ກົມໃຫຍ່ພະລາທິການ ກະຊວງ ປກສ ສໍາເລັດບັ້ນຝຶກອົບຮົມວຽກງານພັກ-ວຽກງານການເມືອງ ໄລຍະສັ້ນ ຄັ້ງທີ I ໃນວັນທີ 11 ພຶດສະພາ 2022, ເຂົ້າຮ່ວມໂດຍ ພົຈວ ທອງສຸກ ຍ່າເອີລາວວີ ຮັກສາການຫົວໜ້າກົມໃຫຍ່ພະລາທິການ, ມີຄະນະກົມກອງ ອ້ອມຂ້າງ ກົມໃຫຍ່ພະລາທິການ ປກສ, ກົມພັກກົມໃຫຍ່ການເມືອງ, ຕາງໜ້າສອງ ບໍລິສັດ ຮັກສາຄວາມປອດໄພ ພ້ອມດ້ວຍວິທະຍາກອນ ແລະ ນັກສໍາມະນາກອນ ເຂົ້າຮ່ວມ.

ໃນພິທີ, ພັທ ພຸດທອນ ສົມມະນີວັນ ຮອງຫ້ອງການເມືອງ ກ່າວວ່າ:

ຊຸດຝຶກອົບຮົມຄັ້ງນີ້ ມີຜູ້ເຂົ້າຮ່ວມ 38 ສະຫາຍ, ເຊິ່ງເອກະສານທີ່ນໍາມາຝຶກອົບຮົມ ມີທັງໝົດ 9 ວິຊາ ຄື:

  • ອົງການການເມືອງ ແລະ ຜູ້ຮັບຜິດຊອບວຽກງານການເມືອງ ໃນກໍາລັງປ້ອງກັນຄວາມສະຫງົບ
  • ຝຶກຝົນຄຸນທາດການເມືອງ ແລະ ຄຸນສົມບັດສິນທໍາປະຕິວັດ
  • ການຈັດຕັ້ງ ແລະ ນໍາພາຂອງ ພັັກປະຊາຊົນປະຕິວັດລາວ ຕໍ່ກຳລັງປ້ອງກັນຄວາມສະຫງົບປະຊາຊົນ
  • ຍົກສູງຄຸນນະພາບການນໍາພາຮອບດ້ານຂອງການຈັດຕັ້ງຮາກຖານພັກ
  • ຍົກສູງຄຸນນະພາບສະມາຊິກພັກ ແລະ ວຽກງານຂະຫຍາຍພັກ ໃນໄລຍະໃໝ່
  • ເພີ່ມທະວີວຽກງານຄຸ້ມຄອງ ແລະ ລະບຽບການຍົກຍ້າຍຮ່ວມຊີວິດພັກ
  • ເພີ່ມທະວີວຽກງານປ້ອງກັນພັກ ໃນໄລຍະໃໝ່
  • ລະບຽບວິໄນຂອງ ພັກປະຊາຊົນປະຕິວັດລາວ ແລະ ການຈັດຕັ້ງດໍາເນີນກອງປະຊຸມໃຫຍ່ຂອງພັກ

ຜ່ານການຝຶກອົບຮົມໄລຍະ 3 ວັນ ເຫັນວ່າ: ບັນຍາກາດເຕັມໄປດ້ວຍຄວາມຟົດຟື້ນ, ມີຄວາມຮັບຜິດຊອບສູງຂອງບັນດານັກວິທະຍາກອນ ແລະ ນັກສໍາມະນາກອນແຕ່ລະສະຫາຍ ແມ່ນໄດ້ພ້ອມກັນເອົາໃຈໃສ່ສຸມທຸກເຫື່ອແຮງເຂົ້າໃນການຄົ້ນຄວ້າຮໍ່າຮຽນ, ໃຫ້ເຂົ້າໃຈແຈ້ງ, ເລິກເຊິ່ງກ່ຽວກັບວຽກງານພັກ-ວຽກງານການເມືອງ, ສາມາດນໍາໄປເຜີຍແຜ່ຜັນຂະຫຍາຍໃຫ້ສະມາຊິກພັກ, ນາຍ ແລະ ພົນຕໍາຫຼວດ ພາຍໃນກົມກອງຂອງຕົນ ເຊື່ອມຊຶມກໍາແໜ້ນຕໍ່ແນວທາງທີ່ພັກ-ລັດມອບໝາຍໃຫ້ ເພື່ອເຮັດໃຫ້ໜ່ວຍພັກຂອງຕົນເປັນໜ່ວຍພັກທີ່ປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ພ້ອມກັນເຮັດສໍາເລັດໜ້າທີ່ຕາມການມອບໝາຍ.

ພົຈວ ທອງສຸກ ຍ່າເອີລາວລີ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ນັກວິທະຍາກອນ ແລະ ນັກສໍາມະນາກອນ ທີ່ໄດ້ເອົາໃຈໃສ່ໃນການຝຶກອົບຮົມໃນຄັ້ງນີ້ ແລະ ຍັງໄດ້ເນັ້ນໃຫ້ເພີ່ມທະວີຄວາມສາມັກຄີພາຍໃນຄະນະພັັກ-ຄະນະບັນຊາແຕ່ລະຂັ້ນ ໃຫ້ແໜ້ນແຟ້ນ ແລະ ເຕົ້າໂຮມຄວາມສາມັກຄີຢູ່ພາຍໃນກົມກອງ, ເອົາໃຈໃສ່ແກ້ໄຂບັນຫາທີ່ຍັງບໍ່ທັນຈະແຈ້ງ, ແນໃສ່ເຮັດໃຫ້ວຽກງານພັກ-ວຽກງານການເມືອງ ຮັບປະກັນຄຸນນະພາບ, ສາມາດເປັນເສນາທິການໃຫ້ແກ່ຄະນະພັກ-ຄະນະບັນຊາ ໃຫ້ໄດ້ຮັບຜົນດີຂຶ້ນກວ່າເກົ່າ.