ໃນວັນທີ 13 ພຶດສະພາ ຜ່ານມາ, ທ່ານ ບັນດິດ ສຈ ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ຖະແຫຼງຂ່າວການສະເຫຼີມສະຫຼອງເນື່ອງໃນໂອກາດ ວັນໂທລະຄົມມະນາຄົມສາກົນ ຄົບຮອບ 157 ປີ (17 ພຶດສະພາ 1865-17 ພຶດສະພາ 2022) ທີ່ໄດ້ໝູນວຽນມາຄົບຮອບອີກວາລະໜຶ່ງ ເຊິ່ງເປັນວັນທີ່ມີຄວາມໝາຍ-ຄວາມສໍາຄັນຂອງວຽກງານໂທລະຄົມມະນາຄົມ ທີ່ໄດ້ມີການຂະຫຍາຍຕົວ ແລະ ພັດທະນາຂຶ້ນຢ່າງຕັ້ງໜ້າ.

ທ່ານ ບັນດິດ ສຈ ບໍ່ວຽງຄໍາ ວົງດາລາ ກ່າວວ່າ:

ວັນທີ 17 ພຶດສະພາ ແມ່ນວັນໂທລະຄົມມະນາຄົມສາກົນ ແລະ ທັງເປັນວັນໂທລະຄົມມະນາຄົມ ແລະ ຂໍ້ມູນຂ່າວສານໂລກ ເພື່ອເປັນການລະນຶກເຖິງວັນສ້າງຕັ້ງສະຫະພາບໂທລະຄົມມະນາຄົມສາກົນ ແລະ ການລົງນາມໃນສົນທິສັນຍາໂທລະສານສາກົນ ຄັ້ງທໍາອິດໃນປີ 1865. ສະນັ້ນ, ໃນແຕ່ລະປີ ສປປ ລາວ ແລະ ບັນດາປະເທດສະມາຊິກຂອງສະຫະພາບໂທລະຄົມມະນາຄົມສາກົນ ໄດ້ພ້ອມກັນສະເຫຼີມສະຫຼອງວັນດັ່ງກ່າວ ຢ່າງເປັນຂະບວນການໃນທົ່ວໂລກ.

ໃນປີ 2022 ນີ້, ສະຫະພາບໂທລະຄົມມະນາຄົມສາກົນ ໄດ້ກຳນົດການສະເຫຼີມສະຫຼອງພາຍໃຕ້ຄຳຂວັນວ່າ: “ ເຕັກໂນໂລຊີດິຈິຕອນ ເພື່ອຜູ້ອາວຸໂສ ແລະ ສຸຂະພາບທີ່ດີ ” (Digital technologies for older persons and healthy ageing). ສໍາລັບຢູ່ ສປປ ລາວ ໃນນາມເປັນສະມາຊິກ ສະຫະພາບໂທລະຄົມມະນາຄົມສາກົນ ໄດ້ຈັດຕັ້ງສະເຫຼີມສະຫຼອງ ວັນໂທລະຄົມມະນາຄົມສາກົນ ພາຍໃຕ້ວິໄສທັດການພັດທະນາເສດທະກິດດິຈິຕອນ ຮອດປີ 2040 ຄື: “ ນໍາໃຊ້ເຕັກໂນໂລຊີດິຈິຕອນ ເປັນເຄື່ອງມືສໍາຄັນໃນການຂັບເຄື່ອນທຸກຂະແໜງການ ເພື່ອສ້າງເສດຖະກິດດິຈິຕອນ ແນໃສ່ປະກອບສ່ວນເຂົ້າໃນການສ້າງເສດຖະກິດຂອງປະເທດເຮົາ ໃຫ້ມີການຂະຫຍາຍຕົວຢ່າງເຂັ້ມແຂງ, ໝັ້ນທ່ຽງ ແລະ ຍືນຍົງ ”.

ພ້ອມນັ້ນ, ສປປ ລາວ ໄດ້ກຳນົດເອົາວັນທີ 13 ມີນາ 1965 ເປັນວັນສ້າງຕັ້ງວັນໂທລະຄົມມະນາຄົມແຫ່ງຊາດ ຕາມມາດຕາ 53 ຂອງກົດໝາຍວ່າດ້ວຍ ການໂທລະຄົມມະນາຄົມ. ນອກນີ້, ວຽກງານໂທລະຄົມມະນາຄົມຂອງ ສປປ ລາວ ໄດ້ມີການເຄື່ອນໄຫວ ແລະ ພັດທະນາຂຶ້ນຢ່າງຕັ້ງໜ້າ ພາຍໃຕ້ຄວາມຮັບຜິດຊອບຂອງອົງການດັດສົມໂທລະຄົມມະນາຄົມ, ເຊິ່ງເປັນຫົວໜ່ວຍວິຊາການທຽບເທົ່າກົມທີ່ຂຶ້ນກັບ ກະຊວງເຕັກໂນໂລຊີ ແລະ ການສື່ສານ.