ສະຫາຍ ເວືອງ ດິງ ເຫວະ ກຳມະການກົມການເມືອງສູນກາງພັກກອມມູນິດ ຫວຽດນາມ, ປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ ພ້ອມຄະນະ ໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ພັນຄໍາ ວິພາວັນ ກໍາມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໃນວັນທີ 17 ພຶດສະພາ 2022 ເນື່ອງໃນໂອກາດເດີນທາງມາຢ້ຽມຢາມສັນຖະວະໄມຕີ ຢູ່ ສປປ ລາວ ລະຫວ່າງວັນທີ 15-17 ພຶດສະພານີ້.

ເຊິ່ງການມາຢ້ຽມຢາມ ແມ່ນຢູ່ທ່າມກາງທີ່ສອງພັກ, ສອງລັດ ລາວ-ຫວຽດນາມ ກະກຽມຄວາມພ້ອມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ ປີ 2022 ກໍຄື ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຄົບຮອບ 45 ປີ (18 ກໍລະກົດ 1977-18 ກໍລະກົດ 2022) ແລະ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 60 ປີ (5 ກັນຍາ 1962-5 ກັນຍາ 2022).

ໂອກາດນີ້, ສະຫາຍ ພັນຄໍາ ວິພາວັນ ໄດ້ສະແດງຄວາມຕ້ອນຮັບຊົມເຊີຍ ແລະ ຕີລາຄາສູງຕໍ່ການມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຂອງຄະນະຜູ້ແທນ ສະພາແຫ່ງຊາດ ສສ ຫວຽດນາມ, ເຊິ່ງເປັນການປະກອບສ່ວນຮັດແໜ້ນສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ອ້າຍນ້ອງທີ່ມີມູນເຊື້ອມາແຕ່ດົນນານແລ້ວນັ້ນ ໃຫ້ນັບມື້ແໜ້ນແຟ້ນຍິ່ງໆຂຶ້ນ. 

ສະຫາຍ ເວືອງ ດິງ ເຫວະ ໄດ້ຕາງໜ້າພັກ-ລັດ ແລະ ປະຊາຊົນຫວຽດນາມ ກໍຄື ຕາງໜ້າຄະນະຜູ້ແທນສະພາແຫ່ງຊາດ ສສ ຫວຽດນາມ ສະແດງຄວາມຂອບໃຈຕໍ່ ສະຫາຍ ພັນຄໍາ ວິພາວັນ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ, ສະໜິດສະໜົມ ພ້ອມທັງລາຍງານຫຍໍ້ກ່ຽວກັບຈຸດປະສົງຂອງການມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໂດຍສະເພາະແມ່ນການເຮັດວຽກຮ່ວມກັບ ສະພາແຫ່ງຊາດລາວ ໃຫ້ສະຫາຍນາຍົກລັດຖະມົນຕີໄດ້ຮັບຊາບ.

ພາຍຫຼັງສໍາເລັດການເຂົ້າຢ້ຽມຂໍ່ານັບ ສະຫາຍ ພັນຄໍາ ວິພາວັນ, ສະຫາຍປະທານສະພາເເຫ່ງຊາດ ຫວຽດນາມ ພ້ອມຄະນະ ກໍໄດ້ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກຢູ່ເເຂວງຈໍາປາສັກ.