິດຊອບເປັນເຈົ້າການປະຕິບັດຢ່າງເຂັ້ມງວດ, ມີສ່ວນຮ່ວມໃນການໂຄສະນາຊ່ວຍເຈົ້າໜ້າທີ່ ຢູ່ໃນຄວາມຮັບຜິດຊອບຂອງຕົນ ເພື່ອເຮັດໃຫ້ການຂັບຂີ່ຍານພາຫະນະ, ການໃຊ້ລົດ-ໃຊ້ຖະໜົນຢູ່ໃນສັງຄົມ ມີຄວາມເປັນລະບຽບຮຽບຮ້ອຍ, ຫຼຸດຜ່ອນອຸບັດຕິເຫດຕາມທ້ອງຖະໜົນ ໃຫ້ນັບມື້ຫຼຸດໜ້ອຍຖອຍລົງເທື່ອລະກ້າວ.