ໃນວັນທີ 16 ພຶດສະພາ 2022, ຫ້ອງຕຳຫຼວດ ກອງບັນຊາການ ປກສ ແຂວງຫົວພັນ ໄດ້ຈັດກອງປະຊຸມພົບປະແລກປ່ຽນ, ເອກະພາບເນື້ອໃນປະສານສົບທົບຕໍ່ສູ້ ແລະ ສະກັດກັ້ນຢາເສບຕິດຂ້າມຊາຍແດນ ລະຫວ່າງ ແຂວງຫົວພັນ-ແຂວງເຊິນລາ ຢູ່ທີ່ຫ້ອງປະຊຸມ ກອງບັນຊາການ ປກສ ແຂວງ, ເຂົ້າຮ່ວມເປັນປະທານໂດຍ ພັອ ເພັດສອນ ອິນສຸພັນ ຮອງກອງບັນຊາການ ປກສ ແຂວງຫົວພັນ ແລະ ພັອ ຮ່ວາງ ກວກ ຫວຽດ ຮອງຫົວໜ້າກອງບັນຊາການຕຳຫຼວດ ແຂວງເຊິນລາ ສສ ຫວຽດນາມ ພ້ອມທັງມີບັນດາຄະນະຜູ້ແທນສອງຝ່າຍເຂົ້າຮ່ວມ.

ການຈັດກອງປະຊຸມຄັ້ງນີ້ ປະຕິບັດຕາມບົດບັນທຶກຊ່ວຍຈຳລະຫວ່າງ ກະຊວງປ້ອງກັນຄວາມສະຫງົບ ລາວ ແລະ ກະຊວງຕຳຫຼວດ ຫວຽດນາມ ທີ່ໄດ້ເຊັນສັນຍາໃນວັນທີ 9 ສິງຫາ 2021 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກ່ຽວກັບ ການປະສານສົມທົບຕໍ່ສູ້ ແລະ ສະກັດກັ້ນຢາເສບຕິດ ລຽບຕາມຊາຍແດນ.

ໃນກອງປະຊຸມ ທັງສອງຝ່າຍໄດ້ຜັດປ່ຽນກັນຂຶ້ນລາຍງານສະພາບພົ້ນເດັ່ນກ່ຽວກັບ ການຈັດຕັ້ງປະຕິບັດວຽກງານວິຊາສະເພາະ ພາຍໃນແຂວງຂອງຕົນໃຫ້ກັນຊາບ ເພື່ອເປັນການແລກປ່ຽນບົດຮຽນເຊິ່ງກັນແລະກັນ ທັງເປັນການປຶກສາຫາລືກ່ຽວກັບບັນດາຂໍ້ສະດວກ, ຂໍ້ຫຍຸ້ງຍາກຂອງການຮ່ວມມື. ນອກນີ້, ຍັງໄດ້ຕີລາຄາຄືນການຮ່ວມມືຂອງສອງຝ່າຍ ໃນໄລຍະຜ່ານມາ ແລະ ປຶກສາຫາລືແຜນການຮ່ວມມືໃນຕໍ່ໜ້າ.

+ ພັອ ເພັດສອນ ອິນສຸພັນ ໃຫ້ຮູ້ວ່າ:

ໃນໄລຍະຜ່ານມາ, ກອງບັນຊາການ ປກສ ແຂວງຫົວພັນ ໄດ້ເອົາໃຈໃສ່ສະກັດກັ້ນ ແລະ ປາບປາມບັນຫາຢາເສບຕິດຢ່າງເນື່ອງນິດລຽນຕິດ ເພື່ອເຮັດໃຫ້ບັນຫາຢາເສບຕິດຫຼຸດໜ້ອຍຖອຍລົງ ເຊິ່ງສະແດງອອກໃນ 6 ເດືອນທ້າຍປີ 2021 ຜ່ານມາ ຄື:

  • ມີຄະດີຢາເສບຕິດເກີດຂຶ້ນທັງໝົດ78 ເລື່ອງ
  • ສະເພາະ 5 ເດືອນຕົ້ນປີ 2022 ກອງບັນຊາການ ສາມາດມ້າງໄດ້ 59 ເລື່ອງ
  • ວັນທີ 22 ເມສາ 2022 ສາມາດຈັບເປົ້າໝາຍໄດ້ 1 ເລື່ອງ ພ້ອມຂອງກາງຢາເສບຕິດ ປະເພດຢາບ້າ ຈຳນວນ 12 ແຟັກ, ມີ 360 ຖົງ, ມີ 72.000 ເມັດ
  • ພິສູດເປົ້າໝາຍໃຫ້ ກອງບັນຊາການຕຳຫຼວດ ແຂວງເຊິນລາ ໄດ້ 7 ຄັ້ງ

ໃນກອງປະຊຸມ ຄະນະຜູ້ແທນທັງສອງຝ່າຍ ກໍໄດ້ພ້ອມກັນເຊັນບົດບັນທຶກຊ່ວຍຈຳລະຫວ່າງ ແຂວງຫົວພັນ-ເຊິນລາ ແລະ ໂອກາດດຽວກັນນີ້ ພັອ ຮວ່າງ ກວກ ຫວຽດ ຮອງຫົວໜ້າກອງບັນຊາການຕຳຫຼວດ ແຂວງເຊິນລາ ໄດ້ຕາງໜ້າຄະນະ ມອບຄອມພິວເຕິຕັ້ງໂຕະ 2 ຊຸດ, ປິນເຕີ 2 ເຄື່ອງ ແລະ ເງິນ 50.000.000 ດົງ ໃຫ້ແກ່ ກອງບັນຊາການ ປກສ ແຂວງຫົວພັນ ເພື່ອນຳໃຊ້ເຂົ້າໃນວຽກງານວິຊາສະເພາະ, ເຊິ່ງຕາງໜ້າຮັບໂດຍ ພັອ ເພັດສອນ ອິນສຸພັນ ຮອງກອງບັນຊາການ ປກສ ແຂວງຫົວພັນ.