ປັດຈຸບັນ, ວິສາຫະກິດຫວຽດນາມ ທີ່ມາລົງທຶນຢູ່ ສປປ ລາວ ມີທັງໝົດ 417 ໂຄງການ, ມູນຄ່າການລົງທຶນທັງໝົດ 4,3 ຕື້ໂດລາສະຫະລັດ, ຈັດຢູ່ໃນອັນດັບ 3 ໃນຈໍານວນ 54 ປະເທດ ແລະ ເຂດແຄ້ວນທີ່ມີການລົງທຶນຢູ່ ສປປ ລາວ.

+ ທ່ານ ຄໍາເຈນ ວົງໂພສີ ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນເນື່ອງໃນໂອກາດສະເຫຼີມສະຫຼອງ 2 ວັນປະຫວັດສາດ ລາວ-ຫວຽດນາມ ໃນວັນທີ 13 ພຶດສະ ພາ 2022 ໃຫ້ຮູ້ວ່າ:

ໃນປີ 2021 ຜ່ານມາ, ລັດຖະບານລາວ ໄດ້ອະນຸຍາດການລົງທຶນໃຫ້ແກ່ວິສາຫະກິດຫວຽດນາມ 3 ໂຄງການ, ໃນນີ້ມີຂະແໜງບໍ່ແຮ່ 2 ໂຄງການ ແລະ ທະນາຄານ 1 ໂຄງການ.

ພ້ອມນັ້ນ, ຍັງໄດ້ສືບຕໍ່ຮ່ວມກັນແກ້ໄຂຂໍ້ຫຍຸ້ງຍາກ ໃນການພັດທະນາໂຄງການຂະໜາດໃຫຍ່ຈຳນວນໜຶ່ງຂອງນັກລົງທຶນສອງຝ່າຍ ໃນຂົງເຂດພະລັງງານ, ແຮ່ທາດຕ່າງໆ, ໂຄງການສ້າງໂຄງລ່າງພື້ນຖານຕ່າງໆ, ການຜະລິດກະສິກຳ-ປ່າໄມ້ ເພື່ອສາມາດດຳເນີນຖືກຕ້ອງຕາມສັນຍາທີ່ໄດ້ເຊັນຮ່ວມກັນ.

ສ່ວນດ້ານການຄ້າ: ໃນປີ 2021 ຜ່ານມາ ມູນຄ່າການຄ້າຂອງສອງປະເທດບັນລຸໄດ້ 1,37 ຕື້ໂດລາ, ເພີ່ມຂຶ້ນ 33,3% ເມື່ອທຽບໃສ່ປີ 2020 ແລະ ໃນປີ 2022 ສອງຝ່າຍຈະສູ້ຊົນຊຸກຍູ້ມູນຄ່າການຄ້າໃຫ້ເພີ່ມຂຶ້ນ 10-15% ຕາມທີ່ສອງຝ່າຍໄດ້ຕົກລົງກັນ ໃນໄລຍະ 2021-2025 ໂດຍສ້າງເງື່ອນໄຂຄວາມສະດວກໃຫ້ນັກທຸລະກິດ ແລະ ປະຊາຊົນຢູ່ເຂດຊາຍແດນຂອງສອງປະເທດ ໃຫ້ມີການແລກປ່ຽນການຄ້າໃຫ້ຫຼາຍຂຶ້ນກວ່າເກົ່າ.

ດ້ານຄົມມະນາຄົມ-ຂົນສົ່ງ: ສອງຝ່າຍໄດ້ປະສານສົມທົບ, ສຶກສາຄົ້ນຄວ້າ ແລະ ຊຸກຍູ້ຊອກຫາແຫຼ່ງທຶນເພື່ອຜັນຂະຫຍາຍບັນດາໂຄງການທີ່ສຳຄັນ ເຊັ່ນ: ໂຄງການກໍ່ສ້າງເສັ້ນທາງດ່ວນ ວຽງຈັນ-ຮ່າໂນ້ຍ. ພ້ອມນີ້, ສອງຝ່າຍຍັງເຫັນດີເປັນເອກະພາບຈະນໍາໃຊ້ທຶນຊ່ວຍເຫຼືອຂອງຍີ່ປຸ່ນ 200 ລ້ານໂດລາສະຫະລັດ ເພື່ອຍົກລະດັບເສັ້ນທາງເລກ 8 ເບື້ອງລາວ, ຝ່າຍຫວຽດນາມ ເຫັນດີດ້ານຫຼັກການພິຈາລະນາຕັດເສັ້ນທາງໄປຫາທ່າເຮືອຫວຸງອາງ ເປັນຈຸດສຸດທ້າຍ; ສ່ວນໂຄງການເສັ້ນທາງດ່ວນ ວຽງຈັນ-ຮ່າໂນ້ຍ ແມ່ນສືບຕໍ່ສະຫງວນໄວ້ ເພື່ອຊອກຫາແຫຼ່ງທຶນອື່ນມາຈັດຕັ້ງປະຕິບັດ.

