ນັບແຕ່ມີວາລະແຫ່ງຊາດວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ ທຸກພາກສ່ວນໃນສັງຄົມ ໄດ້ພ້ອມກັນຈັດຕັ້ງປະຕິບັດຢ່າງເຂັ້ມງວດ; ໃນນີ້, ປກສ ເມືອງມະຫາໄຊ ແຂວງຄຳມ່ວນ ກໍເປັນອີກເມືອງໜຶ່ງທີ່ໄດ້ຈັດຕັ້ງຜັນຂະຫຍາຍວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ ຢ່າງຕັ້ງໜ້າ ແລະ ເປັນຮູບປະທຳ.

ໃນໂອກາດທີ່ ພັອ ບຸນປະດິດ ວົງພູທອນ ຮອງຫົວໜ້າກອງບັນຊາການ ປກສ ແຂວງຄໍາມ່ວນ ໄດ້ລົງເຄື່ອນໄຫວຊຸກຍູ້ ແລະ ຊີ້ນຳການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ ແລະ ເຜີຍແຜ່ເອກະສານຄຳແນະນຳຂອງທ່ານເຈົ້າແຂວງຄຳມ່ວນ ສະບັບເລກທີ 03/ຈຂ, ລົງວັນທີ 19 ເມສາ 2022 ວ່າດ້ວຍ ການຈັດຕັ້ງປະຕິບັດທິດທາງແຜນການຜັນຂະຫຍາຍວາລະແຫ່ງຊາດວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ ຢູ່ແຂວງຄຳມ່ວນ (2021-2023) ໃນວັນທີ  9 ພຶດສະພາ 2022 ທີ່ກອງບັນຊາການ ປກສ ເມືອງມະຫາໄຊ, ໃຫ້ການຕ້ອນຮັບໂດຍ ພັທ ສຸກສະຫງວນ ຈັນທະລາດ ຫົວໜ້າກອງບັນຊາການ ປກສ ເມືອງມະຫາໄຊ, ມີ ຄະນະພັກ-ຄະນະກອງບັນຊາການ ປກສ ເມືອງ, ພະນັກງານຫຼັກແຫຼ່ງ ພ້ອມດ້ວຍ ປກສ ກຸ່ມບ້ານ ເຂົ້າຮ່ວມຮັບຟັງລາຍງານຜົນການຈັດຕັ້ງວາລະດັ່ງກ່າວ ຈາກ ປກສ ເມືອງມະຫາໄຊ.

ພັທ ສຸກສະຫງວນ ຈັນທະລາດ ໄດ້ລາຍງານຜົນສຳເລັດໃນການເຊື່ອມຊຶມບັນດາເອກະສານ ແລະ ສຶກສາອົບຮົມເປົ້າໝາຍຢາເສບຕິດ ຢູ່ເມືອງມະຫາໄຊ ໃຫ້ທ່ານຮອງຫົວໜ້າກອງບັນຊາການ ປກສ ແຂວງຄໍາມ່ວນ ຊາບວ່າ:

ປກສ ເມືອງມະຫາໄຊ ໄດ້ເຜີຍແຜ່-ເຊື່ອມຊຶມເອກະສານວາລະແຫງຊາດວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ ໂດຍໄດ້ເລີ່ມຈັດຕັ້ງແຕ່ວັນທີ 25 ມັງກອນ ຫາ 14 ກຸມພາ 2022. ໃນນີ້, ໄດ້ເຊື່ອມຊຶມຂັ້ນເມືອງ 3 ຄັ້ງ ມີຜູ້ເຂົ້າຮ່ວມທັງໝົດ 529 ຄົນ ຍິງ 122 ຄົນ ແລະ ໃນຄັ້ງວັນທີ 15 ຫາ 18 ກຸມພາ 2022 ແມ່ນໄດ້ລົງເຜີຍແຜ່ເຊື່ອມຊຶມຂັ້ນຮາກຖານ ໃນ 11 ກຸ່ມບ້ານ, ມີ 67 ບ້ານ ມີຜູ້ເຂົ້າມຮ່ວມທັງໝົດ 10.418 ຄົນ ຍິງ 5.145 ຄົນ, ເຊິ່ງປະກອບມີເອກະສານຕ່າງໆດັ່ງນີ້:

