ພົຕ ວັນທອງ ກອງມະນີ ຮອງລັດຖະມົນຕີ ຫົວໜ້າກົມໃຫຍ່ການເມືອງ ກະຊວງ ປກສ ໄດ້ຕ້ອນຮັບ ພັອ ຫງວຽນ ເລ ກວາງ ຮອງຫົວໜ້າກົມຄຸ້ມຄອງກໍ່ສ້າງ ແລະ ຄ້າຍຄູ ກະຊວງ ປກສ ຫວຽດນາມ ແລະ ພົຈວ ຟານ ແທັງ ຕັວນ ຫົວໜ້າອົງການຜູ້ຕາງໜ້າ ກະຊວງ ປກສ ຫວຽດນາມ ປະຈຳລາວ ພ້ອມຄະນະຜູ້ແທນ ກະຊວງ ປກສ ຫວຽດນາມ ທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນວັນທີ 17 ພຶດສາ 2022.

ພັອ ຫງວຽນ ເລ ກວາງ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນໃນຄັ້ງນີ້ ພ້ອມທັງໄດ້ແຈ້ງຈຸດປະສົງໃນການມາຢ້ຽມຢາມໃຫ້ ທ່ານຮອງລັດຖະມົນຕີ ກະຊວງ ປກສ ຮັບຊາບ ໂດຍສະເພາະແມ່ນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງສອງປະເທດ ກໍຄື ການແລກປ່ຽນຄໍາຄິດຄໍາເຫັນຕໍ່ກັບບັນຫາສໍາຄັນຕ່າງໆ ເພື່ອເປັນການສືບຕໍ່ຮັດແໜ້ນສາຍພົວພັນຮ່ວມມືລະຫວ່າງສອງປະເທດ ໃນອະນາຄົດ.

ໂອກາດນີ້, ທ່ານຮອງລັດຖະມົນຕີ ກະຊວງ ປກສ ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ພ້ອມທັງສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ການຢ້ຽມຢາມໃນຄັ້ງນີ້, ໃນໂອກາດປີສາມັກຄີມິດຕະພາບ ລາວ-ຫວຽດນາມ ປີ 2022 ເຊິ່ງຈະເປັນການສືບຕໍ່ເພີ່ມພູມຄູນສ້າງ ແລະ ເສີມຂະຫຍາຍມູນເຊື້ອແຫ່ງສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງສອງກະຊວງ ລາວ-ຫວຽດນາມ ໃນອະນາຄົດໃຫ້ແໜ້ນແຟ້ນຍິ່ງຂຶ້ນ.