ດ້ານອຸດສະຫະກຳ, ພະລັງງານ-ບໍ່ແຮ່: ສອງຝ່າຍລາວ-ຫວຽດນາມ ສືບຕໍ່ຈັດຕັ້ງປະຕິບັດສັນຍາວ່າດ້ວຍ ການຮ່ວມມືພັດທະນາໂຄງການພະລັງງານໄຟຟ້າ ແລະ ບໍ່ແຮ່ ທີ່ໄດ້ລົງນາມໃນວັນທີ 24 ກຸມພາ 2019 ຜ່ານມາ ຢ່າງມີປະສິດທິຜົນ; ມາຮອດປັດຈຸບັນ, ຝ່າຍລາວໄດ້ເຊັນສັນຍາຊື້-ຂາຍໄຟຟ້າ (PPA) ກັບ ລັດວິສາຫະກິດໄຟຟ້າ ຫວຽດນາມ (EVN) ທັງໝົດມີ 18 ສັນຍາ (25 ໂຄງການ) ລວມກໍາລັງຕິດຕັ້ງ 2.180 MW. ໃນນັ້ນ, ໂຄງການ ທີ່ໄດ້ຂາຍໄຟໄປຍັງ ຫວຽດນາມ ມີກໍາລັງຕິດຕັ້ງ 572 MW ຄື: ເຊຂະໝານ 1, ເຊຂະໝານຊານໄຊ ແລະ ປັດຈຸບັນພວມສ້ອມແປງໂຄງການເຊຂະໝານ 3 ເຊິ່ງຄາດວ່າຈະສໍາເລັດ ແລະ ສາມາດດໍາເນີນການຜະລິດກະແສໄຟຟ້າ ໃນໄຕມາດທີ II ປີນີ້.

+ ທ່ານ ຄໍາເຈນ ວົງໂພສີ ຍັງໃຫ້ຮູ້ອີກວ່າ:

ໃນປີ 2022, ສອງຝ່າຍຈະສືບຕໍ່ຊຸກຍູ້ໃຫ້ວິສາຫະກິດຂອງສອງປະເທດ ລາວ-ຫວຽດນາມ ຮ່ວມກັນພັດທະນາບັນດາໂຄງການໄຟຟ້າຢູ່ລາວ, ເພີ່ມທະວີການເຊື່ອມໂຍງລະບົບໄຟຟ້າ ແລະ ການຊື້-ຂາຍໄຟຟ້າສອງຝ່າຍ. ສໍາລັບໂຄງການບໍ່ເກືອກາລີ ທີ່ແກ່ຍາວມາໄດ້ຫຼາຍປີນັ້ນ, ໃນປີນີ້ ລັດຖະບານຫວຽດນາມ ເຫັນດີໃຫ້ມີການຮ່ວມຮຸ້ນຂອງບັນດາບໍລິສັດຕ່າງໆທີ່ມີຄວາມສົນໃຈ ແລະ ຝ່າຍຫວຽດນາມ ກໍໄດ້ມີຈົດໝາຍສະເໜີມາ ເພື່ອມາກວດກາ ແລະ ປຶກສາຫາລືກ່ຽວກັບການຮ່ວມຮຸ້ນໃນເດືອນມີນານີ້; ຫວຽດນາມ ໄດ້ສະເໜີຝ່າຍລາວ ໃຫ້ມີມາດຕະການແກ້ໄຂຂໍ້ຫຍຸ້ງຍາກໃຫ້ແກ່ ບັນດາວິສາຫະກິດຫວຽດນາມ ທີ່ມາລົງທຶນໃນຂົງເຂດບໍ່ແຮ່ ຢ່າງສົມເຫດສົມຜົນບົນພື້ນຖານລະບຽບກົດໝາຍ.

ພ້ອມກັນນັ້ນ, ສອງຝ່າຍຍັງໄດ້ເປັນເອກະພາບກັນໃນການຕີລາຄາ ແລະ ວິໄຈກາລະໂອກາດການລົງທຶນຢູ່ລາວ ໃຫ້ແກ່ ບັນດາວິສາຫະກິດຫວຽດນາມ ຮອດປີ 2025, ກໍານົດທິດທາງຮອດປີ 2030, ເພີ່ມທະວີຊຸກຍູ້ໃຫ້ບຸລິມະສິດການລົງທຶນຂອງ ວິສາຫະກິດຫວຽດນາມ ທີ່ມີຄວາມສາມາດດ້ານການເງິນ, ດ້ານວິຊາການ, ເຂົ້າໃນຂົງເຂດກະສິກຳສະອາດ, ອຸດສາຫະກຳປຸງແຕ່ງການຜະລິດ ແລະ ຂົງເຂດທີ່ມີທ່າແຮງບົ່ມຊ້ອນລຽບຕາມຊາຍແດນ ລາວ-ຫວຽດນາມ.