ເພື່ອສະເຫຼີມສະຫຼອງປີສາມັກຄີມິດຕະພາບລາວ-ຫວຽດນາມ, ຫວຽດນາມ-ລາວ ປີ 2022 ຄື: ວັນສ້າງຕັ້ງສາຍພົວພັນການທູດລາວ-ຫວຽດນາມ ( 5 ກັນຍາ 1962-5 ກັນຍາ 2022 ) ຄົບຮອບ 60 ປີ ແລະ ວັນເຊັນສົນທິສັນຍາ ມິດຕະພາບ ແລະ ການຮ່ວມມືລະຫວ່າງ ລາວ-ຫວຽດນາມ ( 18 ກໍລະກົດ 1977-18 ກໍລະກົດ 2022 ) ຄົບຮອບ 45 ປີ.

ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນ ໃນວັນທີ 13 ພຶດສະພາ 2022 ທີ່ສະພາແຫ່ງ ຊາດວ່າ: ເພື່ອສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ, ຫວຽດນາມ-ລາວ ປີ 2022 ໃຫ້ບັນລຸຕາມລະດັບຄາດໝາຍ ສະພາແຫ່ງ ຊາດລາວ-ຫວຽດນາມ ໄດ້ປຶກສາຫາລືຮ່ວມກັນສ້າງກິດຈະກໍາສະເຫຼີມສະຫຼອງ ຄື: ເຊື້ອເຊີນຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດແຫ່ງ ສສ ຫວຽດ ນາມ ນຳໂດຍປະທານສະພາແຫ່ງຊາດ ສສ ຫວຽດນາມ ມາຢ້ຽມຢາມສັນຖະວະໄມຕີ ຢູ່ ສປປ ລາວ ຢ່າງເປັນທາງການໃນມໍ່ໆນີ້, ເຊິ່ງຈະມີການເຊັນບົດບັນທຶກການຮ່ວມມື ລະຫວ່າງ ສະພາແຫ່ງຊາດລາວ ແລະ ສະພາແຫ່ງຊາດຫວຽດນາມ ແລະ ບົດ ບັນທຶກການຮ່ວມມື ລະຫວ່າງ ຄະນະເລຂາທິ ການສະພາແຫ່ງຊາດລາວ ແລະ ຫ້ອງວ່າການສະພາແຫ່ງຊາດຫວຽດນາມ, ຈັດຕັ້ງກອງປະຊຸມສໍາມະນາແລກປ່ຽນບົດຮຽນກ່ຽວກັບການຈັດຕັ້ງປະຕິບັດພາລະບົດບາດຂອງອົງການນິຕິບັນຍັດ ແລະ ຫົວຂໍ້ທີ່ສອງຝ່າຍມີຄວາມສົນໃຈຈຳນວນໜຶ່ງ.

ກອງປະຊຸມສໍາມະນາ ແລະ ແລກປ່ຽນບົດຮຽນລະຫວ່າງ ຄະນະເລຂາທິການສະພາແຫ່ງຊາດລາວ ແລະ ຫ້ອງວ່າການສະພາແຫ່ງຊາດຫວຽດນາມ ຈະໄດ້ຈັດຂຶ້ນໃນເດືອນກໍລະກົດ ປີ 2022 ທີ່ ສສ ຫວຽດນາມ, ເຊິ່ງຈະເປັນໂອກາດດີໃຫ້ພະນັກງານເສນາທິການຂອງສະພາແຫ່ງຊາດທັງສອງປະເທດໄດ້ແລກປ່ຽນຖອດຖອນບົດຮຽນຮ່ວມກັນທັງເປັນການຝຶກອົບຮົມໃຫ້ພະນັກງານຮຸ່ນໜຸ່ມຂອງສອງສະພາແຫ່ງຊາດ ໄດ້ຖອດຖອນບົດຮຽນ ແລະ ເຂົ້າໃຈເລິກເຊິ່ງກວ່າເກົ່າກ່ຽວກັບມູນເຊື້ອແຫ່ງສາຍພົວພັນອັນພິເສດລາວ-ຫວຽດນາມ, ຫວຽດນາມ-ລາວ ທີ່ມີໜຶ່ງດຽວໃນໂລກນີ້ໃຫ້ສືບທອດຮຸ່ນຕໍ່ຮຸ່ນຕະຫຼອດກາລະນານ ແລະ ຈັດກອງປະຊຸມສໍາມະນາແລກປ່ຽນບົດຮຽນກ່ຽວກັບການປະຕິບັດພາລະບົດບາດຂອງບັນດາສະມາຊິກສະພາແຫ່ງ ຊາດເພດຍິງ ແລະ ບັນດາສະມາຊິກສະພາໜຸ່ມຄາດຄະເນຈະຈັດຂຶ້ນໃນເດືອນສິງຫາ ຫຼື ກັນຍາ 2022 ທີ່ ສສ ຫວຽດນາມ; ສອງສະພາແຫ່ງຊາດ ຮ່ວມກັນຕິດຕາມກວດກາການຈັດຕັ້ງປະຕິບັດບັນດາໂຄງການຊ່ວຍເຫຼືອຂະໜາດໃຫຍ່ ແລະ ໂຄງການລົງທຶນຂອງສອງປະເທດ ເພື່ອເຮັດໃຫ້ໂຄງການມີຄວາມຄືບໜ້າ ແລະ ສຳເລັດຕາມວັນເວລາທີ່ກຳນົດໄວ້.

