ໃນວັນທີ 17 ພຶດສະພາ 2022, ສະຫາຍ ທອງສະຫວັນ ພົມວິຫານ ກໍາມະການສູນກາງພັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ) ໃຫ້ສໍາພາດຕໍ່ສື່ມວນຊົນໃນໂອກາດປີສາມັກຄີມິດຕະພາບ ລາວ-ຫວຽດນາມ 2022 ເພື່ອໂຄສະນາປະຫວັດສາດ-ສຶກສາອົບຮົມມູນເຊື້ອແຫ່ງສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືລະຫວ່າງສອງຊາດ ຕະຫຼອດໄລຍະຜ່ານມາ.

ສະຫາຍ ທອງສະຫວັນ ພົມວິຫານ ກ່າວວ່າ:

ລາວ ແລະ ຫວຽດນາມ ເປັນປະເທດບ້ານໃກ້ເຮືອນຄຽງທີ່ຕິດພັນກັນທາງດ້ານພູມສາດ ແລະ ປະຫວັດສາດ, ມີມູນເຊື້ອການພົວພັນອັນສະໜິດສະໜົມ ແລະ ຊ່ວຍເຫຼືອກັນດ້ວຍຄວາມບໍລິສຸດຜຸດຜ່ອງມາແຕ່ດົນນານ; ເຊິ່ງໃນໄລຍະຕໍ່ສູ້ກູ້ຊາດຂອງສອງປະເທດ ລາວ-ຫວຽດນາມ ພາຍໃຕ້ການນໍາພາ-ຊີ້ນຳຂອງພັກກອມມູນິດອິນດູຈີນ ທີ່ໄດ້ສ້າງຕັ້ງຂຶ້ນໃນປີ 1930 ເຊິ່ງເປັນຕົ້ນກຳເນີດຂອງພັກກອມມູນິດຫວຽດນາມ ແລະ ພັກປະຊາຊົນປະຕິວັດລາວ ໃນປັດຈຸບັນ, ສອງຊາດ ລາວ ແລະ ຫວຽດນາມ ໄດ້ຜູກແໜ້ນຄວາມສາມັກຄີ ແລະ ຮ່ວມສໍາພັນສູ້ຮົບຄຽງບ່າຄຽງໄຫຼ່ ໃນການຕໍ່ສູ້ຕ້ານສັດຕູໂຕດຽວກັນຢ່າງດຸເດືອດຂ້ຽວຂາດ, ຍືດເຍື້ອຍາວນານ ແລະ ເຕັມໄປດ້ວຍການເສຍສະຫຼະອັນສູງສົ່ງ ເພື່ອປົດປ່ອຍຊາດອອກຈາກແອກປົກຄອງຂອງພວກຈັກກະພັດລ່າຫົວເມືອງຂຶ້ນແບບເກົ່າ ແລະ ແບບໃໝ່ ຈົນຍາດໄດ້ໄຊຊະນະຢ່າງສົມບູນໃນປີ 1975.

ໂດຍໃນປີ 2022 ນີ້, ການນຳຂັ້ນສູງຂອງສອງພັກ-ສອງລັດ ຍັງໄດ້ກຳນົດເອົາ ເປັນປີສາມັກຄີມິດຕະພາບ ລາວ-ຫວຽດນາມ ເຊິ່ງແມ່ນປີທີ່ມີຄວາມໝາຍສຳຄັນຍິ່ງທາງດ້ານປະຫວັດສາດແຫ່ງສາຍພົວພັນທີ່ເປັນມູນເຊື້ອມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ, ເປັນປີຄົບຮອບເລກມົນ ຫຼື ຄົບຮອບໃຫຍ່ ເພື່ອສະຫຼອງ 2 ວັນສຳຄັນ ຄື:

  • ວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 60 ປີ (5 ກັນຍາ 1962-5 ກັນຍາ 2022)
  • ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລາວ-ຫວຽດນາມ 45 ປີ (18 ກໍລະກົດ 1977-18 ກໍລະກົດ 2022)

