ດ່ານ ຕມ ສາກົນບໍ່ເຕ່ນ ແຂວງຫຼວງນ້ຳທາ ມີຄວາມພ້ອມໃນການເປີດປະຕູດ່ານ ເພື່ອຕ້ອນຮັບນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ, ນັກທຸລະກິດຜູ້ປະກອບການ ແລະ ພໍ່ແມ່ປະຊາຊົນພໍ່ຄ້າຊາວຂາຍ ຜູ້ທີ່ມີຈຸດປະສົງຈະເດີນທາງເຂົ້າ-ອອກ ຜ່ານດ່ານ ຕມ ສາກົນບໍ່ເຕ່ນ.

ພັທ ວຽງວິໄລ ສະໄຫວວັນ ຫົວໜ້າຕຳຫຼວດກວດຄົນເຂົ້າ-ອອກເມືອງ ດ່ານ ຕມ ສາກົນບໍ່ເຕ່ນ ໄດ້ໃຫ້ສໍາພາດຕໍ່ນັກຂ່າວ ປກສ ແຂວງຫຼວງນໍ້າທາ ໃນວັນທີ 12 ພຶດສະພາ 2022 ວ່າ:

ເພື່ອຮັບປະກັນໃຫ້ແກ່ການເປີດປະຕູດ່ານ ຕ້ອນຮັບນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ, ນັກທຸລະກິດຜູ້ປະກອບການ ແລະ ພໍ່ແມ່ປະຊາຊົນພໍ່ຄ້າຊາວຂາຍ ຜູ້ທີ່ມີຈຸດປະສົງຈະເດີນທາງເຂົ້າ-ອອກ ຜ່ານດ່ານ ຕມ ສາກົນບໍ່ເຕ່ນ, ທາງດ່ານພວກເຮົາມີຄວາມພ້ອມດ້ານບຸກຄະລາກອນ ຜູ້ທີ່ຈະປະຈຳການໄດ້ຕະຫຼອດ 24 ຊົ່ວໂມງ, ອຸປະກອນເຕັກນິກໃນການກວດກາພາຫະນະ, ເຄື່ອງຂອງ, ກວດບັດວິຊາ, ພັດສະປອດ ແລະອື່ນໆ. ພ້ອມ ດຽວກັນນັ້ນ, ຜູ້ທີ່ຈະເດີນທາງເຂົ້າ-ອອກຜ່ານດ່ານ ຕ້ອງປະຕິບັດຕາມມາດຕະການປ້ອງກັນພະຍາດໂຄວິດ-19 ແລະ ປະຕິບັດຕາມມາດຕະການອື່ນໆທີ່ທາງດ່ານໄດ້ກຳນົດໄວ້.

ດ່ານ ຕມ ສາກົນບໍ່ເຕ່ນ ແມ່ນດ່ານໜຶ່ງທີ່ຂຶ້ນກັບ ກອງບັນຊາການ ປກສ ແຂວງຫຼວງນໍ້າທາ, ມີຫ້ອງການຕັ້ງຢູ່ເຂດເສດຖະກິດສະເພາະບໍ່ເຕ່ນ, ເຊິ່ງໜ້າກັບ ດ່ານ ຕມ ສາກົນ ບໍ່ຫານ ສປ ຈີນ ເຂດຫຼັກໝາຍຊາຍແດນ ລາວ-ຈີນ ເລກທີ 29 ຫ່າງຈາກເທດສະບານແຂວງໄປທາງທິດຕາເວັນອອກສຽງເໜືອ ປະມານ 50 ກວ່າກິໂລແມັດ.

ໃນໄລຍະຜ່ານມາ, ຄະນະດ່ານ ໄດ້ເອົາໃຈໃສ່ເຮັດວຽກງານກວດກາຄົນເຂົ້າ-ອອກເມືອງ ຢ່າງເປັນປົກກະຕິ, ໃນນັ້ນວຽກງານຄົນເຂົ້າ-ອອກເມືອງ ຄະນະພັກ-ຄະນະບັນຊາ ໄດ້ປະຕິບັດໜ້າທີ່ຕາມພາລະບົດບາດຂອງຕົນ. ພະນັກງານ-ນັກຮົບສ່ວນຫຼາຍ ໄດ້ຮັບການຝຶກອົບຮົມວຽກງານວິຊາສະເພາະເຊັ່ນ: ພາສາຕ່າງປະເທດ, ຄອມພິວເຕີ ແລະ ກິລິຍາມາລະຍາດ ເຊິ່ງເຮັດໃຫ້ການປະຕິບັດໜ້າທີ່ວຽກງານມີຄວາມສະດວກວ່ອງໄວຂຶ້ນ; ຄອດການປະສານງານກັບບັນດາຂະແໜງການ ກໍມີຄວາມສະດວກ ຍ້ອນມີດຳລັດ 558 ເປັນບ່ອນອີງໃນການກວດກາຄົນເຂົ້າ-ອອກເມືອງ, ການກວດກາຄົນ ແລະ ພະຫະນະຂົນສົ່ງສິນຄ້າເຂົ້າ-ອອກ.

ປັດຈຸບັນ, ດ່ານ ຕມ ສາກົນບໍ່ເຕ່ນ ຍັງມີຄວາມຫຍຸ້ງຍາກຫຼາຍບາງດ້ານ ເພາະວ່າເຂດດັ່ງກ່າວຍັງມີການນປັບປຸງກໍ່ສ້າງດ້ານພື້ນຖານໂຄງລ່າງ, ລົດຂົນສົ່ງສິນຄ້າເຂົ້າ-ອອກມີຈໍານວນຫຼວງຫຼາຍ ເນື່ອງຈາກວ່າສິນຄ້າທຸກປະເພດ ຕ້ອງຂົນສົ່ງເຂົ້າ-ອອກຜ່ານດ່ານ ຕມ ສາກົນບໍ່ເຕ່ນ ເທົ່ານັ້ນ ແລະ ຕ້ອງປະຕິບັດຕາມມາດຕະການປ້ອງກັນພະຍາດໂຄວິດ-19 ທີ່ຄະນະສະເພາະກິດຂັ້ນສູນກາງ ກໍຄື ຂັ້ນແຂວງວາງອອກຢ່າງເຂັ້ມງວດ; ດັ່ງນັ້ນ, ເພື່ອຄວາມເປັນລະບຽບຮຽບຮ້ອຍ ຜູ້ທີ່ມີຈຸດປະສົງຜ່ານດ່ານດັ່ງກ່າວ ຕ້ອງມີການເຄົາລົບຂໍ້ກຳນົດກົດລະບຽບຂອງດ່ານ ແລະ ສໍາລັບຜູ້ຂັບຂີ່ ກໍຕ້ອງປະຕິບັດກົດລະບຽບຈະລາຈອນຢ່າງເຂັ້ມງວດ ເຊັ່ນກັນ.