ເພື່ອສືບຕໍ່ຈັດຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ເວົ້າລວມ, ເວົ້າສະເພາະ ເພື່ອຕິດຕາມ ແລະ ຊຸກຍູ້ການຈັດຕັ້ງປະຕິບັດດຳລັດ ສະບັບເລກທີ 599/ລບ ວ່າດ້ວຍ ລົດຂອງລັດ ໃຫ້ມີຄວາມຄືບໜ້າເປັນກ້າວໆ ແລະ ບັນລຸຜົນສຳເລັດ ຕາມຄາດໝາຍທີ່ກຳນົດໄວ້, ໃນຕອນເຊົ້າວັນທີ 17 ພຶດສະພາ 2022 ທີ່ຫໍປະຊຸມແຫ່ງຊາດ, ຫ້ອງວ່າການ ສຳນັກງານນາຍົກລັດຖະມົນຕີ ຮ່ວມກັບ ກະຊວງການເງິນ ໄດ້ຈັດກອງປະຊຸມລາຍງານຄວາມຄືບໜ້າ ໃນການຈັດຕັ້ງປະຕິບັດດຳລັດ ສະບັບເລກທີ 599/ລບ ແລະ ນິຕິກຳທີ່ກ່ຽວຂ້ອງ ພາຍຫຼັງທີ່ໄດ້ເຜີຍແຜ່ດຳລັດດັ່ງກ່າວ ໃນທ້າຍເດືອນມີນາ 2022 ທີ່ຜ່ານມາ, ໂດຍການເປັນປະທານຮ່ວມຂອງ ທ່ານ ບຸນປອນ ວັນນະຈິດ ຮອງລັດຖະມົນຕີ ກະຊວງການເງິນ ແລະ ທ່ານ ຮສ. ປອ. ສົມກຽດ ພະສີ ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການ ສຳນັກງານນາຍົກລັດຖະມົນຕີ ພ້ອມທັງມີບັນດາທ່ານຫົວໜ້າຫ້ອງວ່າການ, ຫ້ອງການກະຊວງ, ອົງການຈັດຕັ້ງພັກ-ລັດ ແລະ ມະຫາຊົນຂັ້ນສູນກາງ ເຂົ້າຮ່ວມຢ່າງພ້ອມພຽງ.

ດຳລັດສະບັບເລກທີ 599/ລບ ແມ່ນໜຶ່ງໃນນິຕິກຳ ກໍຄື ມາດຕະການທີ່ລັດຖະບານ ໄດ້ຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ເປັນອັນລະອຽດ, ເຊິ່ງເນື້ອໃນຈິດໃຈຂອງດຳລັດດັ່ງກ່າວ ແມ່ນເປັນການຍົກສູງປະສິດທິຜົນຄຸ້ມຄອງລາຍຈ່າຍງົບປະມານຂອງລັດ ດ້ວຍມາດຕະການປະຢັດມັດທະຍັດ, ຕ້ານການຟຸມເຟືອຍ ແລະ ຈຳກັດລາຍຈ່າຍງົບປະມານທີ່ບໍ່ຈຳເປັນ ໂດຍການຄຸ້ມຄອງລົດຂອງລັດ ໃຫ້ມີຄວາມເປັນເອກະພາບລວມສູນ, ສະເໝີພາບ, ນຳໃຊ້ຖືກເປົ້າໝາຍ, ມີຄວາມໂປ່ງໃສ, ມີລະບຽບວິໄນ, ສາມາດກວດສອບໄດ້ ແລະ ສອດຄ່ອງກັບເງື່ອນໄຂຕົວຈິງຂອງປະເທດເຮົາ ເຊັ່ນ ການຫຼຸດຈຳນວນລົດລົງ, ການຖອນຄືນ, ການດຸ່ນດ່ຽງດັດສົມລົດປະຈຳຕຳແໜ່ງ, ດັດປັບການເບີກຈ່າຍນ້ຳມັນ, ການຫັນມາໃຊ້ລົດໄຟຟ້າໃຫ້ຫຼາຍຂຶ້ນ ແລະອື່ນໆ.

