ໃນລະຫວ່າງວັນທີ 11-13 ພຶດສະພາ 2022, ສຈ ປອ ນາງ ວຽງທອງ ສີພັນດອນ ປະທານສານປະຊາຊົນສູງສຸດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກກັບ ສານປະຊາຊົນສູງສຸດ ແຫ່ງ ສສ ຫວຽດນາມ, ເຊິ່ງໃຫ້ກຽດຕ້ອນຮັບໂດຍ ສະຫາຍ ຫງວຽນ ຮວ່າ ບິ່ງ ປະທານປະຊາຊົນສູງສຸດ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະ, ມີບັນດາທ່າມແຂກຮັບເຊີນ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງໃຫ້ການຕອນຮັບຢ່າງອົບອຸ່ນ.

ທ່ານ ສຈ ປອ ນາງ ວຽງທອງ ສີພັນດອນ ກ່າວວ່າ:

ການເຄື່ອນໄຫວຢ້ຽມຢຽມເຮັດວຽກຄັ້ງນີ້ ເປັນການແລກປ່ຽນສະພາບການ ແລະ ບົດຮຽນການເຄື່ອນໄຫວຕົວຈິງ ເປັນຕົ້ນແມ່ນ ການຜັນຂະຫຍາຍໂດຍກົງເນື້ອໃນຈິດໃຈຂອງຂໍ້ຕົກລົງຮ່ວມມືລະຫວ່າງສອງສານປະຊາຊົນ ທີ່ໄດ້ເປັນເອກະພາບກັນໃນໄລຍະຜ່ານມາ, ເສີມຂະຫຍາຍມູນເຊື້ອອັນດີງາມ, ຄວາມສາມັກຄີພິເສດ ແລະ ຍົກລະດັບການຮ່ວມມືໃນຕໍ່ໜ້າ ໃຫ້ແໜ້ນແຟ້ນຂຶ້ນເລື້ອງໆ ໂດຍເປັນເນື້ອໃນທີ່ສໍາຄັນທີ່ຈະຕ້ອງໄດ້ປຶກສາຫາລື ແລະ ເປັນເອກະພາບຮ່ວມກັນ; ນອກນັ້ນ, ຍັງໄດ້ລາຍງານລະບົບສານປະຊາຊົນ ແຫ່ງ ສປປ ລາວ ມີພະນັກງານທັງໝົດ 1.912 ຄົນ ຍິງ 722 ຄົນ, ມີຜູ້ພິພາກສາ 557 ຄົນ ຍິງ 155 ຄົນ, ຜູ້ຊ່ວຍຜູ້ພິພາກສາ 516 ຄົນ ຍິງ 174 ຄົນ, ຈ່າສານ 151 ຄົນ ຍິງ 66 ຄົນ ແລະ ພະນັກງານບໍລິຫານ 688 ຄົນ.

ສໍາລັບໃນປີ 2022, ສານປະຊາຊົນສູງສຸດ ພວກເຮົາໄດ້ມີແຜນການສ້າງຕັ້ງສານປະຊາຊົນເຂດຂຶ້ນຢູ່ 2 ແຫ່ງ ຄື: ສານປະຊາຊົນເຂດ 4 ແຂວງຫຼວງພະບາງ ແລະ ເຂດ 2 ແຂວງອັດຕະປື.

ປັບປຸງກົດໝາຍ 2 ສະບັບ ຄື: ກົດໝາຍວ່າດ້ວຍ ສານປະຊາຊົນ ແລະ ກົດໝາຍວ່າດ້ວຍ ຜູ້ພິພາກສາ ພ້ອມທັງສຸມໃສ່ສ້າງ ແລະ ປັບປຸງນິຕິກໍາໃຕ້ກົດໝາຍຕື່ມຈໍານວນໜຶ່ງ ເປັນຕົ້ນແມ່ນ ໄດ້ຜັນຂະຫຍາຍວາລະແຫ່ງຊາດກ່ຽວກັບ ການແກ້ໄຂບັນຫາຢາເສບຕິດ ມາເປັນນິຕິກຳສະເພາະຂອງສານໃນການແກ້ໄຂຄະດີຢາເສບຕິດ ລວມທັງການອອກຄຳຊີ້ຂາດໂທດປະຫານຊີວິດ ໃນຄະດີຢາເສບຕິດ.

