ໂຮງຮຽນການທະຫານທ້ອງຖິ່ນ ກອງບັນຊາການທະຫານ ແຂວງໄຊຍະບູລີ ໄດ້ຈັດພິທີປິດບັ້ນອົບຮົມຫັດແອບການເມືອງ-ການທະຫານ ແລະ ພະລາທິການ-ເຕັກນິກໃຫ້ທະຫານໃໝ່ ຊຸດທີ 31 ປະຈຳປີ 2022 ໃນວັນທີ 12 ພຶດສະພາ 2022, ເປັນປະທານໂດຍ ພັອ ໄວຍາກອນ ເພັດສະລາດ ຫົວໜ້າຫ້ອງເສນາທິການ ກອງບັນຊາການທະຫານ ແຂວງໄຊຍະບູລີ, ມີຄະນະພັກ-ຄະນະບັນຊາອົງການ, ຫ້ອງ, ໂຮງຮຽນ, ພະແນກການ, ແຂກຮັບເຊີນ, ຄູ-ອາຈານ ແລະ ທະຫານໃໝ່ ເຂົ້າຮ່ວມ.

ໃນພິທີ ພັທ ສີທັດ ສອນມາດ ຫົວໜ້າການທະຫານ ໂຮງຮຽນການທະຫານທ້ອງຖິ່ນ ໄດ້ຜ່ານບົດສະຫຼຸບການຈັດຕັ້ງອົບຮົມທະຫານໃໝ່ ປະຈຳປີ 2022 ໂດຍຍົກໃຫ້ເຫັນຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ບົດຮຽນທີ່ຖອດຖອນໄດ້ ໃນໄລຍະຜ່ານມາ ວ່າ:

ຄູ-ອາຈານແຕ່ລະສະຫາຍ ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ຂອງຕົນ ໃນການຂຶ້ນຫ້ອງສິດສອນສົ່ງຄວາມຮູ້ໃຫ້ທະຫານໃໝ່ ເຮັດໃຫ້ອ້າຍ-ນ້ອງທະຫານໃໝ່ມີແນວຄິດການເມືອງໜັກແໜ້ນ, ມີຄວາມອົດທົນພະຍາຍາມທາງດ້ານຮ່າງກາຍ, ເຂັ້ນແຂງທາງດ້ານຈິດໃຈ, ສຸມໃສ່ໃນການຝຶກແອບຮ່ຳຮຽນ, ຍົກສູງຄວາມຮູ້-ຄວາມສາມາດທາງດ້ານສິລະປະຍຸດ-ຍຸດທະວິທີ, ມີຄວາມຊຳນິຊຳນານກຳແໜ້ນເນື້ອໃນບົດຮຽນ, ທ່າ ແລະ ຈັງຫວະຂອງບົດຮຽນ, ສາມາດເຮັດສຳເລັດຕາມລະດັບຄາດໝາຍ ແລະ ມີຄວາມປອດໄພ 100%.

ຜ່ານການອົບຮົມຫັດແອບຕົວຈິງ 90 ວັນ ແລະ ມີຈຳນວນທະຫານໃໝ່ 187 ສະຫາຍ ຈັດຕັ້ງສອບເສັງສາມາດຕີລາຄາຜົນໄດ້ຮັບ ຄື:

  • ວິຊາການເມືອງນຳພາ-ແນວຄິດໄດ້ 90,21%
  • ວິຊາຍຸດທະວິທີໄດ້ 86,47%
  • ວິຊາສິລະປະຍຸດໄດ້ 89,32%
  • ວິຊາລະບຽບ-ກິລາໄດ້ 87, 48%
  • ວິຊາພະລາທິການ-ເຕັກນິກໄດ້ 87,49%

ໂອກາດນີ້, ພັອ ໄວຍາກອນ ເພັດສະລາດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ທຸກສະຫາຍຍາດມາໄດ້ ໃນໄລຍະຜ່ານມາ ແລະ ໃຫ້ທິດຊີ້ນຳຕໍ່ຄູ-ອາຈານ ໃຫ້ເອົາໃຈໃສ່ສິດສອນສົ່ງຄວາມຮູ້ໃຫ້ນັກຮຽນເຕັມເມັດເຕັມໜ່ວຍ ພ້ອມທັງມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ຂັ້ນເທິງມອບໝາຍໃຫ້ ແລະ ຍັງໄດ້ເນັ້ນໜັກໃຫ້ອ້າຍ-ນ້ອງທະຫານໃໝ່ ຕ້ອງມີແນວຄິດໜັກແໜ້ນເຊື່ອໝັ້ນຕໍ່ການນຳພາຂອງພັກ ແລະ ກຳໃຫ້ແໜ້ນທາງດ້ານທິດສະດີຫຼັກການຂອງບົດຮຽນທີ່ໄດ້ຮຽນມາ ເພື່ອນຳໄປຈັດຕັ້ງປະຕິບັດເຂົ້າໃນວຽກງານຕົວຈິງພາຍໃນກົມກອງ, ຕັ້ງໜ້າເຝິກຝົນຫຼ່ໍຫຼອມຕົນເອງ ໃຫ້ມີຄຸນສົມບັດສິນທຳປະຕິວັດ, ມີຄວາມຫ້າວຫັນຕໍ່ໜ້າທີ່ວຽກງານ ໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ພ້ອມກັນນຳເອົາບົດຮຽນໃນຄັ້ງນີ້ ໄປໝູນໃຊ້ຢູ່ໃນກົມກອງໃຫ້ປະກົດຜົນເປັນຈິງ.