ເຈົ້າໜ້າທີ່ຕຳຫຼວດຈະລາຈອນ ປກສ ແຂວງຫົວພັນ ໄດ້ຈັດຕັ້ງປະຕິບັດວຽກງານກວດກາບັງຄັບໃຊ້ກົດໝາຍຈະລາຈອນທາງບົກ ຢູ່ເສັ້ນທາງຫຼວງຂອງຕົວເມືອງຊຳເໜືອ ເພື່ອເຕືອນໃຫ້ນັກຂັບຂີ່ໄດ້ເອົາໃຈໃສ່ປະຕິບັດກົດລະບຽບຈະລາຈອນໃຫ້ຫຼາຍຂຶ້ນ ເພື່ອແນ່ໃສ່ຫຼຸດຜ່ອນອຸບັດ ຕິເຫດ ແລະ ການຂັບຂີ່ທີ່ປອດໄພຕາມທ້ອງຖະໜົນ.

ຜ່ານມາ, ຍັງມີຜູ້ຂັບຂີ່ຈໍານວນໜຶ່ງ ຖືເບົາຕໍ່ການປະຕິບັດລະບຽບຈະລາຈອນ ເປັນຕົ້ນຂັບຂີ່ລົດໄວ, ຂີ່ລົດເປັນພຶງເປັນແພ, ລ່ວງລະເມີດປ້າຍຫ້າມ, ປ້າຍເຕືອນຕ່າງໆ, ເຮັດໃຫ້ມີການສັນຈອນສັບສົນແອອັດ ແລະ ເກີດອຸບັດຕິເຫດ, ເຈົ້າໜ້າທີ່ຈະລາຈອນ ປກສ ແຂວງຫົວພັນ ຈຶ່ງໄດ້ລົງກວດກາຕາມສາຍທາງຫຼວງ ແລະ ໄດ້ກວດພົບເຫັນຜູ້ລະເມີດລະບຽບການສັນຈອນ, ກໍໄດ້ມີການຕັກເຕືອນ, ສຶກສາອົບຮົມ ພ້ອມທັງປັບໃໝຜູ້ລ່ວງລະເມີດກົດລະບຽບດັ່ງກ່າວ, ເພື່ອຄວາມເຂັດຫຼາບ, ຜູ້ລະເມີດກົດລະບຽບຈະລາຈອນສ່ວນຫຼາຍແມ່ນຜູ້ຂັບຂີ່ບໍ່ໃສ່ໝວກກັນກະທົບ, ບໍ່ມີໃບອະນຸຍາດໃນການຂັບຂີ່, ບໍ່ມີໃບກວດສະພາບເຕັກນິກລົດ ແລະ ໃບເສຍຄ່າທາງ, ເຊິ່ງເປັນປະກົດການຫຍໍ້ທໍ້ໜຶ່ງ.

ຂະນະດຽວກັນ, ເຈົ້າໜ້າທີ່ຕຳຫຼວດຈະລາຈອນ ປກສ ແຂວງຫົວພັນ, ຍັງໄດ້ໂຄສະນາໃຫ້ນັກຂັບຂີ່ໄດ້ຮຽນຮູ້ການຂັບຂີ່ປອດໄພ ເພື່ອເປັນການເຕືອນສະຕິໃຫ້ເຂົາເຈົ້າມີຄວາມຕື່ນຕົວ, ຮ່ວມກັນປະຕິບັດລະບຽບກົດໝາຍ, ເພື່ອທີ່ເຮັດໃຫ້ສັງຄົມ, ມີຄວາມເປັນລະບຽບຮຽບຮ້ອຍ ແລະ ສະຫງົບປອດໄພ.