ເກີດອຸບັດຕິເຫດ ລົດບັນທຸກໄມ້ວົງກົບ ຕໍາເອົາທ້າຍລົດເມທີ່ກໍາລັງຈອດເອົາຜູ້ໂດຍສານຢູ່ແຄມທາງຢ່າງແຮງ ຢູ່ເສັ້ນທາງເລກທີ 13 ໃຕ້ ເຂດບ້ານໃໝ່ນໍ້າປະກັນ ເມືອງຫີນບູນ ແຂວງຄໍາມ່ວນ ເວລາ ປະມານ 11:30 ໂມງຂອງວັນທີ 13 ພຶດສະພາ 2022 ສົ່ງຜົນເຮັດໃຫ້ມີຜູ້ເສຍຊີວິດ 2 ຄົນ ແລະ ບາດເຈັບ 2 ຄົນ.

ເຈົ້າໜ້າທີ່ຕໍາຫຼວດຈະລາຈອນ ແຂວງຄໍາມ່ວນ ລາຍງານໃຫ້ຮູ້ວ່າ: ເວລາປະມານ 11:30 ໂມງ ອງວັນທີ 13 ພຶດສະພາ 2022, ເກີດອຸບັດຕິເຫດລົດບັນທຸກຍີ່ຫໍ້ JAC ສີຂາວ ບໍ່ມີປ້າຍທະບຽນຂັບຂີ່ ໂດຍ ທ້າວ ສໍໄຂ ອາຍຸ 21 ປີ, ກໍາມະກອນຢູ່ບ້ານນໍ້າເດື່ອ ເມືອງປາກກະດິງ, ແຂວງບໍລິຄໍາໄຊ ມີຜູ້ນັ່ງມານໍາ 3 ຄົນ, ທີ່ບັນທຸກໄມ້ວົງກົບມາເຕັມຄັນລົດອອກມາແຕ່ເມືອງເຊບັ້ງໄຟ ມຸ່ງໜ້າໄປແຂວງບໍລິຄໍາໄຊ.

ພໍຂັບຂີ່ມາຮອດບໍລິເວນເຂດບ້ານໃໝນໍ້າປະກັນເມືອງຫີນບູນ ແຂວງຄໍາມ່ວນ ໄດ້ຕໍາເອົາທ້າຍລົດເມຍີ່ຫໍ້ຮຸນ ໄດ້ໝາຍເລກທະບຽນ ບກ 2088 ສະຫວັນນະເຂດ ຂັບຂີ່ໂດຍ ທ້າວ ບຸນສະ ໜອງ ອາຍຸ 56 ປີ, ຂັບລົດຢູ່ບ້ານນາເລົ່າ ນະຄອນໄກສອນ ແຂວງສະຫວັນນະເຂດ ທີ່ຂັບຂີ່ອອກໜ້າມາຈອດເອົາຜູ້ ໂດຍສານທີ່ໄດ້ລັດລົດຢູ່ແຄມທາງເບືຶ້ອງຂວາມື ສົ່ງຜົນເຮັດໃຫ້ ທ້າວ ຊຽງ ອາຍຸ 22 ປີ ກຳມະກອນຢູ່ບ້ານນໍ້າເດື່ອ ເມືອງປາກກະດິງ ເສຍຊີວິດຄາທີ່ ແລະ ທ້າວ ສໍໄຂ ຜູ້ຂັບຂີລົດບັນທຸກໄດ້ຮັບບາດເຈັບສາຫັດ ແລະ ເສຍຊີວິດໃນເວລານໍາສົ່ງໂຮງໝໍແຂວງຄໍາມ່ວນ, ສ່ວນຜູ້ນັ່ງມານໍາລົດບັນທຸກອີກ 2 ຄົນແມ່ນໄດ້ຮັບບາດເຈັບສົມຄວນ.

ປັດຈຸບັນ, ເຈົ້າໜ້າທີ່ໄດ້ກັກຕົວ ທ້າວ ບຸນສະໜອງໃນຂໍ້ກ່າວຫາ: ການລະເມີດກົດຈະລາຈອນທີ່ພາໃຫ້ເກີດອຸບັດຕິເຫດ ຕາມມາດຕາ 145 ວັກ 4 ຂອງປະມວນກົດໝາຍອາຍາ, ສ່ວນລາຍຄະດີດັ່ງກ່າວທາງເຈົ້າໜ້າທີ່ພວກເຮົາກໍາລັງສືບຕໍ່ດໍາເນີນການສືບສວນ-ສອບສວນ ຕາມຂັ້ນຕອນຂອງກົດໝາຍ.