ໃນວັນທີ 18 ພຶດສະພາ ຜ່ານມາ, ກົມຕໍາຫຼວດສືບສວນ-ສອບສວນ ກົມໃຫຍ່ຕໍາຫຼວດ ກະຊວງ ປກສ ໄດ້ຈັດກອງປະຊຸມສ້າງແຜນກໍານົດພະນັກງານນໍາພາ-ບັນຊາ ຂັ້ນກົມໃຫຍ່ຕໍາຫຼວດ ກະຊວງ ປກສ ຄຸ້ມຄອງ, ເປັນປະທານໂດຍ ພັອ ແກ່ນຈັນ ພົມມະຈັກ ຮອງຫົວໜ້າກົມໃຫຍ່ຕໍາຫຼວດ, ຫົວໜ້າກົມຕໍາຫຼວດສືບສວນ-ສອບສວນ, ມີຄະນະພັກ-ຄະນະກົມ ພ້ອມດ້ວຍຄະນະພະແນກ, ນາຍ ແລະ ພົນຕຳຫຼວດ ເຂົ້າຮ່ວມ.

ພັອ ປອ ດວງຈັນ ວົງວິໄຊ ຮອງຫົວໜ້າກົມຕໍາຫຼວດສືບສວນ-ສອບສວນ ກ່າວວ່າ:

ແຜນກໍານົດພະນັກງານນໍາພາ-ບັນຊາ ແມ່ນຂະບວນວິວັດແຫ່ງການສ້າງພະນັກງານສືບທອດປ່ຽນແທນ ທັງໃນປັດຈຸບັນ ແລະ ອະນາຄົດ, ເນື້ອແທ້ຂອງການສ້າງແຜນກໍານົດພະນັກງານ ແມ່ນເພື່ອບຳລຸງ-ກໍ່ສ້າງ, ຈັດວາງ, ສັບຊ້ອນ ແລະ ນໍາໃຊ້ພະນັກງານຢ່າງເປັນລະບົບ ບົນພື້ນຖານຜູ້ທີ່ມີຄວາມຮູ້-ຄວາມສາມາດ, ຄົບມາດຖານ-ເງື່ອນໄຂຢູ່ຕໍາແໜ່ງງານຂັ້ນນຳພາ-ບັນຊາ ຕາມເປົ້າໝາຍຜ່ານໄລຍະເວລາຍາວ.

ດັ່ງນັ້ນ, ວຽກສ້າງແຜນກຳນົດພະນັກງານ ຈຶ່ງເປັນໜ້າທີ່ຄວາມຮັບຜິດຊອບໂດຍກົງຂອງຄະນະພັກແຕ່ລະຂັ້ນ, ສາມາດເວົ້າໄດ້ວ່າ: ວຽກງານພະນັກງານມີບົດບາດສໍາຄັນ ແລະ ເປັນປັດໃຈຕັດສິນຜົນໄດ້ຜົນເສຍຢູ່ແຕ່ລະຂັ້ນ ຢູ່ແຕ່ລະຂົງເຂດວຽກງານ.

ໂດຍເຫັນໄດ້ຄວາມໝາຍສໍາຄັນດັ່ງກ່າວ ຕະຫຼອດໄລຍະທີ່ຜ່ານມາ ກົມຕໍາຫຼວດສືບສວນ-ສອບສວນ ໄດ້ສົມທົບກັບ ຫ້ອງການເມືອງ ກົມໃຫຍ່ຕໍາຫຼວດ ໃນການຄົ້ນຄວ້າກໍານົດເປົ້າໝາຍພະນັກງານ ເພື່ອຈັດວາງສັບຊ້ອນເຂົ້າໃນຕໍາແໜ່ງງານໃນແຕ່ລະຂັ້ນ ພາຍໃນກົມສືບສວນ-ສອບສວນ ປະສົບຜົນສໍາເລັດ, ໂດຍສະເພາະແມ່ນ ການຄົ້ນຄວ້າປັບປຸງກົງຈັກຂັ້ນກົມ-ພະແນກ, ຮັບປະກັນການຄົ້ນຄວ້າເລືອກເຟັ້ນບຸກຂະລາກອນເຂົ້າໃນຕໍາແໜ່ງງານແຕ່ລະຂັ້ນ ຖືກຕ້ອງຕາມມາດຖານເງື່ອນໄຂທີ່ກໍານົດໄວ້.

ໃນກອງປະຊຸມ ກໍໄດ້ຜ່ານມາດຖານເງື່ອນໄຂພະນັກງານນຳພາ-ບັນຊາ ທີ່ຈະເລືອກເຟັ້ນເຂົ້າໃນແຜນກຳນົດພະນັກງານ ພ້ອມແນະນຳວິທີດໍາເນີນການປ່ອນບັດທາບທາມ ແລະ ດໍາເນີນການປ່ອນບັດທາບທາມ 3 ຮອບ ເຊິ່ງໄດ້ປ່ອນທາບທາມເອົາຂັ້ນຫົວໜ້າພະແນກ ແລະ ຮອງຫົວໜ້າພະແນກ.