ສໍາລັບ ຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ) ລາວ-ຫວຽດນາມ ໃນນາມເປັນເສນາທິການດ້ານວຽກງານຕ່າງປະເທດໃຫ້ສູນກາງພັກ ໄດ້ພົວພັນຮ່ວມມື ແລະ ປະສານສົມທົບກັນຢ່າງແໜ້ນແຟ້ນ ເປັນຕົ້ນແມ່ນ ເປັນໃຈກາງໃນການປະສານງານ ແລະ ອຳນວຍຄວາມສະດວກໃຫ້ການນໍາຂັ້ນສູງພັກ, ລັດ ແລະ ຂັ້ນຕ່າງໆ ທັງສູນກາງ ແລະ ທ້ອງຖິ່ນໃນສາຍພັກ, ອົງການຈັດຕັ້ງມະຫາຊົນ, ແນວໂຮມ, ສະມາຄົມມິດຕະພາບ ກໍຄື ການທູດ, ປະຊາຊົນຂອງ 2 ຝ່າຍ ໃນການຢ້ຽມຢາມ, ໄປມາຫາສູ່ກັນ, ກວດສຸຂະພາບ, ລວມທັງການຕິດຕາມ-ຊຸກຍູ້ຜັນຂະຫຍາຍບັນດາຂໍ້ຕົກລົງຂອງການນໍາຂັ້ນສູງຂອງສອງພັກ, ສອງລັດ ກໍຄື ຂໍ້ຕົກລົງການຮ່ວມ ມືລະຫວ່າງ 2 ຄຕພ ລາວ-ຫວຽດນາມ.

ພ້ອມນີ້, ກໍເປັນໃຈການປະສານງານໃນການຈັດຊຸດແລກປ່ຽນຫົວຂໍ້ສະເພາະໃຫ້ການນຳຂັ້ນສູງ ແລະ ຂັ້ນນຳພາ-ຄຸ້ມຄອງຂອງພັກ, ລັດ ໃນຂະແໜງການຕ່າງໆຢູ່ ສສ.ຫວຽດນາມ; ຈັດກອງປະຊຸມສຳມະນາທິດສະດີ-ພຶດຕິກຳສອງພັກ, ແລກປ່ຽນຂໍ້ມູນຂ່າວສານ, ທັດສະນະຕໍ່ບັນຫາພາກພື້ນ-ສາກົນ; ແລກປ່ຽນສານອວຍພອນ, ສານຊົມເຊີຍ ແລະ ໃຫ້ການສະໜັບສະໜູນເຊິ່ງກັນແລະກັນ ໃນບັນຫາສໍາຄັນຕ່າງໆຂອງສອງຝ່າຍ.

ພິເສດໃນໄລຍະທີ່ມີການລະບາດຂອງພະຍາດໂຄວິດ-19 ທັງສອງຝ່າຍຍັງໄດ້ປະສານສົມທົບ ແລະ ອໍານວຍຄວາມສະດວກໃຫ້ຄະນະຊ່ຽວຊານແພດໝໍ ຫວຽດນາມ ມາປິ່ນປົວການນໍາ-ອະດີດການນໍາລາວ ກໍຄື ການຊ່ວຍເຫຼືອຢາວັກແຊັງປ້ອງກັນໂຄວິດ-19 ໃຫ້ ສປປ ລາວ ໂດຍສະເພາະແມ່ນໄດ້ມອບວັດຖຸອຸປະກອນປ້ອງກັນເຊື້ອພະຍາດໂຄວິດ-19 ໃຫ້ແກ່ຄະນະພົວພັນຕ່າງປະເທດສູນກາງພັກ ໃນໄລຍະຫຍຸ້ງຍາກດັ່ງກ່າວ.