ເມື່ອສົມທຽບດຳລັດສະບັບນີ້ ກັບ ລະບຽບການນໍາໃຊ້ລົດລັດ ໃນເມື່ອກ່ອນ ເຫັນວ່າ: ຈະສາມາດຫຼຸດຈຳນວນລົງ ແລະ ຖອນຄືນລົດປະຈໍາຕຳແໜ່ງການນຳລະດັບສູງ ປະເພດ I ຫາ ປະເພດ IV ທີ່ເກີນກໍານົດ ໃນດຳລັດ 599/ລບ; ດຸ່ນດ່ຽງດັດສົມລົດຈາກບ່ອນທີ່ມີຫຼາຍ ໄປໃຫ້ພາກສ່ວນທີ່ຍັງຂາດເຂີນບໍ່ພຽງພໍ; ດັດປັບການເບີກຈ່າຍນໍ້າມັນເຊື້ອໄຟ ໃຫ້ຫຼຸດລົງ; ສົ່ງເສີມຫັນໄປນຳໃຊ້ລົດໄຟຟ້າ ຫຼື ລົດທີ່ນຳໃຊ້ພະລັງງານສະອາດ ທີ່ເປັນມິດຕໍ່ສິ່ງແວດລ້ອມ ຕາມມະຕິ 08/ລບ ວ່າດ້ວຍ ການຮັບຮອງ ແລະ ປະກາດໃຊ້ນະໂຍບາຍການນໍາໃຊ້ລົດໄຟຟ້າ ໃນ ສປປ ລາວ; ສໍາລັບພະນັກງານຕຳແໜ່ງຂັ້ນຫົວໜ້າກົມ ແລະ ຮອງຫົວໜ້າກົມລົງມາ ແມ່ນບໍ່ມີລົດປະຈຳຕຳແໜ່ງ, ແຕ່ໃຫ້ນຳໃຊ້ລົດຮັບໃຊ້ບໍລິຫານລວມ ແລະ ລົດຮັບໃຊ້ວຽກງານວິຊາສະເພາະ ໂດຍມີການຕິດກາໝາຍ (ສະຕິກເກີ) ຢ່າງຄັກແນ່.

ກອງປະຊຸມໃນຄັ້ງນີ້ ໄດ້ຮັບຟັງການລາຍຄວາມຄືບໜ້າ ໃນການຈັດຕັ້ງປະຕິບັດດຳລັດສະບັບດັ່ງກ່າວ ໂດຍສະເພາະ ຜົນສຳເລັດ, ຂໍ້ສະດວກ, ຂໍ້ຄົງຄ້າງ ແລະ ຂໍ້ສະເໜີ ຈາກບັນດາຜູ້ຕາງໜ້າກະຊວງ ແລະ ອົງການທຽບເທົ່າຂັ້ນສູນກາງ ເພື່ອເປັນຂໍ້ມູນສັງລວມລາຍງານຂໍທິດຊີ້ນຳຈາກຂັ້ນເທິງ ຕໍ່ການຈັດຕັ້ງປະຕິບັດໃນຂັ້ນຕໍ່ໄປ ເຊິ່ງເຫັນວ່າມີຄວາມຄືບໜ້າດີສົມຄວນ, ໃນນັ້ນ ທຸກພາກສ່ວນໄດ້ສຳເລັດການແຕ່ງຕັ້ງຄະນະຮັບຜິດຊອບວຽກງານດັ່ງກ່າວ ແລະ ສຳເລັດການເຜີຍແຜ່ເນື້ອໃນຂອງດຳລັດ ແລະ ນິຕິກຳທີ່ກ່ຽວຂ້ອງ ໂດຍຕິດພັນກັບການເຮັດວຽກງານການເມືອງແນວຄິດ ໃຫ້ແກ່ພະນັກງານ-ລັດຖະກອນ.

ພ້ອມກັນນັ້ນ, ກຳລັງເລັ່ງສັງລວມຂຶ້ນບັນຊີລົດຂອງລັດ ທີ່ກະຊວງ-ອົງການຂອງຕົນຄຸ້ມຄອງ ແລະ ນຳໃຊ້ ເປັນຕົ້ນແມ່ນຈຳນວນລົດ, ຊະນິດ-ປະເພດລົດ (ລົດປະຈໍາຕໍາແໜ່ງການນໍາລະດັບສູງ, ລົດບໍລິຫານ ແລະ ລົດວິຊາສະເພາະ), ຜູ້ນຳໃຊ້ລົດ, ສະພາບລົດ ແລະອື່ນໆ, ລວມທັງແຜນການຈັດສັນລົດຄືນໃໝ່ ແລະ ແຜນການສະສາງລົດເກົ່າທີ່ໝົດອາຍຸການໃຊ້ງານ ແລະ ໄດ້ຖອນຄືນລົດຈຳນວນໜຶ່ງທີ່ເກີນກໍານົດ ໃນດຳລັດເລກທີ 599/ລບ.

