ກອງບັນຊາການ ປກສ ແຂວງຫຼວງນໍ້າທາ ໄດ້ຈັດພິທີປາຖະກະຖາວັນຄ້າຍວັນເກີດຂອງທ່ານ ວະລາດີເມຍ ອີລິສ ອູລີຢາໂນຟ ເລນີນ ຄົບຮອບ 152 ປີ, ວັນ ສ້າງຕັ້ງສາຍພົວພັນການທູດ ສປປ ລາວ-ສປ ຈີນ ຄົບຮອບ 61 ປີ ແລະ ວັນປົດປ່ອຍ ພາກໃຕ້ ຂອງຫວຽດນາມ ຄົບຮອບ 47 ປີ ໃນ ທ້າຍອາທິດຜ່ານມາ, ປາຖະກະຖາໂດຍ ພັທ ກອງແກ້ວ ສິງມີໄຊ ຮອງຫົວໜ້າກອງບັນຊາການ ປກສ ແຂວງຫຼວງນໍ້າທາ, ມີຄະນະພັກ-ຄະນະບັນຊາ, ຫົວ ໜ້າ-ຮອງຫ້ອງ, ກອງ, ຄ້າຍ, ລປພ, ຫົວໜ້າ-ຮອງພະແນກ, ຫົວໜ້າ-ຮອງໜ່ວຍງານ, ພະນັກງານ-ນັກຮົບ ເຂົ້າຮ່ວມ.

ພັທ ກອງແກ້ວ ສິງມີໄຊ ໄດ້ຍົກໃຫ້ເຫັນປະຫວັດມູນເຊື້ອການກໍາເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງ ທ່ານ ວະລາດີເມຍ ອີລິສ ອູລີຢາ ໂນຟ ເລນິນ ຊື່ງທ່ານເກີດເມື່ອວັນທີ 22 ເມສາ 1870 ທີ່ເມືອງຊິມເບີກສເກີ ແຄມຝັ່ງແມ່ນໍ້າໂວນກາ ໃນຄອບຄົວປັນຍາຊົນ, ທ່ານຮູ້ອ່ານໜັງສືແຕ່ອາຍຸ 5 ປີ, ເພິ່ນເປັນນັກຮຽນເກັ່ງ ແລະ ມີແນວຄິດ ປະຕິວັດຕັ້ງແຕ່ຕອນເປັນນັກຮຽນ, ພາຍຫຼັງຮຽນຈົບກໍໄດ້ປະກອບສ່ວນຂະບວນການປະຕິວັດ ແລະ ເຮັດສໍາເລັດໜ້າທີ່ມີຜົນງານຫຼາຍດ້ານ. ນອກນັ້ນ, ໃນພິທີ ຍັງໄດ້ຜ່ານມູນເຊື້ອວັນສ້າງຕັ້ງສາຍພົວພັນ ລາວ-ຈີນ ຄົບຮອບ 61 ປີ ແລະ ວັນປົດປ່ອຍ ພາກໃຕ້ຂອງຫວຽດນາມ ຄົບຮອບ 47 ປີ.

ການປາຖະກະຖາວັນສໍາຄັນດັ່ງກ່າວນີ້, ເພື່ອ ແນໃສ່ເຮັດໃຫ້ພະນັກງານນໍາພາ, ພະນັກງານຫຼັກ ແຫຼ່ງ ແລະ ພະນັກງານ-ນັກຮົບ ໄດ້ຮັບຮູ້ເຊື່ອມຊຶມ ພ້ອມກັນ ນໍາເອົາບົດຮຽນ, ຄຸນງາມຄວາມດີ, ຄວາມດຸໝັ່ນຂະຫຍັນພຽນຂອງ ທ່ານ ເລນິນ, ມູນເຊື້ອການຕໍ່ສູ້ພິລະອາດຫານຂອງປະຊາຊົນ ຫວຽດ ນາມ ໃນພາລະກິດປະຕິວັດປົດປ່ອຍພາກ ໃຕ້, ເພື່ອມາມູນໃຊ້ເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຂອງ ພວກເຮົາໃນຍຸກປັດຈຸບັນ.