  • ເອກະສານມະຕິ ສະບັບເລກທີ 04/ສພຊ ລົງວນັທີ 10 ສິງຫາ 2021 ໄດ້ຮັບຮອງເອົາວ່າລະແຫ່ງຊາດວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ (2021-2023)
  • ເອກະສານຄໍາສັ່ງວ່າດ້ວຍ ການເພີ່ມທະວິການນໍາພາ-ຊີ້ນຳຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດສະບັບ ເລກທີ15/ຄປຈຂ ລົງວັນທີ 17 ທັນວາ 2021
  • ເອກະສານທິດທາງແຜນການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ ສະບັບເລກທີ 15/ຈຂ ລົງວັນທີ 17 ທັນວາ 2021
  • ເອກະສານຄຳສັ່ງວ່າດ້ວຍ ການເພີ່ມທະວີການນໍາພາ-ຊີ້ນໍາຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍ ການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ສະບັບເລກທີ 14/ຄປຈ ລົງວັນທີ 17 ທັນ ວາ 2021
  • ເອກະສານທິດທາງແຜນການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍ ການແກ້ໄຂຄວາມຍຸ່ງຍາກທາງດ້ານເສດຖະກິດ-ການເງິນຂອງແຂວງຄໍາມ່ວນ    (2021-2023) ສະບັບລົງວັນທີ 17 ທັນວາ 2021

ພ້ອມດຽວກັນນັ້ນ, ເຈົ້າໜ້າທີ່ພວກເຮົາ ຍັງໄດ້ສຶກສາອົບຮົມເປົ້າໝາຍຢາເສບຕິດໄດ້ 4 ກຸ່ມຄື: ກຸ່ມນາທານ, ກຸ່ມນາແສ, ກຸ່ມນາດູ່ ແລະ ກຸ່ມໂພນເມືອງ ມີຈຳນວນພົນທັງໝົດ 402 ຄົນ ຍິງ 2 ຄົນ; ນອກຈາກນັ້ນ, ເຈົ້າໜ້າທີ່ວິຊາສະເພາະ ຍັງສາມາດມ້າງລາຍຄະດີໄດ້ 5 ເລື່ອງ ມີຜູ້ຖືກຫາ 6 ຄົນ ຍິງ 2 ຄົນ ແລະ ສາມາດຢຶດຂອງກາງປະເພດຢາບ້າໄດ້ຈຳນວນ 211 ເມັດ.

ໂອກາດດັ່ງກ່າວ, ພັອ ບຸນປະດິດ ວົງພູທອນ ຮອງຫົວໜ້າກອງບັນຊາການ ປກສ ແຂວງຄໍາມ່ວນ ໄດ້ເນັ້ນໃຫ້ ຄະນະພັກ-ຄະນະກອງບັນຊາການ ຕະຫຼອດຮອດກໍາລັງວິຊາສະເພາະ ໃຫ້ສືບຕໍ່ຂຶ້ນບັນຊີເປົ້າໝາຍໃຫ້ຈະແຈ້ງ, ຊັດເຈນຂຶ້ນຕື່ມ ເພື່ອຮັບປະກັນໃນການຈັດຕັ້ງປະຕິບັດວຽກງານຕົວຈິງໃຫ້ຖືກຈຸດ, ຖືກທິດ ແລະ ຖືກເປົ້າໝາຍ. ນອກນັ້ນ, ຕ້ອງສ້າງຄວາມເປັນເຈົ້າການທີ່ເຂັ້ມແຂງໃຫ້ແກ່ທ້ອງຖິ່ນຮາກຖານ, ບ້ານ, ອົງການປົກຄອງ ແລະ ຂະແໜງການທຸກຂັ້ນ ໃຫ້ປະຕິບັດຕາມລະບຽບ, ກົດໝາຍຢ່າງເຂັ້ມງວດ, ເປັນເຈົ້າການປະກອບສ່ວນຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ ຢ່າງມີຈຸດສຸມ, ໃຫ້ບັນດາບ້ານພາຍໃນເມືອງ ເປັນບ້ານປອດຢາເສບຕິດ ແລະ ເມືອງທີ່ມີຄວາມສະຫງົບປອດໄພຈາກບັນຫາຢາເສບຕິດ.