ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານກວດກາບັງຄັບກົດໝາຍ ແລະ ລະບຽບຈະລາຈອນທາງບົກ ຢູ່ເມືອງປາກກະດິງ ແຂວງບໍລິຄໍາໄຊ ໄດ້ຈັດຂຶ້ນຢ່າງເປັນທາງການ ໃນວັນທີ 12 ພຶດສະພາ 2022 ຢູ່ທີ່ຫ້ອງປະຊຸມກອງບັນຊາການ ປກສ ເມືອງປາກກະດິງ, ໂດຍການເປັນປະທານຂອງ ພັທ ເດດ ມີໄຊ ຮອງຫົວໜ້າຫ້ອງຕໍາຫຼວດ, ພັທ ຄໍາໄພ ແສນສົມບັດ ຄະນະພັກຮອງຫົວໜ້າກອງບັນຊາການ ປກສ ເມືອງ, ພັທ ບຸນມີ ລໍວັນໄຊ ຫົວໜ້າພະແນກຕໍາຫຼວດຈະລາຈອນ ປກສ ແຂວງ, ມີຄະນະພະແນກຕໍາຫຼວດ ປກສ ເມືອງ, ພະນັກງານ-ນັກຮົບ ກອງຈະລາຈອນ ປກສ ແຂວງ, ຕໍາຫຼວດຈະລາຈອນ ປກສ ເມືອງ ເຂົ້າຮ່ວມ.

ພັທ ບຸນມີ ລໍວັນໄຊ ຫົວໜ້າພະແນກຕໍາຫຼວດຈະລາຈອນ ປກສ ແຂວງ ໄດ້ຜ່ານບົດລາຍງານການຈັດຕັ້ງປະຕິບັດວຽກງານວ່າ:

ວຽກງານດັ່ງກ່າວເລີ່ມແຕ່ວັນທີ 27 ເມສາ ຫາ ວັນທີ 9 ພຶດສະພາ 2022, ຜ່ານການຈັດຕັ້ງປະຕິບັດຕົວຈິງ ສາມາດສະຫຼຸບຕີລາຄາເຫັນວ່າ ສະພາບການສັນຈອນຢູ່ເມືອງປາກກະດິງ ແມ່ນມີຄວາມສັບສົນພໍສົມຄວນ ຍ້ອນຜູ້ຂັບຂີ່ຈໍານວນໜຶ່ງບໍ່ປະຕິບັດກົດລະບຽບຈະລາຈອນ, ຂັບຂີ່ລົດໄວເກີນກໍານົດ, ເມົາແລ້ວຂັບຂີ່ລົດ, ຂາດມາລະຍາດໃນການຂັບຂີ່ລົດ, ດັດແປງສະພາບເຕັກນິກລົດ, ຈອດລົດຊະຊາຍ, ຂັບລົດທີ່ບໍ່ມີໄຟຕາເຍືອງທາງ, ຂັບລົດເປັນພຶງເປັນແພ, ແຕ່ງທໍ່ດັງລົບກວນຊາວບ້ານ ເປັນສາເຫດທີ່ພາໃຫ້ເກີດອຸບັດຕິເຫດ.

 ສໍາລັບການຈັດຕັ້ງປະຕິບັດໄດ້ສຸມໃສ່ວຽກງານໂຄສະນາ ໂດຍໄດ້ນໍາເອົາບັນດາກົດລະບຽບຈະລາຈອນ, ຂໍ້ຫ້າມ ແລະ ລະບຽບການປັບໃໝຕໍ່ຜູ້ລະເມີດ ແລະ ເອະກະສານທີ່ສໍາຄັນຕ່າງໆລົງໂຄສະນາເຜີຍແຜ່ໃຫ້ພໍ່ແມ່ປະຊາຊົນ, ນັກທຸລະກິດ, ນັກຮຽນ, ນັກສຶກສາ; ໃນນັ້ນ, ໄດ້ລົງໂຄສະນາຢູ່ 2 ບ້ານ ແລະ 3 ໂຮງຮຽນຄື: ບ້ານນາເຄືອໃນ, ບ້ານຫ້ວຍໄຮ ແລະ ໂຮງຮຽນ ມຕ ບ້ານນ້ຳທອນ, ໂຮງຮຽນ ມຕ ທົ່ງນາມີ, ໂຮງຮຽນ ມສ ວຽງຄໍາ ມີຜູ້ເຂົ້າຮ່ວມທັງໝົດ 807 ຄົນ ຍິງ 407 ຄົນ.

