3 ກອງບັນຊາການ ປກສ ແຂວງ ໄດ້ຮັບຟັງການສະຫຼຸບການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ ໄລຍະທີ 1 ແລະ ວາງທິດທາງແຜນການ ໄລຍະທີ 2 ຂອງກະຊວງ ປກສ ທີ່ໄດ້ຈັດຂຶ້ນຢູ່ ກອງບັນຊາການ ປກສ ແຂວງຫົວພັນ ໃນວັນທີ 12 ພຶດສະພາ ຜ່ານມານີ້,  ເຂົ້າຮ່ວມໂດຍ ພົຕ ວັນທອງ ກອງມະນີ ຮອງລັດຖະມົນຕີ ກະຊວງ ປກສ ຫົວໜ້າກົມໃຫຍ່ການເມືອງ ປກສ, ພ້ອມທັງມີຫົວໜ້າ-ຮອງຫົວໜ້າ, ຄະນະກອງບັນຊາການ ປກສ ແຂວງຫົວພັນ, ຊຽງຂວາງ ແລະ ແຂວງໄຊສົມບູນ, ມີຫົວໜ້າ-ຮອງຫົວໜ້າ ປກສ ເມືອງ, ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ໃນກອງປະຊຸມ, ພັອ ປອ ບົວພັນ ຟອງມະນີ ຮອງຫົວໜ້າກົມໃຫຍ່ຕຳຫຼວດ ກະຊວງ ປກສ ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ ແຕ່ປີ 2021-2023 ໄລຍະທີ 1 ແລະ ວາງທິດທາງແຜນການ ໄລຍະທີ 2 ຂອງກະຊວງ ປກສ ເຊິ່ງໄດ້ຍົກໃຫ້ເຫັນຜົນງານຫຼາຍດ້ານ ເຊັ່ນ:

ການລົງເຊື່ອມຊຶມເຜີຍແຜ່ບັນດາເອກະສານກ່ຽວຂ້ອງກັບ ວາລະແຫ່ງຊາດວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ ໃຫ້ຄະນະພັກ-ຄະນະນຳ, ອົງການປົກຄອງຂັ້ນແຂວງ-ນະຄອນຫຼວງ, ບັນດາກະຊວງ ໃນຂອບເຂດທົ່ວປະເທດ ມີຜູ້ເຂົ້າຮ່ວມທັງໝົດ 1.700 ທ່ານ, ໄດ້ເອົາໃຈໃສ່ວຽກງານສ້າງ, ປັບປຸງກົດໝາຍ ແລະ ນິຕິກຳໃຕ້ກົດໝາຍທີ່ກ່ຽວຂ້ອງກັບບັນຫາຢາເສບຕິດ ມີທັງໝົດ 11 ນິຕິກຳ, ສຸມໃສ່ປັບປຸງສູນບຳບັດປິ່ນປົວ ແລະ ຟື້ນຟູສຸຂະພາບຜູ້ຕິດຢາເສບຕິດ ໃນຂອບເຂດທົ່ວປະເທດມີ 13 ສູນ, ມີຜູ້ເຂົ້າຮັບການປິ່ນປົວທັງໝົດ 4.978 ຄົນ ຍິງ 160 ຄົນ, ປິ່ນປົວດີແລ້ວກັບບ້ານ 2.806 ຄົນ ຍິງ 112 ຄົນ.

ນອກຈາກນີ້, ກຳລັງປ້ອງກັນຄວາມສະຫງົບຂັ້ນສູນກາງ ແລະ ທ້ອງຖິ່ນ ໄດ້ຍົກສູງຄວາມຮັບຜິດຊອບຂອງຕົນ ໃນການເຄື່ອນໄຫວເຮັດວຽກງານວິຊາສະເພາະ ດ້ວຍຄວາມຮັບຜິດຊອບສູງ ແລະ ສາມາດແກ້ໄຂມ້າງລາຍຄະດີຢາເສບຕິດໃນຂອບເຂດທົ່ວປະເທດ ນັບແຕ່ເດືອນກໍລະກົດ 2021-ເດືອນພຶດສະພາ 2022; ເຊິ່ງສາມາດແກ້ໄຂມ້າງລາຍຄະດີຢາເສບຕິດໄດ້ 3.815 ເລື່ອງ, ຈັບຜູ້ຖືກຫາໄດ້ 5.395 ຄົນ ຍິງ 547 ຄົນ, ຄົນຕ່າງປະເທດ 122 ຄົນ ຍິງ 8 ຄົນ, ຢຶດຂອງກາງຢາເສບຕິດ ປະເພດຢາບ້າ 176.473.522 ເມັດ, ນ້ຳໜັກ 17.759,44 ກິໂລກຼາມ, ຢາໄອສ໌ 3.709,83 ກິໂລກຼາມ, ເຮໂຣອິນ 170,85 ກິໂລກຼາມ, ຢາຝິ່ນ 6 ກິໂລກຼາມ, ຄັນຊາ 6.539,46 ກິໂລກຼາມ, ຢຶດລົດໃຫຍ່ 135 ຄັນ ແລະ ລົດຈັກ 686 ຄັນ.

ໃນກອງປະຊຸມ, ພົຕ ວັນທອງ ກອງມະນີ ໄດ້ເນັ້ນໜັກໃຫ້ ຄະນະພັກ-ຄະນະບັນຊາ ກອງບັນຊາການ ປກສ 3 ແຂວງດັ່ງກ່າວ ໃຫ້ສືບຕໍ່ເອົາໃຈໃສ່ຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ ຢ່າງເຂັ້ມງວດ, ເຂັ້ມແຂງ ແລະ ຈິງຈັງ, ສືບຕໍ່ຕ້ານ, ປາບປາມຜູ້ທີ່ກະທໍາຜິດຄ້າຂາຍຢາເສບຕິດ, ໂຄສະນາເຜີຍແຜ່ລະບຽບກົດໝາຍ ແລະ ຜົນຮ້າຍຂອງຢາເສບຕິດ, ເອົາໃຈໃສ່ສ້າງ, ປັບປຸງນິຕິກຳໃຕ້ກົດໝາຍທີ່ກ່ຽວຂ້ອງກັບບັນຫາຢາເສບຕິດ, ປັບປຸງກົງຈັກການຈັດຕັ້ງ ແລະ ຍົກລະດັບຄວາມສາມາດໃນການເຄື່ອນໄຫວໜ້າທີ່ການເມືອງຂອງ ອົງການສືບສວນ-ສອບສວນ ແລະ ພາກສ່ວນທີ່ກ່ຽວຂ້ອງຕໍ່ກັບການແກ້ໄຂບັນຫາຢາເສບຕິດ, ເພີ່ມທະວີການຮ່ວມມືສາກົນ, ການປະສານສົມທົບແລກປ່ຽນຂໍ້ມູນຂ່າວສານ ເພື່ອພ້ອມກັນສະກັດກັ້ນແກ້ໄຂບັນຫາຢາເສບຕິດ ໃຫ້ຫຼຸດໜ້ອຍຖອຍລົງເທື່ອລະກ້າວ.