ວັນທີ 17 ພຶດສະພາ 2022, ຄະນະນໍາ ກະຊວງປ້ອງກັນຄວາມສະຫງົບ ສປປ ລາວ ສົມທົບກັບ ຄະນະນໍາ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ລົງສໍາຫຼວດເນື້ອທີ່ດິນຢູ່ບ້ານໂນນສະອາດ ເມືອງໄຊທານີ ນະຄອນຫຼວງວຽງຈັນ ທີ່ຈະກຽມສ້າງວິທະຍາຄານການເມືອງ ປກສ; ຝ່າຍລາວ ນໍາພາໂດຍ ພົຈວ ໜູຈອນ ກ້ອນທອງດໍາ ຮອງຫົວໜ້າກົມໃຫຍ່ພະລາທິການ ປກສ, ຝ່າຍຫວຽດນາມນໍາໂດຍ ພັອ ຫງວຽນ ເລ ກວາງ ຮອງຫົວໜ້າກົມຄຸ້ມຄອງກໍ່ສ້າງ ແລະ ຄ້າຍຄູ ພ້ອມທັງມີຄະນະກົມກອງທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ໂອກາດດຽວກັນ, ພົຈວ ໜູຈອນ ກ້ອນທອງດໍາ ໄດ້ລາຍງານໃຫ້ ຄະນະນໍາ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ຮັບຊາບວ່າ:

ພາຍຫຼັງ ກະຊວງປ້ອງກັນຄວາມສະຫງົບ ອະນຸມັດຕອນດິນລັດທີ່ກະຊວງປ້ອງກັນຄວາມສະຫງົບຄຸ້ມຄອງ ໃຫ້ນໍາໃຊ້ເນື້ອທີ່ 6 ເຮັກຕາ ຢູ່ບ້ານໂນນສະອາດ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຂົ້າໃນໂຄງການປຸກສ້າງ ວິທະຍາຄານການເມືອງປ້ອງກັນຄວາມສະຫງົບ ລະອຽດມີຄື: ທິດເໜືອ, ທິດໃຕ້ ແລະ ທິດຕາເວັນອອກ ຕິດກັບທາງຕັດໃໝ່, ສ່ວນທິດຕາເວັນຕົກ ຕິດກັບດິນກະຊວງປ້ອງກັນປະເທດ ແລະ ດິນສູນບັນຊາຕໍາຫຼວດສະກັດກັ້ນອັກຄີໄພ ແລະ ກູ້ໄພ; ຖ້າຫາກວ່າເນື້ອທີ່ດິນດັ່ງກ່າວ ບໍ່ພຽງພໍທີ່ຈະນຳໃຊ້ເຂົ້າໃນໂຄງການປຸກສ້າງ ວິທະຍາຄານການເມືອງປ້ອງກັນຄວາມສະຫງົບ ຂັ້ນເທິງຈະແບ່ງເອົາເນື້ອທີ່ດິນສູນບັນຊາຕໍາຫຼວດສະກັດກັ້ນອັກຄີໄພ ແລະ ກູ້ໄພ ທີ່ຕິດກັນນັ້ນໃຫ້ຕາມຄວາມເໝາະສົມ.

ພັອ ຫງວຽນ ເລ ກວາງ ໄດ້ຕາງໜ້າໃຫ້ ກະຊວງປ້ອງກັນຄວາມສະຫງົບ ຫວຽດນາມ ທີ່ເປັນຜູ້ຊ່ວຍເຫຼືອງົບປະມານໃນການສ້າງ ວິທະຍາຄານການເມືອງ ປກສ ຄັ້ງນີ້ ກ່າວວ່າ:

ການທີ່ຈະປຸກສ້າງວິທະຍາຄານດັ່ງກ່າວນີ້ ບໍ່ແມ່ນເລື່ອງງ່າຍ; ສະນັ້ນ, ພວກເຮົາພ້ອມຄະນະຈຶ່ງຂໍສໍາຫຼວດຕອນດິນດັ່ງກ່າວນີ້ໃຫ້ລະອຽດ ເພື່ອຈະນໍາໄປປຶກສາຫາລື ແລະ ຄິດໄລ່ງົບປະມານໃນການຈັດຕັ້ງປະຕິບັດໂຄງການດັ່ງກ່າວ ກ່ອນນໍາສະເໜີຕໍ່ ກະຊວງ ປກສ ຫວຽດນາມ-ລາວ ເຊັນອະນຸມັດ ກ່ອນລົງມືຈັດຕັ້ງປະຕິບັດ ແລະ ຖ້າເປັນໄປຕາມແຜນທີ່ວາງໄວ້ ຄາດວ່າຊ້າສຸດໂຄງການດັ່ງກ່າວນີ້ ຈະໃຫ້ໄດ້ວາງສີລາລືກໃນເດືອນກໍລະກົດນີ້.