ນອກຈາກນີ້, ສະພາແຫ່ງຊາດລາວ ຍັງຈະໄດ້ປະກອບສ່ວນສ້າງກິດຈະກໍາຮ່ວມກັບພັກ ແລະ ລັດຖະບານ ເພື່ອສະເຫຼີມສະຫຼອງສອງວັນປະຫວັດສາດດັ່ງກ່າວຕື່ມອີກ ເປັນຕົ້ນແມ່ນການວາງສະແດງຮູບພາບການພົວພັນ ແລະ ການຮ່ວມມືລະຫວ່າງສອງສະພາແຫ່ງຊາດລາວ ແລະ ຫວຽດນາມ; ການແລກປ່ຽນສິລະປະວັດທະນະທຳ; ການເລົ່າມູນເຊື້ອກ່ຽວກັບການຮ່ວມມື ແລະ ການຊ່ວຍເຫຼືອຂອງທະຫານອາສາສະໝັກຫວຽດນາມ; ການຂຽນບົດຄວາມຮູ້ສຶກໃນວາລະສານສະບັບພິເສດຂອງຄະນະຮັບຜິດຊອບສະເຫຼີມສະຫຼອງວັນປະຫວັດສາດ ແລະ ການເຄື່ອນໄຫວອື່ນໆ.

ທ່ານປະທານສະພາແຫ່ງຊາດ ກ່າວອີກວ່າ: ເພື່ອປະກອບສ່ວນສ້າງລັດທີ່ຄຸ້ມຄອງລັດດ້ວຍກົດໝາຍໃຫ້ນັບມື້ນັບມີປະສິດທິຜົນ. ໃນແຜນການ 5 ປີຕໍ່ໜ້າ, ສະພາແຫ່ງຊາດລາວ ຖືສຳຄັນການສືບຕໍ່ເສີມຂະຫຍາຍການພົວພັນຮ່ວມມືກັບສະພາແຫ່ງຊາດຫວຽດນາມ ເພື່ອແລກປ່ຽນຖອດຖອນບົດຮຽນໃນການຄຸ້ມຄອງລັດດ້ວຍກົດໝາຍ, ການປະຕິບັດພາລະບົດບາດ 3 ພາລະບົດບາດຂອງສະພາແຫ່ງຊາດ, ຈະຮ່ວມມື, ປະສານງານກັນໃນການເສີມຂະຫຍາຍສາຍພົວພັນພິເສດທີ່ຫາຍາກລະຫວ່າງລາວ-ຫວຽດນາມ ໃຫ້ນັບມື້ນັບມີປະສິດທິຜົນ, ຈະປະສານງານຢ່າງກົມກຽວໃນເວທີພາກພື້ນ ແລະ ສາກົນ ເພື່ອພ້ອມກັນປະກອບສ່ວນເຂົ້າໃນພາລະກິດສັນຕິພາບ, ມິດຕິພາບ ແລະ ການຮ່ວມມືກັບສະພາແຫ່ງຊາດຫວຽດນາມ ແລະ ຈະພ້ອມກັນກັບບັນດາສະຫາຍຫວຽດນາມ ເພື່ອຍົກສູງຄຸນນະພາບຂອງການຮ່ວມມືສອງຝ່າຍ.