ກອງບັນຊາການ ປກສ ເມືອງວຽງພູຄາ ແຂວງຫຼວງນໍ້າທາ ຈັດພິທີປາຖະກະຖາວັນຜ່າວົງປິດລ້ອມຂອງກອງພັນທີ 2 ວິລະຊົນທົ່ງໄຫ່ຫີນຊຽງຂວາງ ຄົບຮອບ 63 ປີ ແລະ ວິລະກຳໂຕນຄຸກຢ່າງມະຫັດສະຈັນຂອງບັນດາຜູ້ນຳຂອງພັກ ແລະ ແນວລາວຮັກຊາດ ຄົບຮອບ 62 ປີ ໃນວັນທີ 12 ພຶດສະພາ ຜ່ານມານີ້, ເຂົ້າຮ່ວມມີ ທ່ານ ສອນເພັດ ບຸດຕະບຸນເຮືອນ ຫົວໜ້າໂຄສະນາອົບຮົມເມືອງ ແລະ ພັທ ສີວອນ ອິນດາວົງ ຫົວໜ້າກອງບັນຊາການ ປກສ ເມືອງວຽງພູຄາ, ມີຄະນະພັກ-ຄະນະກອງບັນຊາການ, ຫົວໜ້າ-ຮອງພະແນກ, ຫົວໜ້າ-ຮອງ ປກສ ກຸ່ມບ້ານ ຕະຫຼອດຮອດພະນັກງານຫຼັກແຫຼ່ງເຂົ້າ ຮ່ວມ.

ການປາຖະກະຖາ 2 ວັນປະຫວັດສາດດັ່ງກ່າວນີ້, ເພື່ອເຜີຍແຜ່ມູນເຊື້ອວິລະກຳໂຕນຄຸກຢ່າງມະ ຫັດສະຈັນຂອງບັນດາຜູ້ນຳຂອງພັກ ແລະ ແນວລາວຮັກຊາດຄົບ ຮອບ 63 ປີ ແລະ ການຜ່າວົງປິດ ລ້ອມ ຂອງກອງພັນທີ 2 ວິລະຊົນ ທີ່ທົ່ງໄຫ່ຫີນຊຽງຂວາງ ຄົບຮອບ 62 ປີ ໃຫ້ກຳລັງປ້ອງກັນຄວາມ ສະຫງົບ ປກສ ເມືອງວຽງພູຄາ ໄດ້ ເຊື່ອມຊຶມ ແລະ ລະລຶກເຖິງຄຸນງາມ ຄວາມດີ, ພິລະອາດຫານການນຳ ພາອັນສະຫຼາດສ່ອງໃສ່ຂອງຜູ້ນຳ ລາວ ແລະ ຍ້ອນຮອຍອາດີດວິລະບູລຸດດີເດັ່ນຂອງຊາດ.

ພ້ອມດຽວກັນນັ້ນ, ກໍເຮັດໃຫ້ພະນັກງານ-ນັກຮົບ ຍົກສູງຄວາມຮັບຜິດຊອບ ແລະ ກຳແໜ້ນສະພາບການຂອງໂລກ ເວົ້າລວມ ເວົ້າສະເພາະ ກໍຄືພາກພື້ນໃນປັດຈຸບັນທີ່ພວມຜັນແປໄປຢ່າງຊັບຊ້ອນ. ສະນັ້ນ, ພະນັກງານ-ນັກຮົບຮຸ້ນໃໝ່ຈໍາເປັນຕ້ອງເອົາໃຈໃສ່ສືບຕໍ່ຝຶກຝົນຫຼ່ໍຫຼອມຕົນເອງສ້າງໃຫ້ມີຄຸນ ທາດການເມືອງໜັກແໜ້ນ, ມີ ຄວາມຈົງຮັກພັກດີ, ເຊື້ອໝັ້ນຕໍ່ ແນວທາງການປ່ຽນແປງໃໝ່ກຳແໜ້ນແນວທາງນະໂຍບາຍຂອງ ພັກ ແລະ ກຳແໜ້ນກົດໝາຍຂອງລັດ, ເພີ່ມທະວີຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນ, ເຮັດວຽກເປັນໝູ່ຄະນະ, ເພີ່ມຄວາມສາມັກຄີໃຫ້ແໜ້ນແຟ້ນ, ມີຫົວຄິດປະດິດສ້າງ, ມີແບບແຜນວິທະຍາສາດ ເພື່ອສ້າງໃຫ້ໄດ້ກົມກອງທີ່ທັນສະໄໝກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.