ຄະນະໂຄສະນາອົບຮົມສູນກາງພັກ ຮ່ວມກັບ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແລະ ສະມາຄົມນັກປະພັນລາວ ໄດ້ຈັດກອງປະຊຸມປຸກລະດົມຂະບວນການບັ້ນແຂ່ງຂັນກວດສອບບົດປະພັນວັນນະຄະດີທົ່ວປະເທດ ເພື່ອສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ ປີ 2022 ໃນວັນທີ 16 ພຶດສະພາ, ໂດຍການເປັນປະທານຂອງ ທ່ານ ປອ ຄຳພັນ ເຜີຍຍະວົງ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຮອງປະທານຄະນະຊີ້ນຳລະດັບຊາດ ເພື່ອສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ 2022, ມີນັກປະພັນ-ນັກກະວີສາຍອາຊີບ-ສະໝັກຫຼິ້ນ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານ ນາງ ຜິວລາວັນ ຫຼວງວັນນາ ຮອງປະທານສະມາຄົມນັກປະພັນລາວ ໄດ້ສະເໜີແຜນວ່າ:

ກິດຈະກຳແຂ່ງຂັນກວດສອບບົດປະພັນວັນນະຄະດີ ແລະ ຈັດພິມປຶ້ມຜົນງານ, ສຳລັບບົດແຂ່ງຂັນກວດສອບ ປະກອບມີ 4 ປະເພດຄື:

  • ເລື່ອງຍາວ (ນະວະນິຍາຍ)
  • ເລື່ອງສັ້ນ
  • ບົດບັນທຶກ (ບົດຫວນຄືນ, ເລື່ອງຈິງຄົນແທ້ )
  • ກະວີ (ກາບກອນເລົ່າເລື່ອງ, ສັນລະເສີນມູນເຊື້ອ)

ໃນນັ້ນ, ວັນທີ 30 ມິຖຸນາ 2022 ແມ່ນປິດຮັບບົດຂອງນັກຂຽນກິດຕິມະສັກ, ທີ 16 ສິງຫາ 2022 ປິດຮັບບົດແຂ່ງຂັນກວດສອບ, ທີ 1 ກັນຍາ 2022 ແມ່ນພິທີປະກາດຜົນມອບລາງວັນ ຢ່າງເປັນທາງການ ແລະ ຈັດພິມປຶ້ມສຳເລັດ.

ສ່ວນປະເພດລາງວັນຄື: ລາງວັນທີ 1 ມີ 2 ລາງວັນ, ລາງວັນລະ 5 ລ້ານກີບ (ພ້ອມໃບກຽດຕິຄຸນ), ລາງວັນທີ 2 ມີ 4 ລາງວັນ, ລາງວັນລະ 4 ລ້ານກີບ (ພ້ອມໃບກຽດຕິຄຸນ), ລາງວັນທີ 3 ມີ 6 ລາງວັນ ລາງວັນລະ 3 ລ້ານກີບ (ພ້ອມໃບກຽດຕິຄຸນ) ແລະ ລາງວັນຊົມເຊີຍ ມີ 30 ລາງວັນ ລາງວັນລະ 1 ລ້ານກີບ (ພ້ອມໃບກຽດຕິຄຸນ), ສຳລັບການຈັດພິມປື້ມ ຈຳນວນ 3 ຫົວເລື່ອງ ຄາດວ່າປະມານ 6.000 ຫົວ

ໂອກາດດັ່ງກ່າວ, ທ່ານ ປອ ຄຳພັນ ເຜີຍຍະວົງ ໄດ້ກ່າວເນັ້ນວ່າ: ການປະດິດແຕ່ງດ້ວຍສິລະປະວັນນະຄະດີ ພາຍໃຕ້ຫົວເລື່ອງ ”ການພົວພັນຮ່ວມມືແບບພິເສດລະຫວ່າງ ລາວ-ຫວຽດນາມ” ຄັ້ງນີ້ ຂໍໃຫ້ຂຽນສ່ອງແສງໄດ້ຕະຫຼອດໄລຍະການພົວພັນຮ່ວມມືຂອງສອງປະເທດ, ຂຽນເຖິງໄລຍະການຕໍ່ສູ້ກູ້ຊາດກໍດີ, ແຕ່ພິເສດໃຫ້ມີບົດຂຽນເຖິງການພົວພັນຮ່ວມມື ໃນໄລຍະສ້າງສາພັດທະນາປະເທດຊາດ ໂດຍສະເພາະ ໄລຍະດໍາເນີນພາລະກິດປ່ຽນແປງໃໝ່ຢູ່ແຕ່ລະປະເທດ ຍ້ອນວ່າບົດວັນນະຄະດີຂຽນກ່ຽວກັບໄລຍະນີ້ ບໍ່ທັນມີຫຼາຍແຕ່ບົດຮຽນ, ແບບຢ່າງອັນດີແຫ່ງການພົວພັນຮ່ວມມືມີຫຼາຍ, ມີທຸກໆຂົງເຂດວຽກງານ, ຂະແໜງການຂອງທັງສອງຊາດ, ເພື່ອໃຫ້ບົດປະພັນຂອງຕົນສ່ອງແສງໄດ້ຄວາມເປັນຈິງ ທີ່ເປັນບົດຮຽນອັນລໍ້າຄ່າ ຜູ້ຂຽນຄວນໄດ້ຊອກຮູ້, ຄົ້ນຫາຂໍ້ມູນນໍາພະນັກງານ, ທະຫານ, ປະຊາຊົນທີ່ເຄີຍໄດ້ຜ່ານປະສົບການ ຫຼື ຮູ້ຈັກການພົວພັນຮ່ວມມື ລາວ-ຫວຽດນາມ ໃນຫົວເລື່ອງທີ່ຈະຂຽນ.