ຫ້ອງພະລາທິການ ກອງບັນຊາການ ປກສ ແຂວງເຊກອງ ໄດ້ຈັດກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານພະລາທິການ ປະຈຳປີ 2021 ແລະ ວາງທິດທາງແຜນການ ປະຈຳປີ 2022, ເປັນປະທານໂດຍ ພັອ ທະວີສັກ ເພັດພູລວງ ຮອງຫົວໜ້າກອງບັນຊາການ ປກສ ແຂວງ, ມີບັນດາຫ້ອງ, ກອງ, ຄາຍ, ປກສ ເມືອງ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ.

ພັທ ພອນປະເສີດ ໝື່ນວິເສດ ຮອງຫົວໜ້າຫ້ອງພະລາທິການ ກ່າວວ່າ: ໃນໄລຍະຜ່ານມາ, ຄະນະພັກ-ຄະນະບັນຊາ ແຕ່ລະຂັ້ນໄດ້ເອົາໃຈໃສ່ຊຸກຍູ້, ຕິດຕາມ, ກວດກາ, ຢ່າງໃກ້ຊິດໃນການຈັດຕັ້ງປະຕິບັດຂົງເຂດວຽກງານພະລາທິການ, ມີລະບົບໂຄງຮ່າງການ ຈັດຕັ້ງການປະກອບບຸກຄະລາກອນ ການສັບຊ້ອນເຂົ້າໃນໜ້າທີ່ວຽກງານວິຊາສະເພາະຂອງຫ້ອງພະລາທິການໃຫ້ຖືກຕ້ອງຕາມພາລະບົດບາດ, ສິດ ແລະ ໜ້າທີ່ຄວາມຮັບຜິດຊອບ, ເປັນເຈົ້າການໃນການຂຶ້ນແຜນງົບປະມານເງິນເດືອນ, ເງິນຮັບໃຊ້ບໍລິຫານ, ຊຸກຍູ້ວິຊາສະເພາະ. ນອກຈາກນັ້ນ, ຍັງໄດ້ຕິດຕາມ, ກວດກາ, ແນະນຳ, ຊຸກ ຍູ້ສ້າງແຜນຮັບປະກັນລາຍຮັບ-ລາຍຈ່າຍ, ຄຸ້ມຄອງການເບີກຈ່າຍເຄື່ອງອຸປະໂພກ-ບໍລິໂພກ, ວັດຖຸອຸປະກອນ ແລະ ການຄຸ້ມຄອງນຳໃຊ້ຊັບສິນຂອງລັດໃຫ້ຖືກຕ້ອງຕາມກົດໝາຍ, ສຸມໃສ່ການປັບປຸງກໍ່ສ້າງພະນັກງານພະລາທິການໃຫ້ໄດ້ທັງປະລິມານ ແລະ ຄຸນນະພາບ ແນໃສ່ພັດທະນາວຽກງານພະລາທິການໃນສະພາບການໃໝ່, ນຳພາພະນັກງານເຂົ້າເຊື່ອມຊືມເອກະສານສຳຄັນຕ່າງໆຂອງພັກ-ຂອງຊາດທີ່ທາງກອງບັນຊາການຈັດຂຶ້ນຢ່າງເປັນປົກກະຕິ, ຄົ້ນຄວ້າຄັດເລືອກ ແລະ ນຳສະເໜີເອົາພະນັກງານໄປຮຽນວິຊາສະເພາະຂັ້ນຕ່າງໆ ຈຳນວນ 2 ສະຫາຍ, ສະເໜີຍ້ອງຍໍຜົນງານ 10 ປີ ຈຳນວນ 10 ສະຫາຍ, ຍ້ອງຍໍ 5 ປີ ຈຳນວນ 40 ສະຫາຍ, ໄດ້ຮັບການເລື່ອນຊັ້ນ ຈຳນວນ 11 ສະຫາຍ.

ພັອ ທະວີສັກ ເພັດພູລວງ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານຕະຫຼອດໄລຍະ 1 ປີທີ່ຜ່ານມາ, ໃນການປະຕິບັດໜ້າທີ່ວຽກງານວິຊາສະເພາະຂອງຫ້ອງພະລາທິການ ແລະ ຍັງໄດ້ເນັ້ນໃຫ້ບັນດາຄະນະພັກ-ຄະນະບັນຊາແຕ່ລະຂັ້ນຕ້ອງໄດ້ເປັນເຈົ້າການຊີ້ນຳບັນດາຫົວໜ່ວຍວິຊາສະເພາະ ໃຫ້ແທດເຖິງ, ຊຸກຍູ້, ຕິດຕາມ, ກວດກາ, ຖອດຖອນບົດຮຽນ ພ້ອມລາຍງານໃຫ້ຂັ້ນເທິງເປັນປົກກະຕິ ແລະ ທັນເວລາ, ເອົາໃຈໃສ່ປະສານສົບທົບກັບກົມກອງ, ຂະແໜ່ງການທີ່ກ່ຽວຂ້ອງເພື່ອຍາດແຍ່ງເອົາການຊ່ວຍເຫຼືອ, ການສະໜັບສະໜູນ, ການລົງທືນ, ໃຫ້ບັນດາພະແນກການທີ່ຂຶ້ນກັບຫ້ອງພະລາທິການ ຕ້ອງພ້ອມກັນສ້າງແຜນການເຄື່ອນໄຫວວຽກງານວິຊາສະເພາະ ແລະ ຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ.