ໃນວັນທີ 12 ພຶດສະພາ 2022, ອົງການປົກຄອງ ແຂວງຈຳປາສັກ ນໍາພາໂດຍ ທ່ານ ວິໄລວົງ ບຸດດາຄໍາ ເຈົ້າແຂວງຈຳປາສັກ ພ້ອມດ້ວຍຄະນະ ໄດ້ເຂົ້າພົບປະ ແລະ ແລກປ່ຽນບົດຮຽນກັບ ກະຊວງຍຸຕິທຳ, ເຊິ່ງກ່າວຕ້ອນຮັບໂດຍ ທ່ານ ໄພວີ ສີບົວລິພາ ລັດຖະມົນຕີ ກະຊວງຍຸຕິທຳ, ມີຫົວໜ້າກົມ, ສະຖາບັນອ້ອມຂ້າງກະຊວງ ເຂົ້າຮ່ວມ.

ໂອກາດນີ້, ທ່ານ ໄພວິ ສີບົວລິພັນ ໄດ້ລາຍງານສະພາບ ແລະ ການເຄື່ອນໄຫວວຽກງານຂອງ ກະຊວງຍຸຕິທຳ ໂດຍໄດ້ຍົກໃຫ້ເຫັນສະພາບຈຸດພິເສດຂອງການນໍາພາຈັດຕັ້ງປະຕິບັດວຽກງານວິຊາສະເພາະຕ່າງໆ; ນອກນັ້ນ, ທັງສອງຝ່າຍຍັງໄດ້ປຶກສາຫາລືການຮ່ວມມືວຽກງານຍຸຕິທໍາ ເພື່ອຊຸກຍູ້ ແລະ ສົ່ງເສີມການຮ່ວມມືໃນການສົ່ງເສີມ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ວຽກງານຍຸຕິທໍາແບບມີຈຸດສຸມລະຫວ່າງ ກະຊວງຍຸຕິທໍາ ແລະ ອົງການປົກຄອງ ແຂວງຈຳປາສັກ ແນໃສ່ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ, ແຜນພັດທະນາເສດຖະກິດແຫ່ງຊາດ ແລະ ຂອງແຂວງຈຳປາສັກ, ກົດໝາຍ ແລະ ນິຕິກຳໃຕ້ກົດໝາຍທີ່ວາງອອກເປັນແຕ່ລະໄລຍະ ຕາມພາລະບົດບາດຂອງຕົນໃນວຽກງານຍຸຕິທໍາ ຢູ່ແຂວງຈໍາປາສັກ ໃຫ້ມີປະສິດທິຜົນສູງ.

ພ້ອມນັ້ນ, ທັງສອງຝ່າຍຍັງໄດ້ເຊັນບົດບັນທຶກຄວາມເຂົ້າໃຈຮ່ວມກັນ ໂດຍທັງສອງຝ່າຍຕົກລົງເຫັນດີເປັນເອກະພາບການສົ່ງເສີມ ແລະ ຊຸກຍູ້ການຈັດຕັ້ງຜັນຂະຫຍາຍບັນດານະໂຍບາຍແຜນການ, ແຜນງານ ແລະ ໂຄງການກ່ຽວກັບການພັດທະນາວຽກງານຍຸຕິທຳ ແລະ ການຈັດຕັ້ງປະຕິບັດກົດໝາຍ ແລະ ນິຕິກຳໃຕ້ກົດໝາຍຂອງແຂວງຈຳປາສັກ, ການສົ່ງເສີມ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ການຈັດຕັ້ງໃນຂະແໜງຍຸຕິທຳ ຢູ່ແຂວງຈໍາປາສັກ ໃຫ້ສາມາດເຄື່ອນໄຫວໄປຕາມພາລະບົດບາດຂອງຕົນຕາມກົດໝາຍ ໂດຍສະເພາະການຫັນອົງການປະຕິບັດຄຳຕັດສິນຂອງສານໃຫ້ຂຶ້ນຕາມສາຍຕັ້ງເທື່ອລະກ້າວ, ກໍ່ສ້າງ ແລະ ບໍາລຸງຍົກລະດັບແລກປ່ຽນບົດຮຽນປະສົບການດ້ານກົດໝາຍຍຸຕິທຳໃຫ້ພະນັກງານລັດຖະກອນ ໃນຂະແໜງຍຸຕິທໍາຂອງແຂວງຈໍາປາສັກ ເປັນຕົ້ນແມ່ນ ວຽກງານສ້າງນິຕິກຳ, ການໂຄສະນາ ແລະ ເຜີຍແຜ່ກົດໝາຍວຽກງານຍຸຕິທໍາຮາກຖານທະບຽນສານ, ການປະຕິບັດຄໍາຕັດສິນຂອງສານ, ການຊ່ວຍເຫຼືອລ້າທາງດ້ານກົດໝາຍ, ວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ແລະ ວຽກງານຊຸກຍູ້ ແລະ ສົ່ງເສີມການນຳໃຊ້ເຕັກນິກ-ເຕັກໂນໂລຊີທັນໄໝເຂົ້າໃນວຽກງານສະຖິຕິ, ການເກັບກຳຂໍ້ມູນ, ການລາຍງານວຽກງານຍຸຕິທຳ, ການໂຄສະນາເຜີຍແຜ່ ກົດໝາຍຕ່າງໆ ເພື່ອເຮັດໃຫ້ການປະຕິບັດພາລະບົດບາດຂອງຕົນໃຫ້ມີປະສິດທິຜົນສູງຂຶ້ນເປັນກ້າວໆ.