ສ່ວນການປະຕິບັດໜ້າທີ່ວຽກງານວິຊາສະເພາະ ໃນການຕັດສິນ ແລະ ພິພາກສາຄະດີ ໃນ 1 ປີຜ່ານມາ ຢູ່ສານປະຊາຊົນ ແລະ ສານທະຫານແຕ່ລະຂັ້ນໃນທົ່ວປະເທດ ມີຄະດີຄ້າງມາ ແລະ ຄະດີເຂົ້າໃໝ່ຈໍານວນ 8.092 ເລື່ອງ, ສະເພາະຄະດີເຂົ້າໃໝ່ ແມ່ນເປັນຄະດີອາຍາກ່ຽວກັບຢາເສບຕິດ; ມາຮອດເດືອນເມສາ ປີ 2022 ມີ 2.067 ເລື່ອງ, ຂັ້ນອຸທອນ 87 ເລື່ອງ, ຂັ້ນລົບລ້າງ 34 ເລື່ອງ ແລະ ໄດ້ພິຈາລະນາແກ້ໄຂໄດ້ 59,33%.

ໃນໂອກາດດັ່ງກ່າວ, ສະຫາຍ ຫງວຽນ ຮວ່າ ບິງ ພ້ອມດ້ວຍຄະນະ ຍັງໄດ້ກ່າວສະແດງການຕ້ອນຮັບຢ່າງອົບອຸ່ນ ແລະ ຢ້ຽມຢາມຖາມຂ່າວທີ່ເຕັມໄປດ້ວຍມິດຕະພາບໄມຕີຈິດທີ່ເປັນມູນເຊື້ອພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງຊາດ ຫວຽດນາມ-ລາວ, ລາວ-ຫວຽດນາມ ເວົ້າສະເພາະ ກໍຄື ສານປະຊາຊົນສູງສຸດ ຫວຽດນາມ-ລາວ ທີ່ໄດ້ພົວພັນ, ພົບປະແລກປ່ຽນບົດຮຽນຕະຫຼອດໄລຍະຜ່ານມາ ພ້ອມທັງຊົມເຊີຍທ່ານປະທານສານປະຊາຊົນສູງສຸດ ແຫ່ງ ສປປ ລາວ ທີ່ໄດ້ເອົາໃຈໃສ່ນໍາພາບັນດາສະມາຊິກເຮັດໜ້າທີ່ເປັນອົງຕຸລາການໃຫ້ແກ່ພັກ-ລັດຖະບານ ໃນການດໍາເນີນ ແລະ ພິພາກສາຄະດີໃຫ້ມີປະສິດທິພາບ ແລະ ຮັກສາໄດ້ຄວາມຍຸຕິທໍາ.

ໃນໂອກາດທີ່ ສຈ ປອ ນາງ ວຽງທອງ ສີພັນດອນ ໄປເຄື່ອນໄຫວຢ້ຽມຢາມໃນຄັ້ງນີ້ ທ່ານຍັງໄດ້ນໍາພາຄະນະເຂົ້າຢ້ຽມຂໍ່ານັບ ສະຫາຍ ຫງວຽນ ຊັວນ ຟຸກ ປະທານປະເທດແຫ່ງ ສສ ຫວຽດນາມ ແລະ ສະຫາຍ ເວືອງ ດິງ ເຫວະ ປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ ພ້ອມທັງເຂົ້າຮ່ວມພິທີເປີດກິລາຊີເກມ ຄັ້ງທີ 31 ທີ່ສະໜາມກິລາໝີດິ່ງ ອີກດ້ວຍ.