ໃນວັນທີ 17 ພຶດສະພາ 2022, ພົຈວ ໜູຈອນ ກ້ອນທອງດຳ ຮອງຫົວໜ້າກົມໃຫຍ່ພາລະທິການ ກະຊວງ ປກສ ພ້ອມຄະນະ ໄດ້ຕ້ອນຮັບ ພັອ ຫງວຽນ ເລ ກວາງ ຮອງຫົວໜ້າກົມຄຸ້ມຄອງກໍ່ສ້າງ ແລະ ຄ້າຍຄູ ກະຊວງ ປກສ ຫວຽດນາມ ແລະ ພົຈວ ຟານ ແທັງ ຕັວນ ຫົວໜ້າອົງການຜູ້ຕາງໜ້າ ກະຊວງ ປກສ ຫວຽດນາມ ປະຈຳລາວ ພ້ອມຄະນະຜູ້ແທນ ຈາກ ກະຊວງ ປກສ ຫວຽດນາມ ທີ່ເດີ່ນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ເພື່ອເປັນການຈັດຕັ້ງປະຕິບັດແຜນການຮ່ວມມືລະຫວ່າງສອງກະຊວງ ກໍຄື ກະຊວງ ປກສ ລາວ ແລະ ກະຊວງ ປກສ ຫວຽດນາມ ທີ່ໄດ້ລົງນາມກັນ.

ການພົບປະກັນຄັ້ງນີ້ ແມ່ນຈັດຂຶ້ນໃນທ່າມກາງບັນຍາກາດທີ່ສອງຊາດພວກເຮົາພວມຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ ຢ່າງເປັນຂະບວນຟົດຟື້ນໃນທຸກຂົງເຂດວຽກງານ ແລະ ຢູ່ໃນບັນຍາກາດທີ່ສອງປະເທດພວກເຮົາກຳລັງສະເຫຼີມສະຫຼອງສອງວັນປະຫວັດສາດ ຄື: ການສ້າງຕັ້ງສາຍພົວພັນທາງການທູດ ຄົບຮອບ 60 ປີ (5 ກັນຍາ 1962-5 ກັນຍາ 2022) ແລະ ການເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລາວ-ຫວຽດນາມ ຄົບຮອບ 45 ປີ (18 ກໍລະກົດ 1977-18 ກໍລະກົດ 2022).

ໃນນີ້, ທັງສອງຝ່າຍໄດ້ພ້ອມກັນປຶກສາຫາລືກ່ຽວກັບ ວຽກງານການສໍາຫຼວດໂຄງການກໍ່ສ້າງ ວິທະຍາຄານການເມືອງປ້ອງກັນຄວາມສະຫງົບ ເພື່ອເຮັດໃຫ້ໂຄງການດັ່ງກ່າວໄດ້ຮັບການຈັດຕັ້ງປະຕິບັດ ເພື່ອເປັນສັນຍາລັກພິເສດໃນປີສາມັກຄີມິດຕະພາບລະຫວ່າງ ກະຊວງ ປກສ ລາວ ແລະ ກະຊວງ ປກສ ຫວຽດນາມ.