ສະເພາະ ຫສນຍ ກໍໄດ້ສົມທົບກັບ ກະຊວງການເງິນ ດໍາເນີນການຖອນລົດຈໍານວນໜຶ່ງຈາກການນໍາຂັ້ນສູງ ແລະ ໄດ້ດຸ່ນດ່ຽງລົດທີ່ໄດ້ຖອນມານັ້ນ ໃຫ້ຂະແໜງການ, ອົງການຈຳນວນໜຶ່ງ; ຄຽງຄູ່ກັນນີ້ ໄດ້ສົມທົບກັນກໍານົດວິທີການ, ກົນໄກ, ແຜນດໍາເນີນງານ ແລະ ຄາດໝາຍທາງດ້ານເວລາໃນການຕິດຕາມ, ຊຸກຍູ້ການຈັດຕັ້ງປະຕິບັດດຳລັດ 599/ລບ ແລະ ໄດ້ແຕ່ງຕັ້ງຄະນະລົງເຜີຍແຜ່ເອກະສານກ່ຽວກັບ ການຄຸ້ມຄອງພາຫະນະຂອງລັດ ຢູ່ບັນດາແຂວງໃນທົ່ວປະເທດ ໂດຍແບ່ງອອກເປັນ 3 ຄະນະ ໂດຍມີ ຮອງລັດຖະມົນຕີ ກະຊວງການເງິນ ເປັນຫົວໜ້າຂອງແຕ່ລະຄະນະ ແລະ ມີຄາດໝາຍໃຫ້ສໍາເລັດພາຍໃນເດືອນພຶດສະພາ 2022.

ໃນຕອນທ້າຍ, ທ່ານປະທານກອງປະຊຸມ ໄດ້ສະເໜີໃຫ້ບັນດາຫ້ອງການ ເປັນໃຈກາງໃນການສືບຕໍ່ຈັດຕັ້ງປະຕິບັດດຳລັດສະບັບນີ້ຂອງກະຊວງ, ອົງການຂອງຕົນ ໃຫ້ມີຄວາມຄືບໜ້າ ແລະ ສຳເລັດຕາມແຜນ, ພ້ອມທັງຄົ້ນຄວ້າວິທີການທີ່ເໝາະສົມ ໃນການແກ້ໄຂບັນຫາຄົງຄ້າງ, ຂໍ້ຫຍຸ້ງຍາກຕ່າງໆສະເໜີຕໍ່ຄະນະພັກ-ຄະນະນຳຂອງຕົນ ບົນພຶ້ນຖານສອດຄ່ອງກັບດຳລັດ 599/ລບ. ນອກຈາກນັ້ນ, ຖ້າພາກສ່ວນໃດບໍ່ທັນສຳເລັດ ການຂຶ້ນບັນຊີສະຖິຕິລົດ ກໍໃຫ້ສືບຕໍ່ຮີບຮ້ອນຈັດຕັ້ງປະຕິບັດ ແລ້ວສັງລວມລາຍງານໃຫ້ ຫ້ອງວ່າການ ສຳນັກງານນາຍົກລັດຖະມົນຕີ.

ການຈັດຕັ້ງປະຕິບັດດຳລັດສະບັບນີ້ ສ່ອງແສງໃຫ້ເຫັນເຖິງ ຄວາມພະຍາຍາມຂອງພັກ ແລະ ລັດ ໃນການສ້າງການຫັນປ່ຽນໃໝ່ຢ່າງແຂງແຮງ ໃນການຄຸ້ມຄອງ ແລະ ນຳໃຊ້ຊັບສິນຂອງລັດໃຫ້ເກີດປະໂຫຍດສູງສຸດ, ປະກອບສ່ວນແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນຂອງປະເທດ, ສ້າງລັດຂອງປະຊາຊົນໃຫ້ເຂັ້ມແຂງ, ສ້າງຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນ ແລະ ສັງຄົມຫຼາຍຂຶ້ນ, ສິ່ງສຳຄັນແມ່ນປະຕິບັດທິດຫັນປ່ຽນໃໝ່ຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານໃນວຽກງານດັ່ງກ່າວ ຕາມມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ໄດ້ກໍານົດໄວ້ ໃຫ້ປະກົດຜົນເປັນຈິງ.