ກອງປະຊຸມສະຫຼຸບຜົນສຳ ເລັດວຽກງານປ້ອງກັນ ໂຄງການກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ ໄລຍະ 5 ປີ (2016-2021) ຂອງກອງບັນຊາການທະຫານ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນວັນທີ 12 ພຶດສະພາ 2022, ເປັນປະທານໂດຍ ພັອ ບຸນວານ ພົມມະວົງ ຫົວໜ້າການທະຫານກອງບັນຊາການທະຫານ ນະຄອນຫຼວງວຽງຈັນ, ມີ ພັອ ບຸນລິດ ສີສຸພອນ ຫົວໜ້າຫ້ອງເສນາທິການທະຫານ ນະຄອນຫຼວງວຽງຈັນ, ພະແນກການທີ່ກ່ຽວຂ້ອງ ພ້ອມດ້ວຍຄະນະບັນຊາ ແລະ ພະນັກງານ-ນັກຮົບ ທີ່ເຮັດວຽກງານປ້ອງກັນ ໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ເຂົ້າຮ່ວມ.

ພັທ ຄຳພູ ຄຳພະຈັນ ຫົວໜ້າພະແນກສູ້ຮົບທະຫານ ນະຄອນຫຼວງວຽງຈັນ ໄດ້ຜ່ານບົດສະຫຼຸບການເຄື່ອນໄຫວຈັດຕັ້ງປະຕິບັດປ້ອງກັນ ໂຄງການກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ ໄລຍະ 5 ປີ (2016 -2021) ວ່າ:

ຄະນະພັກ-ຄະນະບັນຊາທຸກຂັ້ນທີ່ກ່ຽວຂ້ອງ ໄດ້ເອົາໃຈໃສ່ຖືເປັນບັນຫາສຳຄັນຕໍ່ກັບວຽກງານປ້ອງກັນ ໂຄງການກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ ເຊິ່ງເອົາໃຈໃສ່ເຮັດວຽກງານສຶກສາອົບຮົມການເມືອງ-ແນວຄິດ ຕໍ່ບັນດາພະນັກງານ-ນັກຮົບຂອງຕົນ ໃຫ້ມີຄວາມອຸ່ນອຽນທຸ່ນທ່ຽງໃນການເຮັດໜ້າທີ່ດັ່ງກ່າວຢ່າງເລິກເຊິ່ງ, ພ້ອມທັງໄດ້ມີການປະສານສົບທົບແໜ້ນລະຫວ່າງກຳລັງ ປກຊ-ປກສ ແລະ ກຳລັງທຸກພາກສ່ວນທີ່ກ່ຽວຂ້ອງ ມີຄວາມເປັນເອກະພາບໃນການຈັດຕັ້ງເຄື່ອນໄຫວປ້ອງກັນ ແລະ ມີການແບ່ງຂອບເຂດຮັບຜິດຊອບຢ່າງລະອຽດຈະແຈ້ງ ເພື່ອຮັບປະກັນໃນການຈັດຕັ້ງກຳລັງອອກເຄື່ອນໄຫວປ້ອງກັນເວນຍາມ ຢູ່ຕາມຈຸດຕ່າງໆທີ່ໄດ້ຮັບມອບໝາຍ ໃຫ້ມີຄວາມສະຫງົບປອດໄພ 100%.

ຈາກນັ້ນ, ພັອ ບຸນລິດ ສີສຸພອນ ຫົວໜ້າຫ້ອງເສນາທິການທະຫານ ນະຄອນຫຼວງວຽງຈັນ ໄດ້ຂຶ້ນຜ່ານແຜນການປ້ອງກັນທາງລົດໄຟ ລາວ-ຈີນ ໄລຍະປົກປັກຮັກສາ ແລະ ບໍລິການຂອງກອງບັນຊາການທະຫານ ນະຄອນຫຼວງວຽງຈັນ ແຕ່ປີ (2022-2026) ເພື່ອແນໃສ່ຮັບປະກັນໃນການຈັດຕັ້ງກຳລັງປ້ອງກັນໃນແຕ່ລະຈຸດ ໃຫ້ມີຄວາມສະຫງົບປອດໄພ.

ໃນກອງປະຊຸມ ຍັງໄດ້ມີພິທີມອບຍ້ອງຍໍໃຫ້ຜູ້ທີ່ມີຜົນງານດີເດັ່ນ ທີ່ເຮັດສຳເລັດໜ້າທີ່ວຽກງານໃນການປ້ອງກັນ ໂຄງການກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ ໄລຍະ 5 ປີຜ່ານມາ, ໃນນັ້ນໄດ້ມອບຫຼຽນໄຊພິລະອາດຫານຊັ້ນ II ກົມກອງລວມໝູ່ ໃຫ້ ກອງພັນ 513 ທະຫານນະຄອນຫຼວງວຽງຈັນ ຈຳນວນ 1 ໜ່ວຍ, ມອບຫຼຽນໄຊພິລະອາດຫານຊັ້ນ II ໃຫ້ບຸກຄົນ 6 ສະຫາຍ, ຫຼຽນໄຊພິລະອາດຫານຊັ້ນ III ຈຳນວນ 7 ສະຫາຍ, ມອບໃບຍ້ອງຍໍ ກະຊວງປ້ອງກັນປະເທດ 14 ສະຫາຍ ແລະ ໃບຍ້ອງຍໍ ກົມໃຫຍ່ການເມືອງກອງທັບ 23 ສະຫາຍ ແລະ ໄດ້ມອບລົດຈັກຮອນດ້າເວບຮ້ອຍໃຫ້ແກ່ ກອງພັນ 513 ເພື່ອຊຸກຍູ້ເຂົ້າໃນການເຄື່ອນໄຫວເຮັດໜ້າທີ່ວຽກງານປ້ອງກັນເສັ້ນທາງລົດໄຟ ລາວ-ຈີນ ໃຫ້ມີຄວາມສະດວກວ່ອງໄວອີກດ້ວຍ.