ວຽກງານກວດກາຄວາມເປັນລະບຽບຮຽບຮ້ອຍທາງຫຼວງ ໄດ້ລົງຕັ້ງຈຸດກວດກາຕາມເສັ້ນທາງເລກທີ 13 ໃຕ້ ແລະ ຈຸດທີ່ມີຄວາມສ່ຽງຈະເກີດອຸບັດຕິເຫດໄດ້ 10 ຄັ້ງ, ກວດກາລົດໄດ້ທັງໝົດ 523 ຄັນ, ພົບເຫັນລົດທີ່ລ່ວງລະເມີດ 157 ຄັນ, ຂຽນບິນປັບໃໝ 35 ໃບ, ລວມເປັນເງິນ 2.540.000 ກີບ; ໃນນັ້ນ, ຮູບການລ່ວງລະເມີດ ແລະ ປັບໃໝ ຍ້ອນບໍ່ມີໃບອະນຸຍາດຂັບຂີ່ 25 ຄົນ, ບໍ່ຖືເອກະສານລົດ 4 ຄັນ, ບໍ່ກວດກາເຕັກນິກ 13 ຄັນ, ບໍ່ເສຍຄ່າທາງ 83 ຄັນ, ບໍ່ມີໃບອະນຸຍາດແລ່ນລົດ 2 ຄັນ, ບໍ່ມີອາກອນ ແລະ ທະບຽນວິສາຫະກິດ 8 ຄັນ, ບໍ່ມີປະກັນໄພ 2 ຄັນ ແລະ ສຶກສາອົບຮົມ 20 ຄັນ.

ວຽກງານເສຍຄ່າທຳນຽມທາງ ໄດ້ປຸກລະດົມໃຫ້ຜູ້ຂັບຂີ່, ຜູ້ໃຊ້ລົດ-ໃຊ້ຖະໜົນເສຍຄ່າທຳນຽມທາງໄດ້ທັງໝົດ 83 ຄັນ ລວມເປັນເງິນ 24.412.000 ກີບ ສາມາດກັກລົດຈັກໄດ້ 8 ຄັນ, ລົດທີ່ພົວພັນຢາເສບຕິດ 2 ຄັນ, ກັກຜູ້ຖືກຫາໄດ້ 2 ຄົນ, ຢາບ້າ 10 ເມັດ, ຄົນຮ້າຍລັກມາ 1 ຄັນ, ສະໜັບມື 1 ອັນ, ຄ້ອນຕອກເຫຼັກ 1 ອັນ ມອບໃຫ້ ປກສ ເມືອງ ດໍາເນີນຄະດີ, ລົດດັດແປງສະພາບເຕັກນິກຢາງນ້ອຍ-ທໍ່ດັງ 4 ຄັນ ສຶກສາອົບຮົມ ແລະ ແກ້ໄຂແລ້ວ.

ວຽກງານຄະດີ ມີຄະດີອຸບັດຕິເຫດເກີດຂຶ້ນ 2 ເລື່ອງ, ພາຫະນະເປ່ເພ 3 ຄັນ, ມີຄົນໄດ້ຮັບບາດເຈັບ 2 ຄົນ ແລະ ເສຍຊີວິດ 2 ຄົນ, ສົ່ງແຂວງດໍາເນີນ 2 ເລື່ອງ.

ໂອກາດດຽວກັນ, ບັນດາຜູ້ແທນກອງປະຊຸມ ກໍໄດ້ພັດປ່ຽນກັນປະກອບຄໍາຄິດຄໍາເຫັນໃສ່ບົດລາຍງານ ເຊິ່ງແຕ່ລະທ່ານກໍໄດ້ຍົກໃຫ້ເຫັນຫຼາຍບັນຫາທີ່ສໍາຄັນທີ່ເຈົ້າໜ້າທີ່ຕໍາຫຼວດຈະລາຈອນ ປກສ ແຂວງ ແລະ ປກສ ເມືອງ ທຸກສະຫາຍ ຕ້ອງໄດ້ພ້ອມກັນເອົາໃຈໃສ່ປັບປຸງ, ແກ້ໄຂ ເພື່ອຫຼີກລ່ຽງບັນຫາຫາງສຽງສັງຄົມ, ການຈົ່ມວ່າຂອງພໍ່ແມ່ປະຊາຊົນ, ຜູ້ໃຊ້ລົດ-ໃຊ້ຖະໜົນ ແລະ ພ້ອມກັນເຮັດສໍາເລັດທຸກໜ້າທີ່ວຽກງານທີ່ພັກ-ລັດ ແລະ ການຈັດຕັງຂັ້ນເທິງມອບໝາຍໃຫ້.