ວັນທີ 5 ເມສາ 2022, ປກສ ເມືອງທ່າໂທມ ແຂວງໄຊສົມບູນ ໄດ້ຮັບແຫຼ່ງຂ່າວວ່າ ມີການເຄື່ອນໄຫວຂອງກຸ່ມເປົ້າໝາຍຄ້າ-ຂາຍຢາເສບຕິດ ເຈົ້າ ໜ້າທີ່ໄດ້ວາງແຜນຈັບທ້າວ ໜໍປໍຈັ້ງ ອາຍຸ 50 ປີ, ປະຊາຊົນບ້ານໄຊຈະເລີນ ເມືອງທ່າໂທມ ພ້ອມຢາບ້າ ຈຳນວນ 40 ເມັດ.

ເຈົ້າໜ້າທີ່ວິຊາສະເພາະ ເປີດເຜີຍວ່າ: ພາຍຫຼັງ ໄດ້ຈັບຜູ້ຖືກຫາຈາກນັ້ນ ນຳມາຂະຫຍາຍຜົນຜູ້ກ່ຽວ ຊັດທອດເຖິງ ທ້າວ ເຈ້ຍກົວຢ່າງ ອາຍຸ 55 ປີ, ປະຊາຊົນບ້ານພຽງສະຫວາດ ແລະ ທ້າວ ຈັນເຢີຢ່າງ ຢູ່ບ້ານໄຊຈະເລີນ ເມືອງທ່າໂທມ ທີ່ໄດ້ຊື້ຢານໍາເປັນ ຈຳນວນຫຼາຍຄັ້ງ. ຕົກມາຮອດເວລາ 13:00 ໂມງ ຂອງ ວັນທີ 29 ເມສາ 2022 ເຈົ້າໜ້າທີ່ ລົງກວດຄົ້ນເຮືອນ ຂອງ ທ້າວ ເຈ້ຍກົວຢ່າງ ຈິ່ງພົບເຫັນຢາບ້າຈຳນວນ 29 ຖົງເທົ່າກັບ 5.624 ເມັດ ແລະ ເຄື່ອງຂອງກາງທີ່ພົວ ພັນກັບຄະດີຈຳນວນໜຶ່ງ ເຈົ້າໜ້າທີ່ຈຶ່ງໄດ້ກັກຕົວ ທ້າວ ເຈ້ຍກົວຢ່າງ ອາຍຸ 55 ປີ ແລະ ທ້າວ ກົວຢ່າງ ອາຍຸ 24 ປີ ຜູ້ເປັນລູກ.

ມາຮອດເວລາ 14:30 ໂມງ ຂອງວັນດຽວກັນ ເຈົ້າໜ້າທີ່ໄດ້ສົມທົບກັບພາກສ່ວນກ່ຽວຂ້ອງລົງກວດ ຄົ້ນເຮືອນຂອງທ້າວ ຈັນເຢີຢ່າງ ພົບເຫັນຢາບ້າ ຈຳນວນ 10 ຖົງ ເທົ່າກັບ 2.016 ເມັດພ້ອມເງິນສົດ 19.085.000 ກີບ ແລະ ເຄື່ອງຂອງກາງທີ່ພົວພັນກັບຄະດີຈຳ ນວນໜຶ່ງ ຈິ່ງກັກຕົວ ນາງ ເກຍວ່າງ ອາຍຸ 42 ປີ (ເມຍ ) ສ່ວນທ້າວ ຈັນເຢີຢ່າງ ຜູ້ເປັນຜົວແມ່ນເອົາຫົຼບໜີ.