ຫ້ອງວ່າການ ກະຊວງ ປກສ ໄດ້ເປີດຝຶກອົົບຮົມວຽກງານພັກ-ວຽກງານການເມືອງ ໄລຍະສັ້ນ ຄັ້ງທີ I ໃຫ້ນາຍຕໍາຫຼວດທີ່ຂຶ້ນກັບ ໃນລະຫວ່າງວັນທີ 18-20 ພຶດສະພາ 2022, ເປັນປະທານໂດຍ ພົຕ ສົມວັນ ສາຍລ້ອງພາ ຄະນະປະຈໍາພັກກະຊວງ ເລຂາຄະນະພັກ ຫົວໜ້າຫ້ອງວ່າການ ກະຊວງ ປກສ, ມີຄະນະພັກ-ຄະນະນໍາກົມກອງອ້ອມຂ້າງ ແລະ ນັກສໍາມະນາກອນ ເຂົ້າຮ່ວມ.

ພັທ ນາງ ກົງຈີນ ລີນາວົງ ຮອງຫົວໜ້າຫ້ອງການເມືອງ ຫ້ອງວ່າການ ໄດ້ຜ່ານແຜນຝຶກອົບຮົມ ໃຫ້ຮູ້ວ່າ:

ເພື່ອປະຕິບັດແນວທາງນະໂຍບາຍຂອງພັກ ເວົ້າລວມ, ເວົ້າສະເພາະ ແມ່ນເພື່ອປະຕິບັດແນວທາງການກໍ່ສ້າງພັກຕາມ 5 ຫຼັກການ 3 ທິດນໍາ ເຮັດໃຫ້ຮາກຖານພັກໃນກໍາລັງປ້ອງກັນຄວາມສະຫງົບ ມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ, ຍົກລະດັບຄວາມຮູ້, ຄວາມສາມາດທາງດ້ານທິດສະດີ ແລະ ຫຼັກການກ່ຽວກັບວຽກງານພັກ, ວຽກງານການເມືອງ ໃຫ້ນາຍຕໍາຫຼວດທີ່ເຮັດວຽກງານພັກໄດ້ຮັບຮູ້, ເຂົ້າໃຈຖືກຕ້ອງ ແລະ ມີຄວາມເປັນເອກະພາບທາງດ້ານຫຼັກການໃນການຈັດຕັ້ງປະຕິບັດຕົວຈິງ ໃນທົ່ວກໍາລັງປ້ອງກັນຄວາມສະຫງົບ, ແນໃສ່ເຮັດໃຫ້ວຽກງານພັກ, ວຽກງານການເມືອງຮັບປະກັນຄຸນນະພາບ, ວ່ອງໄວ ແລະ ເຮັດໃຫ້ພະນັກງານທີ່ເຮັດວຽກງານພັກກໍາໄດ້ບັນດາຫຼັກການ, ທິດນໍາ ແລະ ແນວທາງຂອງພັກ, ສາມາດເປັນເສນາທິການໃຫ້ແກ່ຄະນະພັກ-ຄະນະບັນຊາ ໃນກໍາລັງປ້ອງກັນຄວາມສະຫງົບ ໃຫ້ໄດ້ຮັບຜົນດີ.

ເນື້ອໃນຝຶກອົບຮົມປະກອບມີບັນດາເອກະສານອົງການການເມືອງ ແລະ ຜູ້ຮັບຜິດຊອບການເມືອງ ໃນກໍາລັງປ້ອງກັນຄວາມສະຫງົບ, ເອກະສານຝຶກຝົນຄຸນທາດການເມືອງ ແລະ ຄຸມສົມບັດສິນທໍາປະຕິວັດ, ເອກະສານການຈັດຕັ້ງ ແລະ ນໍາພາຂອງພັກຕໍ່ກໍາລັງປ້ອງກັນຄວາມສະຫງົບ, ເອກະສານຍົກສູງຄຸນນະພາບການນໍາພາຮອບດ້ານຂອງການຈັດຕັ້ງຮາກຖານພັກ, ເອກະສານຍົກສູງຄຸນນະພາບຂອງສະມາຊິກພັກ ແລະ ວຽກງານຂະຫຍາຍພັກ ໃນໄລຍະໃໝ່, ເອກະສານເພີ່ມທະວີວຽກງານຄຸ້ມຄອງ ແລະ ລະບຽບການຍົກຍ້າຍຮ່ວມຊີວິດພັກ, ເອກະສານເພີ່ມທະວີວຽກງານປ້ອງກັນພັກ ໃນໄລຍະໃໝ່, ເອກະສານລະບຽບວິໄນຂອງພັກ, ເອກະສານການຈັດຕັ້ງດໍາເນີນກອງປະຊຸມໃຫຍ່ຂອງພັກ ແລະ ເອກະສານລະບອບຫົວໜ້າດຽວ.

ໂອກາດດັ່ງກ່າວ, ພົຕ ສົມວັນ ສາຍລ້ອງພາ ໄດ້ເນັ້ນໃຫ້ບັນດາສະຫາຍ, ນັກວິທະຍາກອນ ແລະ ນັກສໍາມະນາກອນ ຈົ່ງເຊີດຊູຄວາມຮັບຜິດຊອບຂອງຕົນ, ສຸມສະຕິປັນຍາເຂົ້າໃສ່ການຄົ້ນຄວ້າ ແລະ ເປັນເຈົ້າການປະກອບຄໍາຄິດ, ຄໍາເຫັນ, ແລກປ່ຽນບົດຮຽນໃຫ້ເລິກເຊິ່ງ, ກົງໄປ-ກົງມາເຮັດໃຫ້ເນື້ອໃນຂອງການຝຶກອົບຮົມວຽກງານພັກ-ວຽກງານການເມືອງຄັ້ງນີ້ ມີຄວາມຈະແຈ້ງ, ຮັດກຸມ, ຄົບຖ້ວນ ແລະ ມີຄວາມເປັນເອກະພາບສູງຕໍ່ບັນຫາຕ່າງໆທີ່ຕັ້ງຂຶ້ນບົນພື້ນຖານແນວທາງນະໂຍບາຍຂອງພັກ, ກົດລະບຽບຂອງພັກ, ກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ.

ນອກນີ້, ຍັງໄດ້ຮຽກຮ້ອງໃຫ້ບັນດາສະຫາຍ ຈົ່ງພ້ອມກັນລົງເລິກຄົ້ນຄວ້າ, ປະກອບຄໍາເຫັນຕໍ່ບັນຫາຕ່າງໆທີ່ຈະຕ້ອງໄດ້ສືບຕໍ່ປັບປຸງແກ້ໄຂໃນຕໍ່ໜ້າ ໂດຍສະເພາະແມ່ນ ນິຕິກໍາທີ່ພົວພັນເຖິງວຽກງານພັກ-ວຽກງານການເມືອງ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງຂຶ້ນ.