ກອງປະຊຸມພົບປະສອງຝ່າຍລະຫວ່າງ ສະພາແຫ່ງຊາດ ແຫ່ງ ສປປ ລາວ ແລະ ສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ ໄດ້ດຳເນີນຂຶ້ນໃນວັນທີ 16 ພຶດສະພາ 2022, ຝ່າຍລາວເປັນປະທານໂດຍ ສະຫາຍ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດລາວ ແລະ ຝ່າຍຫວຽດນາມເປັນປະທານໂດຍ ສະຫາຍ ເວືອງ ດິງ ເຫວະ ກຳມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ ສສ ຫວຽດນາມ ພ້ອມດ້ວຍບັນດາສະຫາຍຮອງປະທານສະພາແຫ່ງຊາດ, ກໍາມະການຄະນະປະຈໍາ, ປະທານ-ຮອງປະທານກໍາມາທິການ, ຄະນະເລຂາທິການ ແລະ ພະນັກງານ-ລັດຖະກອນຂອງສະພາແຫ່ງຊາດ ທັງສອງຝ່າຍເຂົ້າຮ່ວມ.

ໃນການດໍາເນີນການພົບປະຢ່າງເປັນທາງການ, ສອງຝ່າຍໄດ້ຮ່ວມກັນຕີລາຄາຄືນກ່ຽວກັບ ການພົວພັນ ແລະ ການຮ່ວມມືລະຫວ່າງສອງປະເທດ ກໍຄື ລະຫວ່າງສອງສະພາແຫ່ງຊາດ ລາວ-ຫວຽດນາມ ໃນໄລຍະຜ່ານມາ ແລະ ປຶກສາຫາລືທິດທາງແຜນການພົວພັນຮ່ວມມືໃນຕໍ່ໜ້າ ເປັນຕົ້ນແມ່ນ: ການສືບຕໍ່ຈັດຕັ້ງປະຕິບັດເນື້ອໃນຈິດໃຈຂອງບົດບັນທຶກວ່າດ້ວຍ ການຮ່ວມມືລະຫວ່າງສອງປະທານສະພາແຫ່ງຊາດ, ການຮ່ວມກັນຈັດບັນດາກິດຈະກໍາສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ ປີ 2022 ກໍຄື ການແລກປ່ຽນຄະນະຜູ້ແທນ, ການຈັດຕັ້ງກອງປະຊຸມສໍາມະນາແລກປ່ຽນບົດຮຽນ, ການຮ່ວມກັນຕິດຕາມກວດກາ, ການຮ່ວມມືສະໜັບສະໜູນເຊິ່ງກັນແລະກັນ ໃນເວທີລັດຖະສະພາພາກພື້ນ ແລະ ສາກົນ ເຊັ່ນ: IPU, AIPA, APPF, APF ແລະອື່ນໆ.

ທັງນີ້, ປະທານສະພາແຫ່ງຊາດ ລາວ ໄດ້ສະແດງຄວາມຂອບໃຈຕໍ່ ສະຫາຍປະທານສະພາແຫ່ງຊາດ ຫວຽດນາມ ທີ່ຈະໃຫ້ການຮ່ວມມື ແລະ ສະໜັບສະໜູນແກ່ ສະພາແຫ່ງຊາດ ລາວ ໃນການເປັນເຈົ້າພາບຈັດກອງປະຊຸມສະພາແຫ່ງຊາດຂອງ 3 ປະເທດ ກຳປູເຈຍ-ລາວ-ຫວຽດນາມ (CLV) ໃນປີ 2023 ແລະ ກອງປະຊຸມໃຫຍ່ສະມັດຊາລັດຖະສະພາລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45 ໃນປີ 2024 ໜ້ານີ້.

ພາຍຫຼັງການພົບປະສອງປະທານສະພາແຫ່ງຊາດ ກໍໄດ້ຮ່ວມລົງນາມໃນບົດບັນທຶກວ່າດ້ວຍ ການຮ່ວມມືລະຫວ່າງສອງສະພາແຫ່ງຊາດ ແລະ ຮ່ວມກັນເປັນສັກຂີພິຍານໃນພິທີເຊັນບົດບັນທຶກການຮ່ວມມືລະຫວ່າງກໍາມາທິການບັນດາເຜົ່າ, ສະພາແຫ່ງຊາດ ລາວ ແລະ ສະພາຊົນຊາດ, ສະພາແຫ່ງຊາດ ຫວຽດນາມ, ລະຫວ່າງ ຄະນະເລຂາທິການ ສະພາແຫ່ງຊາດ ລາວ ແລະ ຫ້ອງວ່າການ ສະພາແຫ່ງຊາດ ຫວຽດນາມ ເຊິ່ງເປັນນິຕິກໍາບ່ອນອີງໃຫ້ແກ່ການພົວພັນຮ່ວມມືລະຫວ່າງສອງອົງການນິຕິບັນຍັດໃນຕໍ່ໜ້າ.