ກົມຕໍາຫຼວດຄຸມຂັງ-ດັດສ້າງ ກະຊວງ ປກສ ໄດ້ເປີດຝຶກອົບຮົມວຽກງານວິຊາສະເພາະ ໄລຍະສັ້ນ ປະຈໍາປີ 2022 ໃນວັນທີ 17 ພຶດສະພາ 2022, ເປັນປະທານໂດຍ ພົຈວ ສົມລິດ ດາວຮຸ່ງສຸລິ ຫົວໜ້າກົມຕໍາຫຼວດຄຸມຂັງ-ດັດສ້າງ, ມີຄະນະພັກ-ຄະນະກົມ, ພະແນກ, ຄ້າຍຄຸມຂັງ-ດັດສ້າງ ແລະ ນັກສໍາມະນາກອນ ເຂົ້າຮ່ວມ.

ຈຸດປະສົງຂອງການຝຶກອົບຮົມຄັ້ງນີ້ ເພື່ອຍົກລະດັບຄວາມຮູ້-ຄວາມສາມາດທາງດ້ານວິຊາສະເພາະໃຫ້ແກ່ພະນັກງານ, ນາຍ ແລະ ພົນຕໍາຫຼວດ ໃນຂົງ ເຂດວຽກງານຄຸມຂັງ-ດັດສ້າງ ໃຫ້ສົມຄູ່ກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານໃນສະເພາະໜ້າ ແລະ ຍາວນານ, ເຊິ່ງເຮັດໃຫຄະນະພັກ-ຄະນະບັນຊາ ທີ່ຮັບຜິດຊອບໃນແຕ່ລະຂົງເຂດວຽກງານຄຸມຂັງ-ດັດສ້າງຢູ່ແຕ່ລະຂັ້ນ ໄດ້ຮັບຮູ້ເຂົ້າໃຈແຈ້ງຕໍ່ຄວາມໝາຍຄວາມສໍາຄັນຂອງວຽກງານວິຊາສະເພາະຄຸມຂັງ-ດັດສ້າງ ແລະ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານຄຸມຂັງ-ດັດສ້າງຢູ່ຂັ້ນສູນກາງ ຫາ ທ້ອງຖິ່ນ ໃຫ້ມີຄວາມເປັນເອກະພາບ ແລະ ມີປະສິດທິຜົນສູງ.

ພັທ ບຸນລ້ຽງ ໄຊປັນຍາ ຫົວໜ້າພະແນກການເມືອງ ໃຫ້ຮູ້ວ່າ:

  • ເນື້ອໃນເອກະສານທີ່ນໍາມາຝຶກອົບຮົມ ປະກອບມີ:
  • ຂໍ້ຕົກລົງຂອງ ລັດຖະມົນຕີ ກະຊວງ ປກສ ສະບັບເລກທີ 951/ປກສ ວ່າດ້ວຍ ການຈັດຕັ້ງ ແລະ ການເຄື່ອນໄຫວຂອງ ກົມຕໍາຫຼວດຄຸມຂັງ-ດັດສ້າງ
  • ຂໍ້ຕົກລົງວ່າດ້ວຍ ລະບຽບວິໄນຂອງກໍາລັງປ້ອງກັນຄວາມສະຫງົບ (ສະບັບປັບປຸງ) ປີ 2020
  • ຄວາມຮູ້ພື້ນຖານດ້ານທິດສະດີກ່ຽວກັບ ວຽກງານຄຸມຂັງ-ດັດສ້າງ, ກົດລະບຽບຂອງຕໍາຫຼວດຄຸມຂັງ-ດັດສ້າງ
  • ກົດລະບຽບຂອງນັກໂທດ, ຜູ້ຖືກດັດສ້າງ
  • ວຽກງານຄຸ້ມຄອງນັກໂທດ, ຜູ້ຖືກດັດສ້າງ
  • ວຽກງານຄຸ້ມຄອງສໍານວນ-ສໍາເນົານັກໂທດ, ຜູ້ຖືກດັດສ້າງ ແລະ ຜູ້ຖືກຫາ
  • ວຽກງານສຶກສາອົບຮົມນັກໂທດ-ດັດສ້າງ
  • ວຽກງານຊອກຄົ້ນຫາຂໍ້ມູນນັກໂທດ-ດັດສ້າງ
  • ວຽກງານສ້າງ ແລະ ນໍາໃຊ້ຜູ້ຮ່ວມງານໃນຄ້າຍຄຸມຂັງ, ຄ້າຍດັດສ້າງ
  • ວຽກງານປ້ອງກັນຮັບປະກັນຄວາມສະຫງົບປອດໄພ ໃນຄ້າຍຄຸມຂັງ-ດັດສ້າງ
  • ວຽກງານສ້າງ ແລະ ນໍາໃຊ້ຕາໜ່າງປິດລັບໃນຄ້າຍຄຸມຂັງ-ດັດສ້າງ
  • ວຽກງານຄຸ້ມຄອງການຜະລິດ ແລະ ຝຶກວິຊາຊີບໃຫ້ແກ່ນັກໂທດ, ຜູ້ຖືກດັດສ້າງ
  • ວຽກງານປ້ອງກັນຄ້າຍຄຸມຂັງ-ດັດສ້າງ ແລະ ວຽກງານອື່ນໆທີ່ກ່ຽວຂ້ອງ

ສຳລັບສະຖານທີ່ຂອງການຝຶກອົບຮົມ ແມ່ນຢູ່ກົມຕໍາຫຼວດຄຸມຂັງ-ດັດສ້າງ, ມີນັກສໍາມະນາກອນເຂົ້າຮ່ວມທັງໝົດ 40 ສະຫາຍ ຍິງ 3 ສະຫາຍ, ກໍານົດເວລາໃນການຝຶກອົບຮົມ 7 ວັນ (ວັນທີ 17- 23 ພຶດສະພາ 2022).

ໂອກາດດັ່ງກ່າວ, ພົຈວ ສົມລິດ ດາວຮຸ່ງສຸລິ ໄດ້ເນັ້ນໃຫ້ນັກສໍາມະນາກອນທີ່ເຂົ້າຮ່ວມຝຶກອົບຮົມ ຈົ່ງເຊີດຊູຄວາມຮັບຜິດຊອບຂອງຕົນ, ສຸມສະຕິປັນຍາເຈົ້າໃນການຄົ້ນຄວ້າຢ່າງເລິກເຊິ່ງ ເພື່ອໃຫ້ເຫັນໄດ້ບັນຫາລວມ ແລະ ບັນຫາສະເພາະ, ເພື່ອເປັນພື້ນຖານໃຫ້ແກ່ການສືບຕໍ່ປັບປຸງໃນຕໍ່ໜ້າໃຫ້ສໍາເລັດ.