ເວລາ 13:00 ໂມງຂອງວັນທີ 13 ພຶດສະພາ 2022, ມີຊາຍ ອາຍຸ 26 ປີ, ຂັບຂີ່ລົດລົດຈັກ ຮອນດາສະກຸບປີ້ໄອ ໄປຕາມເສັ້ນທາງ ຈຸດປະສົງຈະເອົາຢາບ້າໄປສົ່ງໃຫ້ຜູ້ຮ່ວມຂະບວນການ. ພໍຮອດເຂດບ້ານຫົວເມືອງໃຕ້ ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ ບັງເອີນພົບເຈົ້າໜ້າທີ່ຕໍາຫຼວດກໍາລັງອອກກວດກາລາດຕະເວນ ຈຶ່ງຕົກໃຈແລ້ວລ້ຽວລົດກັບກະທັນຫັນພ້ອມທັງຖິ້ມຢາບ້າ ຈໍານວນ 3 ມັດ ເທົ່າກັບ 6.000 ເມັດລົງຂ້າງທາງແລ້ວຂັບຂີ່ລົດເອົາຕົວຫຼົບໜີໄປ. ຮອດເວລາປະມານ 20:00 ໂມງ ຂອງວັນດຽວກັນ, ເຈົ້າໜ້າທີ່ສາມາດນຳຈັບຕົວໄດ້ ຊື່ ທ້າວ ໄຊສົມພອນ ຫຼື ບອຍ ອາຍຸ 26 ປີ ວ່າງງານຢູ່ບ້ານ ລັດຕະນະລັງສີເໜືອ ນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ ພ້ອມທັງກວດຄົ້ນຕົນຕົວ ແລະ ເຮືອນ ພົບຂອງກາງຢາບ້າ  381 ມັດ ເທົ່າກັບ 762.078 ເມັດ, ຢາອີ ຈຳນວນ 5 ຖົງ ເທົ່າກັບ 377 ເມັດ ແລະອາວຸດປືນສັ້ນ 1 ກະບອກພ້ອມລູກກະສູນ 60 ລູກ.

ເຈົ້າໜ້າທີ່ ໜ່ວຍງານສະກັດກັ້ນຕ້ານຢາເສບຕິດ ປກສ ນະຄອນໄກສອນພົມວິຫານ ໃຫ້ຮູ້ວ່າ: ໃນວັນທີ 13 ພຶດສະພາ 2022, ເຈົ້າໜ້າທີ່ ຕຳຫຼວດໄດ້ອອກເຄື່ອນໄຫວປະຕິບັດໜ້າທີ່ວິຊາສະເພາະ ຕິດຕາມເປົ້າໝາຍຄ້າ-ຂາຍຢາເສບຕິດໃນຂອບເຂດນະຄອນໄກສອນພົມວິຫານ. ຮອດເວລາປະມານ 13:00 ໂມງ ຂອງວັນດຽວກັນ, ເມື່ອເຄື່ອນໄຫວມາຮອດຂອບເຂດບ້ານຫົວເມືອງໃຕ້ ໄດ້ພົບເຫັນເປົ້າໝາຍສົງໄສຄ້າ-ຂາຍຢາເສບຕິດ ກຳລັງຂີ່ລົດຈັກສະກຸບປີໄອ ມາຕາມເສັ້ນທາງ. ຈາກນັ້ນ, ເຈົ້າໜ້າທີ່ຈຶ່ງໄດ້ເຂົ້າໄປຫາ, ຫຼັງຈາກເປົ້າໝາຍເຫັນເຈົ້າໜ້າທີ່ພວກເຮົາກໍໄດ້ເອົາຕົວຫຼົບໜີ ແລະ ຖິ້ມເຄື່ອງຂອງກາງໄວ້ໃນສະຖານທີ່ດັ່ງກ່າວ.

ຜ່ານການກວດກາຕົວຈິງ, ພົບເຫັນຢາເສບຕິດ ປະເພດຢາບ້າ ຈຳນວນ 3 ມັດ ເທົ່າກັບ 6.000 ເມັດ; ຈາກນັ້ນ, ເຈົ້າໜ້າທີ່ ຈຶ່ງໄດ້ສຸມກຳລັງສືບຕໍ່ຕິດ ຕາມຊອກຄົ້ນຫາເປົ້າໝາຍດັ່ງກ່າວ ເພື່ອຈັບຕົວມາດຳເນີນຄະດີຕາມລະບຽບກົດໝາຍ. ຈົນມາຮອດເວລາປະມານ 20:00 ໂມງ ຂອງວັນດຽວກັນ, ຈຶ່ງສາມາດຈັບຕົວເປົ້າໝາຍດັ່ງກ່າວ ໄດ້ຊື່ ທ້າວ ໄຊສົມພອນ ຫຼື ບອຍ ອາຍຸ 26 ປີ ວ່າງງານ ຢູ່ບ້ານລັດຕະນະລັງສີເໜືອ ພ້ອມທັງກວດຄົ້ນຕົນຕົວຂອງຜູ້ກ່ຽວພົບເຫັນ ຢາອີ ຈຳນວນ 16 ເມັດ ຊຸກເຊື່ອງໄວ້ໃນຖົງໂສ້ງທາງໜ້າເບື້ອງຂວາ ແລະ ໂທລະສັບ1 ໜ່ວຍ.

ຈາກນັ້ນ, ເຈົ້າໜ້າທີ່ ຈຶ່ງໄດ້ສົມທົບກັບພາກສ່ວນທີ່ກ່ຽວຂ້ອງນໍາຕົວຜູ້ກ່ຽວໄປກວດຄົ້ນເຄຫະສະຖານບ່ອນທີ່ຜູ່ກ່ຽວພັກອາໃສຢູ່ບ້ານຫົວເມືອງໃຕ້. ຜ່ານການກວດຄົ້ນຫ້ອງນອນຂອງຜູ້ກ່ຽວ, ພົບເຫັນຢາເສບຕິດ ປະເພດຢາບ້າ ຈໍານວນ 378 ມັດ ກັບ 78 ເມັດ  ເທົ່າກັບ 756.078 ເມັດ, ຢາອີ 4 ຖົງ ເທົ່າກັບ 361 ເມັດ ແລະ ອາວຸດປືນສັ້ນ 1 ກະບອກ, ພ້ອມລູກ 60 ລູກ.

ຕໍ່ກັບຄະດີດັ່ງກ່າວນີ້, ເຈົ້າໜ້າທີ່ຕໍາຫຼວດ ກໍາລັງເລັ່ງສືບສວນ-ສອບສວນຂະຫຍາຍຜົນຫາທີ່ໄປທີ່ມາຂອງຢາເສບຕິດ ແລະ ຂະຫຍາຍຜົນຫາພັກພວກຮ່ວມຂະບວນການດຽວກັນມາລົງໂທດຕາມລະບຽບກົດໝາຍ.