ແນວໃດກໍຕາມ, ໃນປີທີ່ມີຄວາມໝາຍສໍາຄັນນີ້ ຄະນະພົວພັນຕ່າງປະເທດສູນກາງພັກ ຍັງຈະໄດ້ຈັດກິດຈະກໍາເພື່ອສະເຫຼີມສະຫຼອງປີມິດຕະພາບ ລາວ-ຫວຽດນາມ ໃຫ້ມີເນື້ອໃນ ແລະ ເປັນຂະບວນຟົດຟື້ນ ເປັນຕົ້ນແມ່ນຈະສືບຕໍ່ຈັດຕັ້ງປະຕິບັດຂໍ້ຕົກລົງການຮ່ວມມື ປະຈຳປີ ລະຫວ່າງ 2 ຄະນະພົວພັນຕ່າງປະເທດສູນກາງພັກ ລາວ-ຫວຽດນາມ ກໍຄື ບັນດາຂໍ້ຕົກລົງຂອງການນຳຂັ້ນສູງຂອງ 2 ພັກ ລາວ-ຫວຽດນາມ; ຊຸກຍູ້ການແລກປ່ຽນຄະນະຜູ້ແທນຂັ້ນຕ່າງໆ, ແລກປ່ຽນຂໍ້ມູນຂ່າວສານ; ຈັດຊຸດບຳລຸງພະນັກງານລາວໄລຍະສັ້ນ ໃນຂົງເຂດວຽກງານພົວພັນຕ່າງປະເທດຢູ່ຫວຽດນາມ; ຈັດການພົບປະມິດຕະພາບລະຫວ່າງ 2 ຄະນະພົວພັນຕ່າງປະເທດ ລາວ-ຫວຽດນາມ ຢູ່ ສປປ ລາວ; ຂຶ້ນແຜນຍ້ອງຍໍບຸກຄົນ ແລະ ກົມກອງລວມໝູ່ຂອງສອງຝ່າຍ ທີ່ມີຜົນງານປະກອບສ່ວນເຂົ້າໃນການເພີ່ມທະວີສາຍພົວພັນມິດຕະພາບ ແລະ ການຮ່ວມມື ລາວ-ຫວຽດນາມ; ແລກປ່ຽນໂທລະເລກອວຍພອນ ແລະ ຊົມເຊີຍກັນແລະກັນ ໃນໂອກາດ 2 ວັນປະຫວັດສາດດັ່ງກ່າວ.

ນອກຈາກນີ້, ຈະສືບຕໍ່ປະສານສົມທົບກັບບັນດາອົງການທີ່ກ່ຽວຂ້ອງ ໃນການຈັດກອງປະຊຸມສຳມະນາທິດສະດີ-ພຶດຕິກຳ 2 ພັກ; ຕິດຕາມ-ຊີ້ນຳຊຸກຍູ້ບັນດາອົງການຈັດຕັ້ງມະຫາຊົນ, ສະມາຄົມມິດຕະພາບ ລາວ-ຫວຽດນາມ; ຂຶ້ນແຜນຈັດຕັ້ງບັນດາແຜນການຮ່ວມມືສອງຝ່າຍ, ແຜນເຄື່ອນໄຫວກິດຈະກຳຕ່າງໆທາງດ້ານການທູດປະຊາຊົນ ໃນການສະເຫຼີມສະຫຼອງປີມິດຕະພາບ ພ້ອມທັງກະກຽມດ້ານເນື້ອໃນຕ່າງໆ ເພື່ອຕ້ອນຮັບຄະນະຜູ້ແທນຂັ້ນສູງຂອງພັກ, ລັດ ສສ ຫວຽດນາມ ແລະ ສົ່ງຄະນະຜູ້ແທນຂັ້ນສູງພັກ, ລັດລາວ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 2 ວັນປະຫວັດສາດ ທີ່ນະຄອນຫຼວງວຽງຈັນ ແລະ ນະຄອນຫຼວງຮ່າໂນ້ຍ ເພື່ອປະກອບສ່ວນເຂົ້າໃນການສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດ ນາມໃນປີນີ້ ໃຫ້ມີບັນຍາກາດຟົດຟື້ນ ແລະ ມີເນື້ອໃນໜັກແໜ້ນ.